ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງເປັນຜູ່ມີສັນຍາວ່າ ບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລ ແລະ ໃນສິ່ງທີ່ບໍ່ປະຕິກູລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

(ຂໍ້ນີ້ໝາຍຄວາມວ່າ ສະຕິ ແລະ ຍານ ໃນອານາປານະສະຕິຊັ້ນສູງ ທີ່ສາມາດເຮັດໃຫ້ເຫັນ

ສຸນຍະຕາ ຍ່ອມສາມາດເຮັດໃຫ້ວາງເສີຍໄດ້ທັງໃນສິ່ງທີ່ປະຕິກູລ ແລະ ສິ່ງທີ່ບໍ່ປະຕິກູລ ໂດຍສະເໝີກັນ).

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງເປັນຜູ່ເວັ້ນຂາດຈາກຄວາມຮູ້ສຶກວ່າປະຕິກູລ ແລະ ຄວາມຮູ້ສຶກວ່າບໍ່ເປັນປະຕິກູລທັງ ໒ ຢ່າງເສຍໂດຍເດັດຂາດແລ້ວ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

(ຂໍ້ນີ້ໝາຍຄວາມວ່າ ໃນຂັ້ນທີ່ມີສະຕິສັມປະຊັນຍະສົມບູນ ແລະຢູ່ດ້ວຍອຸເປກຂາແທ້ໆນັ້ນ ຍ່ອມບໍ່ມີຄວາມຮູ້ສຶກວ່າປະຕິກູລ ແລະ ບໍ່ປະຕິກູລທັງ ໒ ຢ່າງ ໂດຍສະເພາະຢ່າງຍິ່ງ ເປັນຜົລຂອງອານາປານະສະຕິຂັ້ນສູງ ກ່າວຄື ຈະຕຸກະທີ ໔ ທີ່ເຮັດໃຫ້ເຫັນຄວາມຫວ່າງຈາກໂຕຕົນ ຫຼື ຫວ່າງຈາກຄວາມໝາຍອັນເປັນທີ່ຕັ້ງແຫ່ງຄວາມຢຶດຖື ໂດຍປະການທັງປວງແທ້ໆແລ້ວ).

ຊ. ເປັນເຫຕໃຫ້ໄດ້ຮູບຊານທັງສີ່

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງເປັນຜູ່ສະຫງັດຈາກກາມທັງຫຼາຍ ສະຫງັດຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິ ແລະ ສຸຂ ອັນເກີດຈາກວິເວກແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິນັ້ນແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໕໓

(ຂໍ້ນີ້ໝາຍຄວາມວ່າ ອານາປານະສະຕິ ສາມາດອໍານວຍໃຫ້ເກີດປະຖົມມະຊານ ໄດ້ສົມຕາມຄວາມປາຖນາ).

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເພາະວິຕົກວິຈາຣລະງັບໄປ ເຮົາຈົ່ງເຂົ້າເຖິງ ທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງຈິຕໃນພາຍໃນ ເພາະທັມອັນເອກ ຄືສະມາທິຜຸດມີຂຶ້ນ ບໍ່ມີວິຕົກວິຈາຣ ມີປີຕິ ແລະ ສຸຂ ອັນເກີດຈາກສະມາທິແລ້ວລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິນັ້ນແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

(ຂໍ້ນີ້ໝາຍຄວາມວ່າ ອານາປານະສະຕິ ສາມາດອໍານວຍໃຫ້ເກີດທຸຕິຢະຊານໄດ້ ຕາມຄວາມປາຖນາ).

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເພາະຄວາມຈາງຄາຍໄປແຫ່ງປີຕິ ເຮົາຈົ່ງເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ່ນັ້ນເປັນຜູ່ຢູ່ອຸເປກຂາ ມີສະຕິ ມີການຢູ່ເປັນສຸຂ, ເຂົ້າເຖິງ ຕະຕິຢະຊານ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິທີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

(ຂໍ້ນີ້ໝາຍຄວາມວ່າ ອານາປານະສະຕິ ສາມາດອໍານວຍໃຫ້ເກີດຕະຕິຢະຊານໄດ້ ຕາມຄວາມປາຖນາ).

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເພາະລະສຸຂ ແລະ ທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະ ໂທມະນັສສະໃນກາລກ່ອນ ເຮົາຈົ່ງເຂົ້າເຖິງ ຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມບໍຣິສຸດແຫ່ງສະຕິ ເພາະອຸເປກຂາແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

(ຂໍ້ນີ້ໝາຍຄວາມວ່າ ອານາປານະສະຕິ ສາມາດອໍານວຍໃຫ້ເກີດຈະຕຸຕຖະຊານໄດ້ ຕາມຄວາມປາຖນາ).

໑໒໕໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ຍ. ເປັນເຫຕໃຫ້ໄດ້ອະຮູບສະມາບັຕທັງສີ່

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ