ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເມື່ອເຮັດໃນໃຈຊຶ່ງສຸນຍະຕາອັນເປັນພາຍໃນຢູ່, ຈິຕບໍ່ແລ່ນໄປເພື່ອສຸນຍະຕາ ອັນເປັນພາຍໃນ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ. ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງສຸນຍະຕາ ອັນເປັນພາຍໃນຢູ່, ຈິຕບໍ່ແລ່ນໄປ ເພື່ອສຸນຍະຕາອັນເປັນພາຍໃນ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ຮູ້ສຶກໂຕທົ່ວພ້ອມ (ສະມະປະຊານະ) ໃນກໍລະນີທີ່ຈິຕບໍ່ນ້ອມໄປສູ່ສຸນຍະຕາ ອັນເປັນພາຍໃນນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີໜຶ່ງ).
ພິກຂຸນັ້ນ ຍ່ອມເຮັດໃນໃຈຊຶ່ງ ສຸນຍະຕາອັນເປັນພາຍນອກ, ເມື່ອເຂົາເຮັດໃນໃຈຊຶ່ງສຸນຍະຕາອັນເປັນພາຍນອກຢູ່, ຈິຕບໍ່ແລ່ນໄປເພື່ອສນຍະຕາ ອັນເປັນພາຍນອກ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໙໑
ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງ
ສຸນຍະຕາອັນເປັນພາຍນອກຢູ່, ຈິຕບໍ່ແລ່ນໄປເພື່ອສຸນຍະຕາ ອັນເປັນພາຍນອກ
ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ຮູ້ສຶກໂຕທົ່ວພ້ອມ ໃນກໍລະນີທີ່ຈິຕບໍ່ນ້ອມໄປສູ່ສຸນຍະຕາ ອັນເປັນພາຍນອກນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສອງ).
ພິກຂຸນັ້ນ ຍ່ອມເຮັດໃນໃຈຊຶ່ງ ສຸນຍະຕາອັນເປັນທັງພາຍໃນ ແລະພາຍນອກ, ເມື່ອເຂົາເຮັດໃນໃຈຊຶ່ງສຸນຍະຕາ ອັນເປັນທັງພາຍໃນ ແລະພາຍນອກຢູ່, ຈິຕບໍ່ແລ່ນໄປເພື່ອສຸນຍະຕາ ອັນເປັນທັງພາຍໃນ ແລະພາຍນອກ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ. ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງສຸນຍະຕາ ອັນເປັນທັງພາຍໃນ ແລະ ພາຍນອກຢູ່, ຈິຕບໍ່ແລ່ນໄປເພື່ອສຸນຍະຕາອັນເປັນທັງພາຍໃນ ແລະພາຍນອກ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ຮູ້ສຶກໂຕທົ່ວພ້ອມ ໃນກໍລະນີທີ່ຈິຕບໍ່ນ້ອມໄປສູ່ສຸນຍະຕາ ອັນເປັນພາຍໃນ ແລະ ພາຍນອກນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສາມ).
ພິກຂຸນັ້ນ ຍ່ອມເຮັດໃນໃຈຊຶ່ງ ອາເນນຊະ, ເມື່ອເຂົາເຮັດໃນໃຈຊຶ່ງອາເນນຊະຢູ່, ຈິຕບໍ່ແລ່ນໄປເພື່ອອາເນນຊະ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ. ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງອາເນນຊະຢູ່, ຈິຕບໍ່ແລ່ນໄປເພື່ອອາເນນຊະ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີທີ່ຈິຕບໍ່ນ້ອມໄປສູ່
ອາເນນຊະນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສີ່).
ອານົນທ໌ ! ພິກຂຸນັ້ນ ຈົ່ງເຮັດຈິຕໃນພາຍໃນນັ້ນແຫຼະ ໃຫ້ຕັ້ງໝັ້ນຢູ່ຢ່າງ
ສະໝໍ່າສະເໝີ ໃນສະມາທິນິມິຕ ທີ່ເຄີຍມີມາແລ້ວໃນກາລກ່ອນ (ຄືໃນຮູບຊານທັງສີ່ທີ່ກ່າວແລ້ວເບື້ອງຕົ້ນ) ນັ້ນ ນັ້ນແລ ຈົ່ງໃຫ້ເປັນຈິຕຢຸດພັກ ຈົ່ງໃຫ້ເປັນຈິຕມີອາຣົມດຽວ ຈົ່ງໃຫ້ເປັນຈິຕຕັ້ງໝັ້ນ.
໑໑໙໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸນັ້ນ ເຮັດໃນໃຈຊຶ່ງ ສຸນຍະຕາອັນເປັນພາຍໃນ (ໃນຣູປະຊານທັງສີ່). ເມື່ອເຂົາເຮັດໃນໃຈຊຶ່ງສຸນຍະຕາອັນເປັນພາຍໃນຢູ່, ຈິຕກໍແລ່ນໄປເພື່ອສຸນຍະຕາ ອັນເປັນພາຍໃນ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ. ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ເມື່ອເຮົາເຮັດໃນໃຈຊຶ່ງສຸນຍະຕາອັນເປັນພາຍໃນຢູ່, ຈິຕກໍແລ່ນໄປເພື່ອສຸນຍະຕາ ອັນເປັນພາຍໃນ ຍ່ອມເຫຼື້ອມໃສ ຍ່ອມຕັ້ງຢູ່ ຍ່ອມຫຼຸດພົ້ນ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີທີ່ຈິຕນ້ອມໄປສູ່ສຸນຍະຕາ ອັນເປັນພາຍໃນນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີຫ້າ).








