ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໑໑໘໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ເປັນຜູ່ ມີຄວາມຕ້ອງການໜ້ອຍ ມີກິຈຈ໌ໜ້ອຍ ລ້ຽງງ່າຍ ສັນໂດດໃນບໍຣິຂາຣແຫ່ງຊີວິຕ ໑ ;
ເປັນຜູ່ ມີອາຫາຣໜ້ອຍ ປະກອບຕົນຢູ່ໃນຄວາມເປັນຜູ່ມີທ້ອງອັນບໍ່ເຕັມ ໑ ;
ເປັນຜູ່ ບໍ່ມີຄວາມມຶນຊາ ປະກອບຕົນຢູ່ໃນຄວາມຕື່ນ ໑ ;
ເປັນຜູ່ ມີສຸຕະຫຼາຍ ຊົງສຸຕະ ສັ່ງສົມສຸຕະ ຄື ທັມເຫຼົ່າໃດອັນງົດງາມໃນເບື້ອງຕົ້ນ ງົດງາມໃນທ່າມກາງ ງົດງາມໃນທີ່ສຸດ ສະແດງຢູ່ຊຶ່ງພຣົມມະຈັນຣຍ໌ອັນບໍຣິສຸດ ບໍລິບູນສິ້ນເຊີງ ພ້ອມທັງອັຕຖະ ແລະ ພະຍັນຊະນະ ທັມມີລັກສະນະເຫັນປານນັ້ນ ເປັນທັມທີ່ເຂົາສະດັບແລ້ວຫຼາຍ ຊົງຈໍາໄວ້ ຄ່ອງປາກ ທ່ອງຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍທິຕຖິ ໑ ;
ພິຈາຣະນາເຫັນສະເພາະຢູ່ຊຶ່ງຈິຕອັນຫຼຸດພົ້ນແລ້ວ (ຕາມລໍາດັບ) ແນວໃດ ໑.
ພິກຂຸ ທ. ! ພິກຂຸຜູ່ມຸ່ງປະພຶຕຝຶກອານາປານະສະຕິ ຊຶ່ງປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ ຍ່ອມແທງຕະຫຼອດອະກຸປປະທັມ ໄດ້ຕໍ່ກາລບໍ່ດົນແທ້ແລ.
- ປັນຈກ. ອັງ. ໒໒/໑໓໕/໙໖.
(ໄນຍະທີສອງ)
ພິກຂຸ ທ. ! ພິກຂຸຜູ່ ຈະເຣີນອານາປານະສະຕິ ຊຶ່ງປະກອບດ້ວຍທັມ ໕ ປະການ ຍ່ອມແທງຕະຫຼອດອະກຸປປະທັມ (ສະມຸຈເສດະວິມຸຕຕິ) ໄດ້ຕໍ່ກາລບໍ່ດົນແທ້ແລ. ຫ້າປະການເປັນແນວໃດໜໍ ? ພິກຂຸ ທ. ! ຫ້າປະການຄື ໃນກໍລະນີນີ້ ພິກຂຸ :
ເປັນຜູ່ມີຄວາມຕ້ອງການໜ້ອຍ ມີກິຈຈ໌ໜ້ອຍ ລ້ຽງງ່າຍ ສັນໂດດໃນບໍຣິຂາຣແຫ່ງຊີວິຕ ໑ ;
ເປັນຜູ່ມີອາຫາຣໜ້ອຍ ປະກອບຕົນຢູ່ໃນຄວາມເປັນຜູ່ມີທ້ອງອັນບໍ່ເຕັມ ໑ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໘໙
ເປັນຜູ່ບໍ່ມີຄວາມມຶນຊາ ປະກອບຕົນຢູ່ໃນຄວາມຕື່ນ ໑ ;
ເປັນຜູ່ ໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ບໍ່ລໍາບາກ ຊຶ່ງກະຖາອັນເປັນໄປເພື່ອການຂັດເກົາກິເລສ ເປັນບ່ອນສະບາຍແກ່ທັມ ເປັນເຄື່ອງເປີດໂລ່ງແຫ່ງຈິຕ ກ່າວຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ອະສັງສັຄຄະກະຖາ ວິຣະຢາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິຍານະທັສສະນະກະຖາ ໑ ;
ພິຈາຣະນາເຫັນສະເພາະຢູ່ຊຶ່ງຈິຕອັນຫຼຸດພົ້ນແລ້ວ (ຕາມລໍາດັບ) ແນວໃດ ໑.
ພິກຂຸ ທ. ! ພິກຂຸຜູ່ຈະເຣີນອານາປານະສະຕິ ຊຶ່ງປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ ຍ່ອມແທງຕະຫຼອດອະກຸປປະທັມໄດ້ ຕໍ່ກາລບໍ່ດົນແທ້ແລ.
- ປັນຈກ. ອັງ. ໒໒/໑໓໖/໙໗.
(ໄນຍະທີສາມ)
ພິກຂຸ ທ. ! ພິກຂຸຜູ່ ເຮັດໃຫ້ຫຼາຍຊຶ່ງອານາປານະສະຕິ ຊຶ່ງປະກອບດ້ວຍທັມ ໕ ປະການ ຍ່ອມແທງຕະຫຼອດອະກຸປປະທັມ (ສະມຸຈເສດະວິມຸຕຕິ) ໄດ້ຕໍ່ກາລບໍ່ດົນແທ້ແລ. ຫ້າປະການ ແນວໃດໜໍ ? ພິກຂຸ ທ. ! ຫ້າປະການຄື ໃນກໍລະນີນີ້ ພິກຂຸ :
ເປັນຜູ່ມີຄວາມຕ້ອງການໜ້ອຍ ມີກິຈຈ໌ໜ້ອຍ ລ້ຽງງ່າຍ ສັນໂດດໃນບໍຣິຂາຣແຫ່ງຊີວິຕ ໑ ;
ເປັນຜູ່ມີອາຫາຣໜ້ອຍ ປະກອບຕົນຢູ່ໃນຄວາມເປັນຜູ່ມີທ້ອງອັນບໍ່ເຕັມ ໑ ;
ເປັນຜູ່ບໍ່ມີຄວາມມຶນຊາ ປະກອບຕົນຢູ່ໃນຄວາມຕື່ນ ໑ ;
ເປັນຜູ່ຢູ່ປ່າ ມີເສນາສະນະອັນງຽບສງົບ ໑ ;
ພິຈາຣະນາເຫັນສະເພາະຢູ່ ຊຶ່ງຈິຕອັນຫຼຸດພົ້ນແລ້ວ (ຕາມລໍາດັບ) ແນວໃດ ໑ ;
໑໑໙໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ພິກຂຸຜູ່ເຮັດໃຫ້ຫຼາຍຊຶ່ງອານາປານະສະຕິ ຊຶ່ງປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ ຍ່ອມແທງຕະຫຼອດອະກຸປປະທັມ ໄດ້ຕໍ່ກາລບໍ່ດົນແທ້ແລ.
- ປັນຈກ. ອັງ. ໒໒/໑໓໖/໙໘.
ຖານທີ່ຕັ້ງແຫ່ງຄວາມມີສັມປະຊັນຍະ ໑໙ ຖານ
ອານົນທ໌ ! ແນວໃດໜໍ ຊື່ວ່າ ພິກຂຸເຮັດຈິຕໃນພາຍໃນນັ້ນແຫຼະ ໃຫ້ເປັນຈິຕຕັ້ງຢູ່ຢ່າງສະໝໍ່າສະເໝີ ໃຫ້ເປັນຈິຕຢຸດພັກ ໃຫ້ເປັນຈິຕມີອາຣົມອັນດຽວ ໃຫ້ເປັນຈິຕຕັ້ງໝັ້ນ ? ອານົນທ໌ ! ໃນກໍລະນີນີ້ ພິກຂຸເພາະສະຫງັດຈາກກາມ ສະຫງັດຈາກອະກຸສົລທັມ ຈຶ່ງ ເຂົ້າເຖິງປະຖົມມະຊານ ... ທຸຕະຢະຊານ ... ຕະຕິຢະຊານ ... ຈະຕຸຕຖະຊານ ແລ້ວແລຢູ່. ອານົນທ໌ ! ແນວນີ້ແລ ຊື່ວ່າພິກຂຸເຮັດຈິຕໃນພາຍໃນນັ້ນແຫຼະ ໃຫ້ເປັນຈິຕຕັ້ງຢູ່ຢ່າງສະໝໍ່າສະເໝີ ໃຫ້ເປັນຈິຕຢຸດພັກ ໃຫ້ເປັນຈິຕມີອາຣົມອັນດຽວ ໃຫ້ເປັນຈິຕຕັ້ງໝັ້ນ. ພິກຂຸນັ້ນຍ່ອມເຮັດໃນໃຈຊຶ່ງ ສຸນຍະຕາອັນເປັນພາຍໃນ.








