ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຫວັງປະໂຍຊນ໌ເກື້ອກູນໃນບັນດາສັຕທັງຫຼາຍ, ແລະເປັນຜູ່ ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ ບໍ່ຖືເອົາຊັບ ແລະ ອຸປະກອນແຫ່ງຊັບ ອັນເຈົ້າຂອງບໍ່ໄດ້ໃຫ້ ໃນບ້ານກໍດີ ໃນປ່າກໍດີ ດ້ວຍອາການແຫ່ງຂີ້ລັກ, ແລະ ເປັນຜູ່ ລະກາເມສຸມິຈສາຈາຣ ເວັ້ນຂາດຈາກກາເມສຸມິຈສາຈາຣ ຄື ບໍ່ປະພຶຕຜິດໃນຍິງທັງຫຼາຍ ທີ່ມີມານດາຮັກສາ ບິດາຮັກສາ ມານດາແລະບິດາຮັກສາ ອ້າຍນ້ອງຊາຍຮັກສາ ເອື້ອຍນ້ອງຍິງຮັກສາ ຍາດຮັກສາ ຍິງມີສາມີ ຍິງນັກໂທດ ແມ່ນທີ່ສຸດແຕ່ຍິງທີ່ມີຄົນສວມມາລາໝັ້ນໄວ້. ສາຣີບຸຕ ! ເມື່ອເສບກາຢະສະມາຈາຣ ຊະນິດນີ້ແລ ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ.
໒. ການເສບວະຈີສະມາຈາຣ
ສາຣີບຸຕ ! ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ວະຈີສະມາຈາຣ (ການປະພຶຕປະຈໍາທາງວາຈາ) ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນ ຜູ່ມີປົກກະຕິກ່າວຂີ້ຕົວະ ໄປໃນສະພາກໍດີ ໄປໃນທີ່ປະຊຸມກໍດີ ໄປໃນໝູ່ຍາດມິຕກໍດີ ໄປໃນທ່າມກາງຄົນໝູ່ໃຫຍ່ກໍດີ ໄປໃນທ່າມກາງຣາຊະສະກຸລກໍດີ ເຂົາເອົາໄປເປັນພະຍານ ຖາມວ່າ “ທ່ານຜູ່ຈະເຣີນ ! ທ່ານຮູ້ແນວໃດ ຈົ່ງບອກແນວນັ້ນ” ບຸຣຸສນັ້ນເມື່ອບໍ່ຮູ້ກໍບອກວ່າຮູ້ ເມື່ອຮູ້ກໍບອກວ່າບໍ່ຮູ້ ບໍ່ເຫັນກໍບອກວ່າເຫັນ ເຫັນກໍບອກວ່າບໍ່ເຫັນ ດັ່ງນີ້ ກ່າວຂີ້ຕົວະທັງທີ່ຮູ້ຢູ່ ເພາະເຫຕແຫ່ງຕົນແດ່ ເພາະເຫຕແຫ່ງຜູ່ອື່ນແດ່ ເພາະເຫຕເຫັນແກ່ອາມິສສິນຈ້າງແດ່, ແລະ ເປັນຜູ່ ກ່າວຄໍາສັບສໍ່ ໄດ້ຟັງຈາກຝ່າຍນີ້ແລ້ວ ເກັບໄປບອກຝ່າຍນັ້ນ ເພື່ອແຕກຈາກຝ່າຍນີ້ ຫຼື ໄດ້ຟັງຈາກຝ່າຍນັ້ນແລ້ວ ເກັບມາບອກຝ່າຍນີ້ ເພື່ອແຕກຈາກຝ່າຍນັ້ນ ເຮັດຄົນທີ່ພ້ອມພຽງກັນຢູ່ໃຫ້ແຕກຈາກກັນ ອຸດໜູນສົ່ງເສີມຄົນທີ່ແຕກກັນຢູ່ແລ້ວ ໃຫ້ແຕກກັນຍິ່ງຂຶ້ນ ເປັນຄົນມັກໃນການແຕກເປັນພວກ ຍິນດີໃນການແຕກເປັນພວກ ເປັນຄົນພໍໃຈໃນການແຕກເປັນພວກ ກ່າວແຕ່ວາຈາທີ່ທັມໃຫ້ແຕກເປັນພວກ, ແລະ ເປັນຜູ່ ກ່າວວາຈາຫຍາບ ເປັນວາຈາສຽບແທງ ເນົ່າເໝັນ ເຜັດຮ້ອນ
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໔໕
ຂັດໃຈຜູ່ອື່ນ ກັດກຸ້ມຢູ່ດ້ວຍຄວາມຄຽດ ບໍ່ເປັນໄປດ້ວຍສະມາທິ, ແລະ ເປັນຜູ່ ກ່າວວາຈາໂລເລ ບໍ່ກ່າວຕາມກາລອັນຄວນ ບໍ່ກ່າວຕາມເປັນຈິງ ບໍ່ກ່າວໂດຍອັຕຖະ ບໍ່ກ່າວໂດຍທັມ ບໍ່ກ່າວໂດຍວິນັຍ ກ່າວວາຈາບໍ່ມີທີ່ຕັ້ງອາໄສ ບໍ່ຖືກກາລະ ບໍ່ຖືກເທສະ ບໍ່ມີບ່ອນຈົບ ບໍ່ປະກອບດ້ວຍປະໂຍຂນ໌. ສາຣີບຸຕ ! ເມື່ອເສບວະຈີສະມາຈາຣຊະນິດນີ້ແລ ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ.








