ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ກຸສົລວິຕົກ ໓ ຢ່າງ ເຫຼົ່ານີ້ ບໍ່ເປັນເຄື່ອງເຮັດໃຫ້ມືດບອດ ເປັນເຄື່ອງເຮັດໃຫ້ເກີດຈັກຂຸ ເປັນເຄື່ອງເຮັດໃຫ້ເກີດຍານ ກໍຊຶ່ງຄວາມຈະເຣີນແຫ່ງປັນຍາ ບໍ່ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ເປັນໄປເພື່ອນິບພານ. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື : ເນກຂັມມະວິຕົກ ອັບພະຢາປາທະວິຕົກ ອະວິຫິງສາວິຕົກ. ພິກຂຸ ທ. ! ກຸສົລວິຕົກ ໓ ຢ່າງ ເຫຼົ່ານີ້ແລ ບໍ່ເປັນເຄື່ອງເຮັດໃຫ້ມືດບອດ ເປັນເຄື່ອງເຮັດໃຫ້ເກີດຈັກຂຸ ເປັນເຄື່ອງເຮັດໃຫ້ເກີດຍານ ເຮັດຊຶ່ງຄວາມຈະເຣີນແຫ່ງປັນຍາ ບໍ່ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ເປັນໄປເພື່ອນິບພານ.

(ຄາຖາຜະນວກທ້າຍພະສູຕ)

ຈົ່ງວິຕົກກຸສົລວິຕົກ ໓ ປະການ ບໍ່ຄວນເຮັດອະກຸສົລວິຕົກ ໓

ປະການໃຫ້ເກີດຂຶ້ນ, ທ່ານລະງັບວິຕົກອັນແຜ່ຊ້ານເສຍໄດ້ ຄືດັ່ງຝົນ

ລະງັບຝຸ່ນອັນໄຫງ່ກຸ້ມຂຶ້ນ. ທ່ານມີຈິຕອັນສະງົບຈາກວິຕົກ ເຖິງທັບສັນຕິບົດ

ໃນໂລກນີ້ແນ່ນອນ.

- ອິຕິວຸ. ຂຸ ໒໕/໒໙໓ - ໒໙໔/໒໖໖ - ໒໖໗.

ບຸຄຄົນ ກ່ຽວກັບເນກຂັມມະ ໔ ປະເພດ

ພິກຂຸ ທ. ! ບຸຄຄົນ ໔ ຈໍາພວກ ເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ຈໍາພວກ ແນວໃດໜໍ ? ສີ່ຈໍາພວກຄື : ກາຍອອກແຕ່ຈິຕບໍ່ອອກ ກາຍບໍ່ອອກແຕ່ຈິຕອອກ ກາຍກໍບໍ່ອອກຈິຕກໍບໍ່ອອກ ກາຍກໍອອກຈິຕກໍອອກ.

ພິກຂຸ ທ. ! ບຸຄຄົນທີ່ຊື່ວ່າ ກາຍອອກແຕ່ຈິຕບໍ່ອອກ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ເສບເສນາສະນະອັນມິດງຽບ ຄື ປ່າ ແລະ ປ່າຕຶບ, ໃນບ່ອນນັ້ນໆ ເຂົາ ວິຕົກຊຶ່ງກາມະວິຕົກແດ່ ຊຶ່ງພະຢາປາທະວິຕົກແດ່ ຊຶ່ງວິຫິງສາວິຕົກແດ່. ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົນທີ່ກາຍອອກແຕ່ຈິຕຍັງບໍ່ອອກ.

໑໐໓໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ບຸຄຄົນທີ່ຊື່ວ່າ ກາຍບໍ່ອອກແຕ່ຈິຕອອກ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ບໍ່ໄດ້ເສບເສນາສະນະອັນມິດງຽບ ຄື ປ່າ ແລະປ່າຕຶບ, ໃນບ່ອນນັ້ນໆ ເຂົາ ວິຕົກຊຶ່ງເນກຂັມມະວິຕົກແດ່ ຊຶ່ງອັບພະຢາປາທະວິຕົກແດ່ ຊຶ່ງອະວິຫິງສາວິຕົກແດ່. ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົນທີ່ກາຍບໍ່ອອກແຕ່ຈິຕອອກ.

ພິກຂຸ ທ. ! ບຸຄຄົນທີ່ຊື່ວ່າ ກາຍກໍບໍ່ອອກຈິຕກໍບໍ່ອອກ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ບໍ່ໄດ້ເສບເສນາສະນະອັນມິດງຽບ ຄື ປ່າ ແລະປ່າຕຶບ, ໃນບ່ອນນັ້ນໆ ເຂົາ ວິຕົກຊຶ່ງກາມະວິຕົກແດ່ ຊຶ່ງພະຢາປາທະວິຕົກແດ່ ຊຶ່ງວິຫິງສາວິຕົກແດ່. ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົນທີ່ກາຍກໍບໍ່ອອກຈິຕກໍບໍ່ອອກ.

ພິກຂຸ ທ. ! ບຸຄຄົນທີ່ຊື່ວ່າ ກາຍກໍອອກຈິຕກໍອອກ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ເສບເສນາສະນະອັນມິດງຽບ ຄື ປ່າ ແລະປ່າຕຶບ, ໃນບ່ອນນັ້ນໆ ເຂົາ ວິຕົກຊຶ່ງເນກຂັມມະວິຕົກແດ່ ຊຶ່ງອັບພະຢາປາທະວິຕົກແດ່ ຊຶ່ງວິຫິງສາວິຕົກແດ່. ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົນທີ່ກາຍກໍອອກຈິຕກໍອອກ.

ພິກຂຸ ທ. ! ບຸຄຄົນ ໔ ຈໍາພວກເຫຼົ່ານີ້ແລ ມີຢູ່, ຫາໄດ້ຢູ່ໃນໂລກ.

- ຈຕຸກກ. ອັງ. ໓໑/໓໘໕/໑໓໘.

ໝວດ ຂ. ວ່າດ້ວຍ ລັກສະນະຂອງສັມມາສັງກັປປະ

ອະຣິຍະສັຈຈະວິຕົກ

ໃນຖານະສັມມາສັງກັປປະ

ພິກຂຸ ທ. ! ເຈົ້າທັງຫຼາຍ ຢ່າວິຕົກເຖິງອະກຸສົລວິຕົກທັງຫຼຼາຍ ອັນເປັນບາບ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໓໓

ກ່າວຄື : ກາມະວິຕົກ ພະຢາປາທະວິຕົກ ວິຫິງສາວິຕົກ. ຂໍ້ນັນເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະເຫຕວ່າ ວິຕົກເຫຼົ່ານີ້ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນເບື້ອງຕົ້ນ ພຣົມມະຈັນຣຍ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ຄວາມສງົບລະງັບ ບໍ່ເປັນໄປເພື່ອຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ບໍ່ເປັນໄປເພື່ອນິບພານ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ