ອານິສົງ
ໜ້າ/ 43
ດູຣາພິກຂຸທັງຫຼາຍ ! ອີກປະການໜຶ່ງ ພຣະສາດສະດາ ຫຼື ເພື່ອນ ພຣົມມະຈາຣີຜູ້ຢູ່ໃນສະຖານະບາງຮູບກໍບໍ່ໄດ້ສະແດງທຳແກ່ພິກຂຸ ພິກຂຸກໍບໍ່ໄດ້ສະແດງທຳເທົ່າທີ່ໄດ້ສະດັບ ໄດ້ສຶກສາຮໍ່າຮຽນແກ່ຊົນເຫຼົ່າອື້ນໂດຍພິດສະດານ ແມ້ພິກຂຸກໍບໍ່ໄດ້ທຳການສາທະຍາຍທຳເທົ່າທີ່ໄດ້ສະດັບ ໄດ້ສຶກສາຮໍ່າຮຽນມາໂດຍພິດສະດານ ກໍແຕ່ວ່າພິກຂຸຍ່ອມຕຶກຕອງ ໃຄ້ຄວນທຳເທົ່າທີ່ໄດ້ສະດັບ ໄດ້ສຶກສາຮໍ່າຮຽນດ້ວຍໃຈ ທ່ານຍ່ອມເຂົ້າໃຈອັດທະລົດ ເຂົ້າໃຈທຳໃນທຳນັ້ນ ຕາມທີ່ພິກຂຸຕຶກຕອງໃຄ້ຄວນທຳຕາມທີ່ໄດ້ສະດັັບໄດ້ສຶກສາຮໍ່າຮຽນດ້ວຍໃຈ ເມື່ອທ່ານເຂົ້າໃຈອັດທະລົດເຂົ້າໃຈທຳ ຍ່ອມເກີດປຣາໂມດ ເມື່ອເກີດປຣາໂມດແລ້ວ ຍ່ອມໄດ້ສະເຫສີຍສຸກ ເມື່ອມີສຸກ ຈິດຍ່ອມຕັ້ງໝັ້ນ ດູຣາພິກຂຸທັງຫຼາຍ ນີ້ເປັນເຫດແຫ່ງວິມຸດຂໍ້ທີ່ 4...
ດູຣາພິກຂຸທັງຫຼາຍ ! ອີກປະການໜຶ່ງ ພຣະສາດສະດາ ຫຼື ເພື່ອນ ພຣົມມະຈາຣີຜູ້ຢູ່ໃນສະຖານະບາງຮູບກໍບໍ່ໄດ້ສະແດງທຳແກ່ພິກຂຸ ພິກຂຸກໍບໍ່ໄດ້ສະແດງທຳເທົ່າທີ່ໄດ້ສະດັບ ໄດ້ສຶກສາຮໍ່າຮຽນແກ່ຊົນເຫຼົ່າອື້ນໂດຍພິດສະດານ ພິກຂຸກໍບໍ່ໄດ້ທຳການສາທະຍາຍທຳເທົ່າທີ່ໄດ້ສະດັບໄດ້ສຶກສາຮໍ່າຮຽນມາໂດຍພິດສະດານ ແມ້ພິກຂຸກໍບໍ່ໄດ້ຕຶກຕອງ ໃຄ້ຄວນທຳເທົ່າທີ່ໄດ້ສະດັບສຶກສາຮໍ່າຮຽນມາດ້ວຍໃຈ ກໍແຕ່ວ່າສຳມາທິນິມິດຢ່າງໃດຢ່າງໜຶ່ງ ທ່ານຮໍ່າຮຽນມາດ້ວຍດີ ທຳໄວ້ໃນໃຈດ້ວຍດີຊົງໄວ້ດີ ແທງຕະຫຼອດດ້ວຍດີ ດ້ວຍປັນຍາ ທ່ານຍ່ອມເຂົ້າໃຈອັດທະລົດເຂົ້າໃຈທຳໃນທຳນັ້ນ ຕາມທີ່ທ່ານຮໍ່າຮຽນສຳມາທິນິມິຢ່າງໃດຢ່າງໜຶ່ງມາດ້ວຍດີ ທຳໄວ້ໃນໃຈດ້ວຍດີ ຊົງໄວ້ດ້ວຍດີ ແທງຕະຫຼອດດ້ວຍດີ ດ້ວຍປັນຍາ ເມື່ອທ່ານເຂົ້າໃຈອັດທະລົດເຂົ້າໃຈທຳ ຍ່ອມເກີດປຣາໂມດ ເມື່ອເກີດປຣາໂມດແລ້ວ ຍ່ອມໄດ້ສະເຫສີຍສຸກ ເມື່ອມີສຸກ ຈິດຍ່ອມຕັ້ງໝັ້ນ ດູຣາພິກຂຸທັງຫຼາຍ ນີ້ເປັນເຫດແຫ່ງວິມຸດຂໍ້ທີ່ 5 ເຊິ່ງເປັນເຫດໃຫ້ຈິດຂອງພິກຂຸຜູ້ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວ ທີ່ຍັງບໍ່ຫຼຸດພົ້ນ ອາສະວະທີ່ຍັງບໍ່ສິ້ນໄປ ຍ່ອມເຖິງຄວາມສີ້ນໄປ ຫຼືທ່ານຍ່ອມໄດ້ບັນລຸທຳອັນກະເສມຈາກໂຍຄະຂັ້ນເລີດທີ່ຍັງບໍ່ບັນລຸ.
ພິກຂຸທັງຫຼາຍ ! ເຫດວິມຸດ 5 ປະການນີ້ ເຊິ່ງເປັນເຫດໃຫ້ຈິດຂອງພິກຂຸຜູ້ບໍ່ປະມານ ມີຄວາມພຽນ ມີໃຈເດັດດ່ຽວທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນອາສະວະທີ່ຍັງບໍ່ສີ້ນ ຍ່ອມເຖິງຄວາມສິ້ນໄປ ຫຼືທ່ານຍ່ອມບັນລຸທຳອັນກະເສມຈາກໂຍຄະຂັ້ນຍ້ຽມ ທີ່ຍັງບໍ່ໄດ້ບັນລຸ.
ການຟັງທີ່ຍອດຍ້ຽມກ່ວາການຟັງທັງຫຼາຍ
ບາລີ ສກກ. ອໍ. ເລ່ນທີ່ 22 ໜ້າທີ່ 363 ຂໍ້ທີ່ 301
ພິກຂຸທັງຫຼາຍ ! ກໍສາວະນານຸຕະຣິຍະເປັນຢ່າງໃດ ພິກຂຸທັງຫຼາຍ ບຸກຄົນບາງຄົນໃນໂລກນີ້ ຍ່ອມໄປເພື່ອຟັງສຽງກອງແດ່ ສຽງພີນແດ່ ສຽງເພງຂັບແດ່ ຫຼືສຽງສູງໆ ຕໍ່າໆ ຍ່ອມໄປເພື່ອຟັງທຳຂອງສຳມະນະຫຼືພຣາມຜູ້ເຫັນຜິດ ຜູ້ປະຕິບັດຜິດ ພິກທັງຫຼາຍ ການຟັງນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າການຟັງນີ້ນັ້ນເປັນກິດບໍ່ດີ ເປັນຂອງຊາວບ້ານ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນໄປເພື່ອຄວາມເບຶ່ອໜ່າຍເພື່ອຄາຍກຳນັດ ເພື່ອຄວາມດັບ ເພື່ອສະງົບລະງັບ ເພື່ອຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິພານ.
ພິກຂຸທັງຫຼາຍ ! ສ່ວນຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງ ໝັ້ນ ມີສັດທາບໍ່ຫວັ່ນໄຫວມີຄວາມເຫຼື່ອມໃສຍິ່ງ ຍ່ອມໄປຟັງທຳຂອງຕະຖາຄົດຫຼືສາວົກຂອງຕະຖາຄົດ ການຟັງນີ້ຍອດຍ້ຽມກ່ວາການຟັງທັງຫຼາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸດແຫ່ງສັດທັ້ງຫຼາຍເພື່ອກ້າວລ່ວງຄວາມໂສກ ແລະ ຄວາມຮໍ່າໄຮ ເພື່ອຄວາມດັບສູນແຫ່ງທຸກ ແລະ ໂທມະນັດ ເພື່ອບັນລຸຍາຍະທຳ ເພື່ອທຳໃຫ້ແຈ້ງຊິ່ງນິພານ.
ພິກຂຸທັງຫຼາຍ ! ຂໍທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວມີຄວາມເລື່ອມໃສຍິ່ງ ໄປເພື່ອຟັງທຳ ຂອງຕະຖາຄົດຫຼືສາວົກຂອງຕະຖາຄົດ ນີ້ເຮົາຮ້ອງວ່າສາວະນານຸຕະຣິຍະ ກໍທັດສະນານຸຕະຣິຍະ ສາວະນານຸຕະຣິຍະ ເປັນດັງນີ້.
ຕັ້ງໃຈ ໃສ່ໃຈ ຟັງທຳ
ພາສາໄທ ສະບັບຫຼວງ ເຫຼັ້ມທີ່ 19 ໜ້າ 123 ຂໍ້ 492








