ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ກໍແຕ່ວ່າການປະສົບຄວາມພໍໃຈອັນໃນອະຣະຫັດຕະຜົນຍ່ອມມີໄດ້ເພາະການສຶກສາຕາມລຳດັບເພາະການກະທຳໂດຍຕາມລຳດັບເພາະການປະຕິບັດໂດຍຕາມລຳດັບ

ພິກສຸທັງຫຼາຍ ! ກໍ່ການປະກອບຄວາມພໍໃຈໃນອະຣະຫັດຕະຜົນຍ່່ອມມີໄດ້ດ້ວຍການສຶກສາຕາມລຳດັບເພາະການກະທຳດ້ວຍຕາມລຳດັບເພາະການປະຕິບັດໂດຍຕາມລຳດັບເປັນຢ່າງໃດ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍຣະນີນີ້ເປັນຜູ້ມີສັດທາເກີດຂຶ້ນແລ້ວຍ່ອມເຂົ້າໄປຫາຜູ້ເຖິງອາຣິຍະສັດ (ສັບປະບຸລັດ)ເມື່ອເຂົ້າໄປນັ່ງໃກ້ຍ້ອມງ່ຽງຫູລົງຟັງ ຜູ້ງ່ຽງຫູລົງຟັ່ງຍ່ອມໄດ້ຟັງທໍາເມື່ອຟັງທໍາແລ້ວຍ່ອມຊົງຈຳທໍາໄວ້ຍ່ອມໃຄ້ຄວນພິຈານາເນື້ອຄວາມແຫ່ງທໍາທັງຫຼາຍທີ່ຕົນຊົງຈຳໄວ້ເມື່ອທຳທົນຕໍ່ການເພັ່ງພິສູດມີຢູ່ສັນທະ (ຄວາມພໍໃຈ) ຍ່ອມເກີດຂຶ້ນ ຜູ້ເກີດສັນທະແລ້ວ ຍ່ອມມີອຸດສາຫະ ຄັນມີອຸດສາຫະແລ້ວ ຍ່ອມຈະພິຈາລະນາຄວາມສົມດຸນແຫ່ງທໍາ ຄັນພິຈາລະນາຄວາມສົມດຸນແຫ່ງທໍາແລ້ວຍ່ອມຕັ້ງຕົນໄວ້ໃນທໍາ ຜູ້ມີຕົນສົ່ງໄປແລ້ວໃນທໍາຢູ່ຍ່ອມກະທຳໃຫ້ແຈ້ງເຊິ່ງບະໂຣມມະສັດດ້ວຍທຳມະກາຍດ້ວຍ ຍ່ອມເຫັນແຂ້ງແທງຕະຫຼອດ ເຊິ່ງບົດບະໂຣມມະສັດ ດ້ວຍປັນຍາດ້ວຍ.

ຫົນທາງເຂົ້າສູ່ວິມຸດ 5 ປະການ

ສະບັບຫຼວງ ເຫຼັ້ມທີ່ 22 ໜ້າທີ 20 – 22 ຂໍ້ທີ່ 26

ພິກຂຸທັງຫຼາຍ ! ເຫດວິມຸດ 5 ປະການນີ້ ເຊິ່ງເປັນເຫດໃຫ້ຈິດຂອງພິກຂຸຜູ້ບໍ່ປະມານ ມີຄວາມພຽນ ມີໃຈເດັດດ່ຽວທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນອາສະວະທີ່ຍັງບໍ່ສີ້ນ ຍ່ອມເຖິງຄວາມສິ້ນໄປ ຫຼືທ່ານຍ່ອມບັນລຸທຳອັນກະເສມຈາກໂຍຄະຂັ້ນຍ້ຽມ ທີ່ຍັງບໍ່ໄດ້ບັນລຸ ເຫດແຫ່ງວິມຸດ 5 ປະການເປັນຢ່າງໃດ ?

ດູຣາພິກຂຸທັງຫຼາຍ ! ພຣະສາດສະດາຫຼືເພື່ອນພຣົມມະຈາຣີຜູ້ຢູ່ໃນຖານະຄູບາງຮູບ ສະແດງທຳແກ່ພິກຂຸໃນທຳມະວິໃນນີ້ ທ່ານຍ່ອມເຂົ້າໃຈອັດຖະລົດເຂົ້າໃຈທຳນັ້ນ ຕາມທີ່ພຣະສາດສະດາ ຫຼືເພື່ອນພົມມະຈາລີຜູ້ຢູ່ໃນຖານະຄູສະແດງແກ່ທ່ານ ເມື່ອທ່ານເຂົ້າໃຈອັດທະລົດ ເຂົ້າໃຈທຳຍ່ອມເກີດປຣາໂມດ ເມື່ອເກີດປຣາໂມດແລ້ວ ຍ່ອມໄດ້ສະເຫສີຍສຸກ ເມື່ອມີສຸກ ຈິດຍ່ອມຕັ້ງໝັ້ນ.

ດູຣາພິກຂຸທັງຫຼາຍ ! ນີ້ເປັນເຫດແຫ່ງວິມຸດຂໍ້ທີ່ 1 ເຊິ່ງເປັນເຫດໃຫ້ຈິດຂອງພິກຂຸຜູ້ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວ ທີ່ຍັງບໍ່ຫຼຸດພົ້ນ ອາສະວະທີ່ຍັງບໍ່ສິ້ນໄປ ຍ່ອມເຖິງຄວາມສີ້ນໄປ ຫຼືທ່ານຍ່ອມໄດ້ບັນລຸທຳອັນກະເສມຈາກໂຍຄະຂັ້ນເລີດທີ່ຍັງບໍ່ບັນລຸ.

ດູຣາພິກຂຸທັງຫຼາຍ ! ອີກປະການໜຶ່ງ ພຣະສາດສະດາ ຫຼື ເພື່ອນ ພຣົມມະຈາຣີຜູ້ຢູ່ໃນຖານະຄູບາງຮູບ ກໍບໍ່ສະແດງທຳແກ່ພິກຂຸແຕ່ກໍວ່າພິກຂຸຍ່ອມສະແດງທຳເທົ່າທີ່ໄດ້ສະດັບສຶກສາຮໍ່າຮຽນແກ່ຊົນເຫຼົ່າອື້ນໂດຍພິດສະດານ ທ່ານຍ່ອມເຂົ້າໃຈອັດຖະລົດເຂົ້າໃຈທຳນັ້ນ ທີ່ພິກຂຸສະແດງທຳເທົ່າທີ່ໄດ້ສະດັບ ໄດ້ສຶກສາຮໍ່າຮຽນແກ່ຊົນເຫຼົ່າອື້ນໂດຍພິດສະດານ ເມື່ອທ່ານເຂົ້າໃຈອັດທະລົດ ເຂົ້າໃຈທຳຍ່ອມເກີດປຣາໂມດ ເມື່ອເກີດປຣາໂມດແລ້ວ ຍ່ອມໄດ້ສະເຫສີຍສຸກ ເມື່ອມີສຸກ ຈິດຍ່ອມຕັ້ງໝັ້ນ ດູຣາພິກຂຸທັງຫຼາຍ ນີ້ເປັນເຫດແຫ່ງວິມຸດຂໍ້ທີ່ 2...

ດູຣາພິກຂຸທັງຫຼາຍ ! ອີກປະການໜຶ່ງ ພຣະສາດສະດາ ຫຼື ເພື່ອນ ພຣົມມະຈາຣີຜູ້ຢູ່ໃນຖານະຄູບາງຮູບ ກໍບໍ່ສະແດງທຳແກ່ພິກຂຸ ແມ້ພິກຂຸກໍບໍ່ໄດ້ສະແດງທຳເທົ່າທີ່ໄດ້ສະດັບ ໄດ້ສຶກສາຮໍ່າຮຽນແກ່ຊົນເຫຼົ່າອື້ນໂດຍພິດສະດານ ກໍແຕ່ວ່າພິກຂຸຍ່ອມທຳການສາທະຍາຍທຳເທົ່າທີ່ໄດ້ສະດັບ ໄດ້ສຶກສາຮໍ່າຮຽນແກ່ຊົນເຫຼົ່າອື້ນໂດຍພິດສະດານ ທ່ານຍ່ອມເຂົ້າໃຈອັດທະລົດ ເຂົ້າໃຈທຳນັ້ນ ຕາມທີ່ພິກຂຸສາທະຍາຍທຳເທົ່າທີ່ໄດ້ສຶກສາຮໍ່າຮຽນມາໂດຍພິດສະດານ ເມື່ອທ່ານເຂົ້າໃຈອັດທະລົດ ເຂົ້າໃຈທຳຍ່ອມເກີດປຣາໂມດ ເມື່ອເກີດປຣາໂມດແລ້ວ ຍ່ອມໄດ້ສະເຫສີຍສຸກ ເມື່ອມີສຸກ ຈິດຍ່ອມຕັ້ງໝັ້ນ ດູຣາພິກຂຸທັງຫຼາຍ ນີ້ເປັນເຫດແຫ່ງວິມຸດຂໍ້ທີ່ 3...

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ