ອານິສົງ

ໜ້າ/ 43

ພຣະຜູ້ມີພຣະພາກຕຣັດວ່າ ດູກ່ອນອານົນອີນຊີຂອງຜັດຄຸນໜະຈະບໍ່ຜ່ອງໃສໄດ້ຈັ່ງໃດ ຈິດຂອງຜັດຄຸນໜະພິກຂຸກບໍ່ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5 ຈິດຂອງຜັດຄຸນໜະພິກຂຸນັ້ນ ກໍໍຫຼຸດພົ້ນແລ້ວຈາກສັງໂຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5 ເພາະໄດ້ຟັງທຳມະເທດສະໜານັ້ນ.

ດູຣາອານົນອານິສົງໃນການຟັງທຳໃນການອັນຄວນ ໃນການໃຄ້ຄວນເນື້ອຄວາມແຫ່ງທຳ ໂດຍການອັນຄວນ 6 ປະການນີ້ 6 ປະການເປັນຢ່າງໃດ ?

ດູຣາອານົນ ! ຈິດຂອງພິກຂຸໃນທຳມະວິໄນນີ້ ຍັງບໍ່ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ໃນເວລາໃກ້ຕາຍທ່ານໄດ້ເຫັນຕະຖາຄົດ ຕະຖາຄົດຍ່ອມສະແດງທຳວອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິງຂອງທ່ານຍ່ອມຫຼຸດພົ້ນຈາກສັງໂຫຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5 ເພາະໄດ້ຟັງທຳມະເທດສະໜານັ້ນ

ດູຣາອານົນ ! ນີ້ເປັນອານິສົງຂໍ້ທີ່ 1 ໃນການຟັງທຳໂດຍການອັນຄວນ.

ອີກປະການໜຶ່ງ ຈິດຂອງພິກຂຸ ຍັງບໍ່ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ໃນເວລາໃກ້ຕາຍທ່ານບໍ່ໄດ້ເຫັນຕະຖາຄົດເລີຍ ແຕ່ໄດ້ເຫັນສາວົກຂອງພຣະຕະຖາຄົດ ສາວົກຂອງພຣະຕະຖາຄົດ ຍ່ອມສະແດງທຳອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິງຂອງທ່ານຍ່ອມຫຼຸດພົ້ນຈາກສັງໂຫຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5 ເພາະໄດ້ຟັງທຳມະເທດສະໜານັ້ນ

ດູຣາອານົນ ! ນີ້ເປັນອານິສົງຂໍ້ທີ່ 2 ໃນການຟັງທຳໂດຍການອັນຄວນ.

ອີກປະການໜຶ່ງ ຈິດຂອງພິກຂຸ ຍັງບໍ່ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ໃນເວລາໃກ້ຕາຍທ່ານບໍ່ໄດ້ເຫັນຕະຖາຄົດ ແລະ ບໍ່ໄດ້ເຫັນສາວົກຂອງພຣະຕະຖາຄົດເລີຍ ແຕ່ທ່ານຍ່ອມຕຶກຕອງເພັ່ງດ້ວຍໃຈ ເຊິ່ງທຳຕາມທີ່ໄດ້ຟັງມາໄດ້ຮຽນມາ ເມື່ອທ່ານຕືກຕອງເພັ່ງດ້ວຍໃຈ ເຊິ່ງທຳຕາມທີ່ໄດ້ຟັງມາ ໄດ້ຮຽນມາຢູ່ ຈິງຂອງທ່ານຍ່ອມຫຼຸດພົ້ນຈາກສັງໂຫຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5.

ດູຣາອານົນ ! ນີ້ເປັນອານິສົງຂໍ້ທີ່ 3 ໃນການໃຄ້ຄວນເນື້ອຄວາມແຫ່ງທຳໂດຍການອັນຄວນ.

ດູຣາອານົນ ! ຈິດຂອງພິກຂຸໃນທຳມະວິໄນນີ້ ໄດ້ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ແຕ່ຈິດຂອງທ່ານຍັງບໍ່ນ້ອມໄປໃນນິພານອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ໄດ້ ໃນເວລາໄກ້ຕາຍ ທ່ານຍ່ອມໄດ້ເຫັນພຮະຕະຖາຄົດ ພຣະຕະຖາຄົດຍ່ອມສະແດງທຳອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິດຂອງທ່ານນ້ອມໄປໃນນິພານ ອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ມີ ເພາະໄດ້ຟັງທຳມະເສດສະໜານັ້ນ.

ດູຣາອານົນ ! ນີ້ເປັນອານິສົງຂໍ້ທີ່ 4 ໃນການຟັງທຳໂດຍການອັນຄວນ.

ອີກປະການໜຶ່ງ ຈິດຂອງພິກຂຸຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ແຕ່ຈິດຂອງທ່ານຍັງບໍ່ນ້ອມໄປໃນນິພານອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ໄດ້ ໃນເວລາໄກ້ຕາຍ ທ່ານຍ່ອມບໍ່ໄດ້ເຫັນພຮະຕະຖາຄົດ ແຕ່ທ່ານຍ່ອມໄດ້ເຫັນສາວົກຂອງພຮະຕະຖາຄົດ ສາວົກຂອງ ພຮະຕະຖາຄົດຍ່ອມສະແດງທຳອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດ ພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິດຂອງທ່ານນ້ອມໄປໃນນິພານ ອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ມີ ເພາະໄດ້ຟັງທຳມະເສດສະ ໜານັ້ນ.

ດູກ່ອນອານົນ ! ນີ້ເປັນອານິສົງຂໍ້ທີ່ 5 ໃນການຟັງທຳໂດຍການອັນຄວນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ