ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ນີ້ເປັນອານິສົງປະການທີ່ 4 ແຫ່ງທຳທັງຫຼາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ອັນບຸກຄົນເພີ່ງຫວັງໄດ້.

ທຳມະສວນສູດ

ສະບັບຫຼວງ 22/220/202.

ພິກຂຸທັງຫຼາຍ ! ອານິສົງໃນການຟັງທຳ 5 ປະການນີ້ 5 ປະການເປັນຢ່າງໃດ ຄື:

ຜູ້ຟັງຍ່ອມໄດ້ຟັງສິ່ງທີ່ຍັງບໍ່ເຄີຍໄດ້ຟັງ 1

ຍ່ອມເຂົ້າໃຈຊັດສິ່ງທີ່ໄດ້ຟັງມາແລ້ວ 1

ຍ່ອມບັນເທົາຄວາມສົງໃສໄດ້ 1

ຍ່ອມທຳຄວາມເຫັນໃຫ້ຕົງ 1

ຈິດຂອງຜູ້ຟັງຍ່ອມເລື່ອມໃສ 1

ພິກຂຸທັງຫຼາຍ ! ອານິສົງໃນການຟັງທຳ 5 ປະການນີ້ແລ.

ຜັດຄຸນໜະສູດ

ພຣະໄຕປີດົກໄທ(ສະບົບຫຼວງ) 22/343-345/327

ກໍສະໃໝນັ້ນ ທ່ານພຣະຜັດຄຸນໜະອາພາດ ມີທຸກເປັນໄຂ້ໜັກ ຄັ້ງນັ້ນ ທ່ານພຣະອານົນເຂົ້າໄປເຟົ້າພຣະຜູ້ມີພຣະພາກເຖິງທີ່ຢູ່ ໄດ້ກາບນ້ອບນ້ອມແລ້ວນັ່ງ ຢູ່ທີ່ຄວນສ່ວນຂ້າງໜຶ່ງ ເມື່ອນັ່ງແລ້ວ ໄດ້ເວົ້າວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ທ່ານພຣະຜັດຄຸນນະອາພາດ ມີທຸກເປັນໄຂ້ໜັກ ຂ້າແຕ່ພຣະອົງຜູ້ຈະເລີນ ຂໍພຣະທານພຣະໂອກາດ ຂໍພຣະຜູ້ມີພຣະພາກຊົງອາໃສຄວາມອະນຸເຄາະ ເຂົ້າໄປຢ້ຽມທ່ານພຣະຜັດຄຸນໜະແດ່ເຖີດ ພຣະຜູ້ມີພຣະພາກໄດ້ຮັບຮູ້ແລ້ວ ຄັ້ງນັ້ນແລເປັນເວລາທ່ຽງ ພຣະຜູ້ມີພຣະພາກ ໄດ້ອອກຈາກທີ່ຢູ່ ແລ້ວໄປຢ້ຽມທ່ານພຣະຜັດຄຸນນະເຖິງທີ່ຢູ່ ທ່ານພຣະຜັດຄຸນໜະໄດ້ເຫັນພຣະຜູ້ມີພະພາກກຳລັງຢ່າງມາແຕ່ໄກ ແລ້ວລຸກຈາກຕຽງ ລຳດັບນັ້ນ ພຣະຜູມີພຣະພາກໄດ້ຕຣັດກັບທ່ານພຣະຜັດຄຸນໜະວ່າ ທ່ານຢ່າລຸກຂື້ນຈາກຕຽງ ອາສະນະເຫຼົ່ານີ້ອັນຜູ້ອື່ນປູໄວ້ມີຢູ່ ເຮົາຈະນັ່ງຢູ່ເທິງອາສະນະນັ້ນ ພຣະຜູ້ມີພຣະພາກໄດ້ນັ່ງເທິງອາສະນະທີ່ໄດ້ປູໄວ້ແລ້ວ ຄັ້ງແລ້ວ ໄດ້ຕຣັດຖາມທ່ານພຣະຜັດຄຸນໜະວ່າ:

ດູຣາຜັດຄຸນໜະ ທ່ານພໍອົດທົນໄດ້ບໍ ? ພໍຍັງອັດຕິພາບໃຫ້ເປັນໄປໄດ້ບໍ່ ? ທຸກຂະເວທະນາຍ່ອມບັນເທົາບໍ່ເພິ່ມຂື້ນ ຫຼື ປາກົດວ່າບັນເທົາ ບໍ່ກຳເລີ່ມບໍ? ທ່ານພຣະຜັດຄຸນໜະ ກ່າວວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ທຸກຂະເວທະນາຂອງຂະນ້ອຍເພີ່ມຂື້ນບໍ່ບັນເທົາ ປະກົດວ່າເພີ່ມຂື້ນບໍ່ບັນເທົາເລີຍຂ້າແຕ່ພຣະອົງຜູ້ຈະເລີນ ປຽບເໝືອນບຸລຸດ ມີກຳລັງເພິ່ງປາດຫົວດ້ວຍມີດໂກນທີ່ຄົມສັນໃດ ລົມທີ່ສຽດແທງຫົວຂອງຂະນ້ອຍກໍສັນນັ້ນ.

ຂ້າແຕ່ພຣະອົງຜູ້ຈະເລີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ທຸກຂະເວທະນາຂອງຂະນ້ອຍເພີ່ມຂື້ນຫຼາຍບໍ່ບັນເທົາ ປະກົດວ່າເພີ່ມຂື້ນບໍ່ບັນເທົາເລີຍປຽບເໝືອນບຸລຸດ ມີກຳລັງເພິ່ງເອົາເຊືອກທີ່ໜຽວແນ້ນພັນຫົວ ສັນໃດ ຄວາມເຈັບປວດທີ່ຫົວຂະນ້ອຍກໍມີປະມານຍິ່ງ ສັນນັ້ນ.

ຂ້າແຕ່ພຣະອົງຜູ້ຈະເລີນ ຂ້ານ້ອຍອົດທົນບໍ່ໄດ້ປຽບເໝືອນບຸລຸດຜູ້ຂ້າງົວ ຫຼື ລູກມືຂອງຜູ້ຂ້າງົວ ເປັນຄົນຂະຫຍັນເພິ່ງ ໃຊ້ມີດທີ່ຄົມ ປາດທ້ອງງົວ ສັນໃດ ລົມທີ່ມີປະມານຍິ່ງຍ່ອມສຽດແທງທ້ອງຂອງຂະນ້ອຍ ສັນນັ້ັນ.

ຂ້າແຕ່ພຣະອົງຜູ້ຈະເລີນ ຂ້ານ້ອຍອົດທົນບໍ່ໄດ້... ປຽບເໝືອນບຸລຸດຜູ້ມີກຳລັງສອງຄົນ ຈັບບຸລຸດຜູ້ອ່ອນກຳລັງຄົນດຽວທີ່ແຂນຄົນລະຂ້າງ ແລ້ວໄດ້ເຜົາຢູ່ເທິງຂຸມຖ່ານໄຟ ສັນໃດ ຄວາມຮ້ອນທີ່ກາຍຂອງຂະນ້ອຍມີປະມານຍິ່ງສັນນັ້ນ.

ຂ້າແຕ່ພຣະອົງຜູ້ຈະເລີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ທຸກຂະເວທະນາຂອງຂະນ້ອຍເພີ່ມຂື້ນຫຼາຍບໍ່ບັນເທົາ ປະກົດວ່າເພີ່ມຂື້ນບໍ່ບັນເທົາເລີຍ ລຳດັບນັ້ນແລ ພຣະຜູ້ມີພຣະພາກໄດ້ຊີ້ແຈງດ້ວຍທຳມີຄາຖາໃຫ້ທ່ານພຣະຜັດຄຸນໜະເຫັນແຈ້ງ ໃຫ້ສະມາທານອາດຫານ ລ່າເລີງ ແລ້ວໄດ້ລຸກຈາກອາສະນະໄປ ເມື່ອພຣະຜູ້ມີພຣະພາກໄປແລ້ວບໍ່ດົນທ່ານພຣະຜັດຄຸນໜະໄດ້ທຳກາລະ ແລະໃນເວລາຕາຍ ອີນຊີຂອງພຣະຜັດຄຸນໜະ ຜ່ອງໃສຫຼາຍ.

ຄັ້ງນັ້ນ ທ່ານພຣະອານົນເຂົາໄປເຟົ້າພຣະຜູ້ມີພຣະພາກເຖິງທີ່ຢູ່ແລ້ວໄດ້ກາບນ້ອບນ້ອມແລ້ວນັ່ງທີ່ຄວນສ່ວນຂ້າງໜຶ່ງ ຄັ້ນແລ້ວໄດ້ ກ່າວວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ເມື່ອພຣະຜູ້ມີພຣະພາກກັບມາໄດ້ບໍ່ດົນ ທ່ານພຣະຜັດຄົນໜະກໍໄດ້ທຳກາລະ ແລະໃນເວລາຕາຍອີນຊີຂອງທ່ານພຣະຜັດຄົນໜະຜ່ອງໃສຫຼາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ