ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂທມະນັສ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາຮູ້ແຈ້ງ ເຖິງຄວາມເປັນຂອງບໍ່ທ່ຽງຂອງຮູບທັງຫຼາຍ ຄວາມແປປ່ຽນ ຄວາມຈາງຄາຍ ຄວາມກໍາໜັດຍິນດີ ແລະຄວາມດັບບໍ່ເຫຼືອຂອງຮູບທັງຫຼາຍ ເຫັນຢູ່ດ້ວຍປັນຍາອັນຊອບ ຕົງຕາມທີ່ເປັນຈິງ ເຊັ່ນນີ້ວ່າ “ຮູບທັງຫຼາຍໃນກາລກ່ອນ ຫຼືໃນບັດນີ້ກໍຕາມ ຮູບທັງໝົດເຫຼົ່ານັ້ນ ເປັນຂອງບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້ ແລ້ວເຂົາຍ່ອມເຂົ້າໄປຕັ້ງໄວ້ ຊຶ່ງຄວາມເຝົ້າຫວັງໄດ້ ໃນອະນຸດຕະຣະວິໂມກຂ໌ທັງຫຼາຍ ວ່າ “ເມື່ອໃດໜໍ ! ເຮົາຈະເຂົ້າເຖິງ ຊຶ່ງອາຍະຕະນະນັ້ນ ແລ້ວແລຢູ່ ອັນເປັນອາຍະຕະນະ ທີ່ພຣະອະຣິຍະເຈົ້າທັງຫຼາຍເຂົ້າເຖິງ ຊຶ່ງອາຍະຕະນະນັ້ນ ແລ້ວແລຢູ່ ໃນບັດນີ້” ດັ່ງນີ້. ເມື່ອເຂົາເຂົ້າໄປຕັ້ງໄວ້ ຊຶ່ງຄວາມເຝົ້າຫວັງໄດ້ ໃນອະນຸດຕະຣະວິໂມກຂ໌ທັງຫຼາຍຢູ່ ດັ່ງນີ້ ຍ່ອມເກີດຄວາມໂທມະນັດສະຂຶ້ນ ເພາະຄວາມເຝົ້າຫວັງໄດ້ ນັ້ນເປັນປັຈຈັຍ. ຄວາມໂທມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂທມະນັດສະນີ້ ເອີ້ນວ່າ ຄວາມໂທມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ເນກຂັມມະສິຕໂທມະນັສ)
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໘໙
(ໃນກໍລະນີ ທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂທມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ.
ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ອຸເປກຂາເນື່ອງດ້ວຍເຢົ້າເຮືອນ (ເຄຫະສິຕອຸເປກຂາ) ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເພາະເຫັນຮູບດ້ວຍຕາ ແລ້ວອຸເປກຂາກໍເກີດຂຶ້ນແກ່ຄົນພານຜູ້ຫຼົງ ຜູ້ໂງ່ງ່າວ ຜູ້ປຸຖຸຊົນ ຜູ້ຍັງບໍ່ຊະນະກິເລສ ຜູ້ຍັງບໍ່ຊະນະວິບາກ ຜູ້ບໍ່ເຫັນໂທດ ຜູ້ບໍ່ໄດ້ຍິນໄດ້ຟັງ. ອຸເປກຂາໃດຊຶ່ງເປັນອຸເປກຂາຂອງປຸຖຸຊົນ ອຸເປກຂານັ້ນ ບໍ່ອາດຈະເປັນໄປຂ້າມ (ພົ້ນ) ຊຶ່ງວິໄສແຫ່ງຮູບ ເພາະເຫຕນັ້ນ ເຮົາເອີ້ນ ອຸເປກຂານັ້ນ ວ່າ ອຸເປກຂາເນື່ອງດ້ວຍເຢົ້າເຮືອນ. (ໃນກໍລະນີ ທີ່ກ່ຽວກັບສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເອີ້ນເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືອຸເປກຂາເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ.
ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາຮູ້ແຈ້ງເຖິງຄວາມເປັນຂອງບໍ່ທ່ຽງຂອງຮູບທັງຫຼາຍ ຄວາມແປປ່ຽນ ຄວາມຈາງຄາຍຄວາມກໍາໜັດຍິນດີ ແລະຄວາມດັບບໍ່ເຫຼືອຂອງຮູບທັງຫຼາຍ ເຫັນຢູ່ດ້ວຍປັນຍາອັນຊອບ ຕົງຕາມທີ່ເປັນຈິງ ເຊັ່ນນີ້ ວ່າ “ຮູບທັງຫຼາຍໃນກາລກ່ອນ ຫຼືໃນບັດນີ້ກໍຕາມ ຮູປທັງໝົດເຫຼົ່ານັ້ນ ເປັນຂອງບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້ ແລ້ວເກີດອຸເປກຂາຂຶ້ນ. ອຸເປກຂາໃດ ມີລັກສະນະເຊັ່ນນີ້ ອຸເປກຂານັ້ນ ບໍ່ອາດຈະເປັນໄປຂ້າມ (ພົ້ນ) ຊຶ່ງວິໄສແຫ່ງຮູບ ເພາະເຫຕນັ້ນ ເຮົາເອີ້ນ ອຸເປກຂານັ້ນ ວ່າ ອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ເນກຂັມມະສິຕະອຸເປກຂາ). (ໃນກໍລະນີ ທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເອີ້ນເທົ່ານັ້ນ).
໑໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເຫຼົ່ານີ້ ຄືອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງແລ.
ພິກຂຸ ທ. ! ຄໍາໃດ ທີ່ເຮົາກ່າວ ວ່າ “ຕ້ອງຮູ້ຈັກທາງຈອຣ (ແຫ່ງຈິຕ) ຂອງສັຕ ໓໖ ຢ່າງ” ດັ່ງນີ້ ນັ້ນ, ຄໍານັ້ນ ເຮົາກ່າວອາໄສຄວາມຂໍ້ນີ້ ແລ.
- ອຸປຣິ. ມ. ໑໔/໔໐໒-໔໐໕/໖໒໔-໖໓໐.
ການເກີດຂອງເວທະນາເທົ່າກັບການເກີດຂອງທຸກຂ໌








