ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄໍາທີ່ເຮົາ ກ່າວວ່າ “ຕ້ອງຮູ້ຈັກທາງຈອຣ (ແຫ່ງຈິຕ) ຂອງສັຕ ໓໖ ຢ່າງ” ດັ່ງນີ້ ນັ້ນ, ຂໍ້ນັ້ນ ເຮົາກ່າວອາໄສຫຼັກເກນອັນໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເຮົາກ່າວອາໄສຫຼັກເກນ ຄືຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ,ຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ, ຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ, ຄວາມໂທມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ, ອຸເປກຂາ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ, ອຸເປກຂາ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ.
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໘໗
ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາມອງເຫັນການໄດ້ຊຶ່ງຮູບ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ໜ້າຊື່ນບານໃຈ ອັນເນື່ອງໃນຄວາມເປັນເຫຍື່ອໂລກໃນທາງຕາ ວ່າເປັນສິ່ງທີ່ຕົນກໍາລັງໄດ້ຢູ່ກໍຕາມ, ຫຼືວ່າເມື່ອລະລຶກເຖິງຮູບເຊັ່ນນັ້ນ ອັນຕົນເຄີຍໄດ້ແລ້ວແຕ່ກາລກ່ອນ ຊຶ່ງລ່ວງແລ້ວດັບສິ້ນ ແປປ່ຽນໄປແລ້ວກໍຕາມ ແລ້ວເກີດຄວາມໂສມະນັດສະຂຶ້ນ. ຄວາມໂສມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂສມະນັດສະນີ້ ເອີ້ນວ່າ ຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ (ເຄຫະສິຕະໂສມະນັສ). (ໃນກໍລະນີທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມ ອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂສມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ.
ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາຮູ້ແຈ້ງ ເຖິງຄວາມເປັນຂອງບໍ່ທ່ຽງຂອງຮູບທັງຫຼາຍ ຄວາມແປປ່ຽນ ຄວາມຈາງຄາຍ ຄວາມກໍາໜັດຍິນດີ ແລະຄວາມດັບບໍ່ເຫຼືອຂອງຮູບທັງຫຼາຍ ເຫັນຢູ່ດ້ວຍປັນຍາອັນຊອບ ຕົງຕາມທີ່ເປັນຈິງ ເຊັ່ນນີ້ວ່າ “ຮູບທັງຫຼາຍໃນກາລກ່ອນ ຫຼືໃນບັດນີ້ກໍຕາມ ຮູບທັງໝົດເຫຼົ່ານັ້ນ ເປັນຂອງບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້ ແລ້ວເກີດຄວາມໂສມະນັດສະຂຶ້ນ. ຄວາມໂສມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂສມະນັດສະນີ້ ເອີ້ນວ່າ ຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ເນກຂັມມະສິຕະໂສມະນັດສະ). (ໃນກໍລະນີ ທີ່ກ່ຽວກັບສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂສມະນັດສະ ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ໖ ຢ່າງ.
໑໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ໃນເວທະນາທັງຫຼາຍເຫຼົ່ານັ້ນ, ຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອຄົນເຮົາມອງເຫັນ ການບໍ່ໄດ້ຊຶ່ງຮູບອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ໜ້າຊື່ນບານໃຈ ອັນເນື່ອງໃນຄວາມເປັນເຫຍື່ອໂລກ ໃນທາງຕາ ວ່າເປັນສິ່ງທີ່ຕົນບໍ່ໄດ້ກໍຕາມ, ຫຼືວ່າເມື່ອລະລຶກເຖິງຮູບເຊັ່ນນັ້ນ ອັນຕົນຍັງບໍ່ເຄີຍໄດ້ແຕ່ກາລກ່ອນ ຊຶ່ງລ່ວງລັບດັບສິ້ນ ແປປ່ຽນໄປແລ້ວກໍຕາມ ແລ້ວເກີດຄວາມໂທມະນັດສະຂຶ້ນ. ຄວາມໂທມະນັດສະໃດ ມີລັກສະນະເຊັ່ນນີ້ ຄວາມໂທມະນັດສະນີ້ ເອີ້ນວ່າ ຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ (ເຄຫະສິຕະໂທມະນັດສະ). (ໃນກໍລະນີ ທີ່ກ່ຽວກັບ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມອີກ ໕ ຢ່າງ ກໍຕຣັດດັ່ງດຽວກັບຂໍ້ວ່າດ້ວຍຮູບ ຜິດກັນແຕ່ຊື່ເທົ່ານັ້ນ). ພິກຂຸ ທ. ! ເຫຼົ່ານີ້ ຄືຄວາມໂທມະນັດສະ ເນື່ອງດ້ວຍເຢົ້າເຮືອນ ໖ ຢ່າງ.








