ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ໃນກາລະຍືດຍາວດົນນານຝ່າຍອະດີຕ, ສະມະນະຫຼືພຣາມເຫຼົ່າໃດ ປະກາດທັມທີ່ຕົນຮູ້ດີຍິ່ງແລ້ວຕາມເປັນຈິງ ສະມະນະຫຼືພຣາມເຫຼົ່ານັ້ນ ທຸກທ່ານປະກາດແລ້ວຊຶ່ງຄວາມຈິງອັນປະເສີດສີ່ຢ່າງ, ໃນກາລະຍືດຍາວດົນນານຝ່າຍອະນາຄົຕ, ສະມະນະຫຼືພຣາມເຫຼົ່າໃດ ຈະປະກາດທັມທີ່ຕົນຮູ້ດີຍິ່ງແລ້ວຕາມເປັນຈິງ ສະມະນະຫຼືພຣາມເຫຼົ່ານັ້ນ ທຸກທ່ານຈະປະກາດຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ໃນກາລະເປັນປັຈຈຸບັນນີ້, ສະມະນະຫຼືພຣາມເຫຼົ່າໃດ ປະກາດຢູ່ຊຶ່ງທັມທີ່ຕົນຮູ້ດີຍິ່ງແລ້ວຕາມເປັນຈິງ ສະມະນະຫຼືພຣາມເຫຼົ່ານັ້ນ ທຸກທ່ານຍ່ອມປະກາດຢູ່ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ຄວາມຈິງອັນປະເສີດສີ່ຢ່າງນັ້ນ ເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດຄືທຸກຂ໌, ເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນເພື່ອໃຫ້ ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໒໓/໑໖໕໙.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໗໓

ມີບຸຄຄົລບວດແລ້ວຮູ້ອະຣິຍະສັຈຈ໌ ທັງໃນອະດີຕ-ອະນາຄົຕ-ປັຈຈຸບັນ

ພິກຂຸ ທ. ! ໃນກາລະຍືດຍາວດົນນານຝ່າຍອະດີຕ, ກຸລະບຸຕເຫຼົ່າໃດ ອອກຈາກ ເຮືອນບວດແລ້ວ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນ ໄດ້ຮູ້ພ້ອມຍິ່ງແລ້ວຕາມເປັນຈິງ, ກຸລະບຸຕທັງໝົດນັ້ນ ໄດ້ຮູ້ພ້ອມຍິ່ງແລ້ວ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ໃນກາລະຍືດຍາວດົນນານຝ່າຍອະນາຄົຕ, ກຸນລະບຸຕເຫຼົ່າໃດ ຈະອອກຈາກເຮືອນບວດເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນ ຈະຮູ້ພ້ອມຍິ່ງຕາມເປັນຈິງ, ກຸນລະບຸຕທັງໝົດນັ້ນ ກໍຈະຮູ້ພ້ອມຍິ່ງແລ້ວ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ແລະໃນກາລະເປັນປັຈຈຸບັນນີ້, ກຸລະບຸຕເຫຼົ່າໃດ ອອກຈາກເຮືອນບວດຢູ່ ເປັນຜູ້ບໍ່ກ່ຽວຂອງດ້ວຍເຮືອນ ຮູ້ພ້ອມຍິ່ງຢູ່ຕາມເປັນຈິງ, ກຸລະບຸຕທັງໝົດນັ້ນ ກໍຮູ້ພ້ອມຍິ່ງຢູ່ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ຄວາມຈິງອັນປະເສີດສີ່ຢ່າງນັ້ນ ເຫຼົ່າໃດໜໍ ? ສີ່ຢ່າງຄື : ຄວາມຈິງອັນປະເສີດຄືທຸກຂ໌, ເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໒໑/໑໖໕໗.

ທັງອະດີຕ-ອະນາຄົຕ-ປັຈຈຸບັນ ລ້ວນແຕ່ມີການຮູ້ອະຣິຍະສັຈຈ໌

ພິກຂຸ ທ. ! ບຸຄຄົລທັງຫຼາຍເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ໃນກາລະຍືດຍາວຝ່າຍອະດີຕ ໄດ້ຮູ້ພ້ອມສະເພາະແລ້ວ ຕາມຄວາມເປັນຈິງ, ບຸຄຄົລເຫຼົ່ານັ້ນທັງໝົດ ກໍໄດ້ຮູ້ພ້ອມສະເພາະແລ້ວຕາມຄວາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ.

໗໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ບຸຄຄົລທັງຫຼາຍເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ໃນກາລະຍືດຍາວຝ່າຍອະນາຄົຕ ຈະຮູ້ພ້ອມສະເພາະຕາມຄວາມເປັນຈິງ, ບຸຄຄົລເຫຼົ່ານັ້ນທັງໝົດ ກໍຈະຮູ້ພ້ອມສະເພາະຕາມຄວາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ.

ພິກຂຸ ທ. ! ບຸຄຄົລທັງຫຼາຍເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ໃນກາລະນີ້ ຮູ້ພ້ອມສະເພາະຕາມຄວາມເປັນຈິງຢູ່, ບຸຄຄົລເຫຼົ່ານັ້ນທັງໝົດ ກໍຮູ້ພ້ອມສະເພາະຕາມຄວາມເປັນຈິງຢູ່ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ.

ພິກຂຸ ທ. ! ຄວາມຈິງອັນປະເສີດສີ່ຢ່າງ ເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດ ເລື່ອງທຸກຂ໌, ຄວາມຈິງອັນປະເສີດ ເລື່ອງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌,ຄວາມຈິງອັນປະເສີດ ເລື່ອງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະຄວາມຈິງອັນປະເສີດ ເລື່ອງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ