ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໓/໑໗໐໔.

ເຫຕທີ່ຕ້ອງມີພຣະພຸດທະອົງຄ໌ແລະທັມວິນັຍຢູ່ໃນໂລກ

ພິກຂຸ ທ. ! ຖ້າທັມມະຊາດ ໓ ຢ່າງເຫຼົ່ານີ້ ຍ່ອມບໍ່ມີຢູ່ໃນໂລກແລ້ວກໍ ; ຕະຖາຄົຕກໍບໍ່ຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ, ແລະທັມວິນັຍ ທີ່ຕະຖາຄົຕປະກາດແລ້ວ ກໍບໍ່ຕ້ອງຮຸ່ງເຮືອງໄປໃນໂລກ. ທັມມະຊາດ ໓ ຢ່າງນັ້ນຄື ອັນໃດໜໍ ? ຄື ຊາດ ຊະຣາ ແລະມະຣະນະ (ທຸກຂະອະຣິຢະສັຈຈະ).ພິກຂຸ ທ. ! ທັມມະຊາດ ໓ ຢ່າງເຫຼົ່ານີ້ແລ ຖ້າບໍ່ມີຢູ່ໃນໂລກແລ້ວນັ້ນ, ຕະຖາຄົຕກໍບໍ່ຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ ແລະທັມວິນັຍທີ່ຕະຖາຄົຕປະກາດແລ້ວ ກໍບໍ່ຕ້ອງຮຸ່ງເຮືອງໄປໃນໂລກ.

໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ເພາະເຫຕໃດແລ ທີ່ທັມມະຊາດ ໓ ຢ່າງເຫຼົ່ານີ້ມີຢູ່ໃນໂລກ, ເພາະເຫຕນັ້ນ ຕະຖາຄົຕຈຶ່ງຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ ແລະທັມວິນັຍທີ່ຕະຖາຄົຕປະກາດແລ້ວ ຈຶ່ງຕ້ອງຮຸ່ງເຮືອງໄປໃນໂລກ.

- ທສກ. ອັງ. ໒໔/໑໕໔/໗໖.

ຜູ້ຊ່ວຍໃຫ້ຮູ້ອະຣິຍະສັຈຈ໌ນັບເນື່ອງຢູ່ໃນບຸຄຄົລຜູ້ມີອຸປະກາຣະຫຼາຍ

ພິກຂຸ ທ. ! ບຸຄຄົລຜູ້ມີອຸປະກາຣະຫຼາຍ ຕໍ່ບຸຄຄົລສາມຈໍາພວກເຫຼົ່ານີ້ ມີຢູ່.ສາມຈໍາພວກເຫຼົ່າໃດໜໍ ?

ພິກຂຸ ທ. ! ບຸຄຄົລອາສັຍບຸຄຄົລໃດແລ້ວ ໄດ້ເປັນຜູ້ເຖິງພຣະພຸດທະເຈົ້າເປັນ ສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ. ພິກຂຸ ທ. ! ບຸຄຄົລນີ້ຊື່ວ່າ ເປັນຜູ້ມີອຸປະກາຣະຫຼາຍຕໍ່ບຸຄຄົລນີ້.

ພິກຂຸ ທ. ! ຂໍ້ອື່ນອີກ, ບຸຄຄົລອາໄສບຸຄຄົລໃດແລ້ວ ໄດ້ຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣດ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້. ພິກຂຸ ທ. ! ບຸຄຄົລນີ້ຊື່ວ່າ ມີອຸປະກາຣະຫຼາຍຕໍ່ບຸຄຄົລນີ້.

ພິກຂຸ ທ. ! ຂໍ້ອື່ນອີກ, ບຸຄຄົລອາໄສບຸຄຄົລໃດແລ້ວ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕ ວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. !ບຸຄຄົລນີ້ຊື່ວ່າ ມີອຸປະກາຣະຫຼາຍຕໍ່ບຸຄຄົລນີ້.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໗໑

ພິກຂຸ ທ. ! ບຸຄຄົລ ໓ ຈໍາພວກເຫຼົ່ານີ້ແລ ຊື່ວ່າບຸຄຄົລຜູ້ມີອຸປະກາຣະຫຼາຍຕໍ່ບຸຄຄົລ.

ພິກຂຸ ທ. ! ເຮົາກ່າວວ່າ ບໍ່ມີບຸຄຄົລອື່ນທີ່ມີອຸປະກາຣະຫຼາຍຕໍ່ບຸຄຄົລຍິ່ງໄປກວ່າບຸຄຄົລ ໓ ຈໍາພວກນີ້.

ພິກຂຸ ທ. ! ສໍາລັບບຸຄຄົລ ໓ ຈໍາພວກນັ້ນ ບຸຄຄົລຈະເຮັດປະຕິກາຣະໄດ້ໂດຍງ່າຍຫາບໍ່ໄດ້ ເຖິງແມ່ນດ້ວຍການອະພິວາດ ການລຸກຂຶ້ນຢືນຮັບ ການເຮັດອັນຊະລີ ການເຮັດສາມີຈິກັມ ແລະການຕາມຖວາຍຊຶ່ງຈີວອນ ບິນທະບາຕເສນາສະນະ ແລະຄິລານະປັຈຈັຍຍະເພສັຊຊະບໍຣິຂາຣະ, ແລ. (ຄືບໍ່ເປັນການງ່າຍທີ່ຈະມີໂອກາດໄດ້ຂາບໄຫວ້, ຮັບໃຊ້, ...., ຖວາຍປັຈຈັຍ ໔ ໃນບຸຄຄົລ ໓ ຈໍາພວກນີ້.)

- ຕິກ. ອັງ. ໒໐/໑໕໕/໔໖໓.

໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

- ໔ -

ການຮູ້ອະຣິຍະສັຈຈ໌ ບໍ່ເປັນສິ່ງສຸດວິໄສ

ທັງໃນອະດີຕ ອະນາຄົຕ ປັຈຈຸບັນ

ລ້ວນມີການປະກາດອະຣິຍະສັຈຈ໌ຕາມເປັນຈິງ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ