ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ສາຣີບຸຕ ! ຖານະທີ່ເປັນໄປໄດ້ນີ້ກໍຍັງມີຢູ່ອີກວ່າ ພວກທິຕຖິປັຕ ປະຕິບັຕແລ້ວ ເພື່ອອະຣະຫັຕຕະຜົລ ສ່ວນພວກສັດທາວິມຸຕຕິ ແລະພວກກາຢະສັກຂີ ເປັນພຽງສະກະທາຄາມີ ຫຼືອະນາຄາມີ ກໍຍັງມີຢູ່; ສາຣີບຸຕ ! ຈຶ່ງບໍ່ເປັນການງ່າຍ ທີ່ຈະພະຍາກອນໂດຍສ່ວນດຽວວ່າ ໃນບຸຄຄົລ ໓ ຈໍາພວກນັ້ນ ພວກໃດງົດງາມກວ່າ ປານີຕກວ່າ.

- ຕິກ. ອັງ. ໒໐/໑໕໑/໔໖໐.

(ຂໍ້ຄວາມນີ້ ສະແດງວ່າຈະອາໄສຄວາມໝາຍ ຫຼືຄໍາແປຂອງຄໍາວ່າ ສັດທາວິມຸຕຕິ ກາຢະສັກຂີ ທິຕຖິປັຕ ມາເປັນເຄື່ອງຕັດສິນວ່າ ພວກໃດສູງກວ່າ ຫຼືດີກວ່ານັ້ນ ບໍ່ອາດຈະກໍານົດໄດ້ ເພາະແຕ່ລະພວກຍັງຢູ່ ໃນໄລຍະແຫ່ງການປະຕິບັຕ ທີ່ສູງຕໍ່າແນວໃດກໍໄດ້ ເວັ້ນໄວ້ແຕ່ຈະຖືເອົາຄວາມໝາຍ ແຫ່ງຊື່ທີ່ບັນຍັຕໄວ້ ເພື່ອສະແດງຜົລອັນແຈ່ມແຈ້ງ ແລ້ວເຊັ່ນຊື່ວ່າໂສດາບັນ ສະກະທາຄາມີ ອະນາຄາມີ ອໍຣະຫັນຕ໌ ເປັນຕົ້ນ).

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໒໑

ຄວາມເໝືອນແລະຄວາມແຕກຕ່າງລະຫວ່າງພຣະອໍຣະຫັນຕ໌

ຜູ້ເລີດທາງປັນຍາ ກັບ ສັມມາສັມພຸດທະເຈົ້າ

ພິກຂຸ ທ. ! ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ຫຼຸດພົ້ນແລ້ວຈາກຮູບ ເພາະຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ແລະຄວາມບໍ່ຢຶດໝັ້ນ ຈຶ່ງໄດ້ນາມວ່າ “ສັມມາສັມພຸດທະ”. ພິກຂຸ ທ. ! ເຖິງແມ່ນວ່າ ພິກຂຸຜູ້ປັນຍາວິມຸຕຕິ ກໍຫຼຸດພົ້ນແລ້ວຈາກຮູບ ເພາະຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບແລະຄວາມບໍ່ຢຶດໝັ້ນ ຈຶ່ງໄດ້ນາມວ່າ “ປັນຍາວິມຸຕ”.

(ໃນນກໍລະນີ ແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດໄວ້ ມີຂໍ້ຄວາມສະແດງຫຼັກເກນແນວດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ກ່າວແລ້ວ).

ພິກຂຸ ທ. ! ເມື່ອເປັນຜູ້ຫຼຸດພົ້ນຈາກຮູບເປັນຕົ້ນ ດ້ວຍກັນທັງສອງພວກແລ້ວ ອັນໃດເປັນຄວາມຜິດແປກແຕກຕ່າງກັນ ອັນໃດເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ອັນໃດເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸ ຜູ້ປັນຍາວິມຸຕຕິ ?

ພິກຂຸ ທ. ! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ເຮັດມັຄຄະທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ໄດ້ເຮັດມັຄຄະທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ເຮັດມັຄຄະທີ່ຍັງບໍ່ມີໃຜກ່າວ ໃຫ້ເປັນມັຄຄະທີ່ກ່າວກັນແລ້ວ ຕະຖາຄົຕເປັນມັກຄັນຍູ (ຮູ້ມັຄຄະ) ເປັນມັຄຄະວິທູ (ຮູ້ແຈ້ງມັຄຄະ) ເປັນມັຄຄະໂກວິໂທ (ສະຫຼາດໃນມັຄຄະ). ພິກຂຸ ທ. ! ສ່ວນສາວົກທັງຫຼາຍໃນກາລນີ້ ເປັນມັກຄານຸຄາ (ຜູ້ກ້າວເດີນຕາມມັຄຄະ) ເປັນຜູ້ຕາມມາໃນພາຍຫຼັງ.

ພິກຂຸ ທ. ! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸ ຜູ້ປັນຍາວິມຸຕຕິ.

- ຂັນທະ. ສັງ. ໑໗/໘໑/໑໒໕.

໗໒໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຝີຕີນໄວວັດດ້ວຍການຮູ້ອະຣິຍະສັຈຈ໌

ພິກຂຸ ທ. ! ມ້າອາຊາໄນ ໂຕຈະເຣີນຂອງພຣະຣາຊາ ປະກອບດ້ວຍອົງຄ໌ສີ່ຍ່ອມເປັນມ້າທີ່ຄູ່ຄວນແກ່ພຣະຣາຊາ ເປັນຣາຊູປະໂພກ ເຖິງຊຶ່ງການນັບວ່າເປັນອັງຄາພະຍົບຂອງພຣະຣາຊາ. ອົງຄ໌ ໔ ອັນໃດກັນໜໍ ? ອົງຄ໌ສີ່ຄື ສົມບູນດ້ວຍວັນນະ ດ້ວຍພະລະ ດ້ວຍຊະວະ ດ້ວຍອາໂຣຫະປະຣິນາຫະ (ຮູບຊົງ). ພິກຂຸ ທ. !ເຊັ່ນດຽວກັນກັບ ທີ່ພິກຂຸປະກອບດ້ວຍທັມ ໔ ປະການ ຍ່ອມເປັນບຸຄຄົລອາຫຸເນີຍຢະ ປາຫຸເນີຢຢະ ທັກຂິເນີຍຢະ ອັນຊະລິກະຣະນີຢະ ແລະເປັນນາບຸນຍ໌ແຫ່ງໂລກ ອັນບໍ່ມີນາບຸນຍ໌ອື່ນຍິ່ງກວ່າ. ທັມ ໔ ປະການແນວໃດໜໍ ? ສີ່ປະການຄື ສົມບູນດ້ວຍວັນນະ ດ້ວຍພະລະ ດ້ວຍຊະວະ ດ້ວຍອາໂຣຫະປະຣິນາຫະ.

ພິກຂຸ ທ. ! ພິກຂຸສົມບູນດ້ວຍວັນນະ ເປັນແນວໃດໜໍ ? ພິກຂຸໃນກໍລະນີນີ້ ເປັນຜູ້ມີສີລສັງລວມ ດ້ວຍປາຕິໂມກຂະສັງວອນ ສົມບູນດ້ວຍມາຣະຍາດ ແລະໂຄຈອນ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງແມ່ນທີ່ຖືກັນວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ.

ພິກຂຸ ທ. ! ພິກຂຸສົມບູນດ້ວຍພະລະ ເປັນແນວໃດໜໍ ? ພິກຂຸໃນກໍລະນີນີ້ ເປັນຜູ້ປາຣົບຄວາມພຽນ ເພື່ອລະທັມອັນເປັນອະກຸສົລ ເພື່ອຄວາມເຖິງພ້ອມແຫ່ງທັມອັນເປັນກຸສົລ ມີກໍາລັງ (ຈິຕ) ຕັ້ງຄວາມພຽນກ້າວໄປໜ້າຢ່າງໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫຼາຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ