ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະອະຈະລະ ? ພິກຂຸ ທ. !ພິກຂຸໃນກໍລະນີນີ້ ເປັນຜູ້ມີສັມມາທິຕຖິ ມີສັມມາສັງກັບປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຢາມະ ມີສັມມາສະຕິ ມີສັມມາສະມາທິ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລສະມະນະອະຈະລະ.
ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະປຸນດະຣີກະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີສັມມາທິຕຖິ ມີສັມມາສັງກັບປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຢາມະ ມີສັມມາສະຕິ ມີສັມມາສະມາທິ ມີສັມມາຍານະ ມີສັມມາວິມຸຕຕິ; ແຕ່ເຂົານັ້ນ ບໍ່ຖືກຕ້ອງຊຶ່ງວິໂມກຂ໌ແປດ ດ້ວຍນາມກາຍຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລຜູ້ສະມະນະປຸນດະຣີກະ.
ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະປະທຸມະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີສັມມາທິຕຖິ ມີສັມມາສັງກັບປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຢາມະ ມີສັມມາສະຕິ ມີສັມມາສະມາທິ ມີສັມມາຍານະ ມີສັມມາວິມຸຕຕິ; ແລະເຂົານັ້ນ ຖືກຕ້ອງຊຶ່ງວິໂມກຂ໌ແປດດ້ວຍນາມກາຍຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລສະມະນະປະທຸມະ.
ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະສຸຂຸມາລະ ໃນໝູ່ສະມະນະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ບໍຣິໂພກຈີວອນ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊຊະບໍຣິກຂາຣ ສ່ວນຫຼາຍ ເພາະເຂົາອ້ອນວ້ອນ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໑໕
ທີ່ບໍ່ມີໃຜອ້ອນວອນນັ້ນ ມີເປັນສ່ວນໜ້ອຍ. ເພື່ອນສະພຣົມມະຈາຣີ ຜູ້ຢູ່ຮ່ວມກັນທັງຫຼາຍ ພາກັນປະພຶດ ກາຍະກັມ ວະຈີກັມ ມະໂນກັມ ຕໍ່ພິກຂຸນັ້ນເປັນທີ່ໜ້າພໍໃຈ ເປັນສ່ວນຫຼາຍ ທີ່ບໍ່ເປັນທີ່ໜ້າພໍໃຈນັ້ນ ມີເປັນສ່ວນໜ້ອຍ; ນຳ(ສິ່ງ)ອັນໃດໆ ມາເປັນສ່ວນຫຼາຍລ້ວນແຕ່ໜ້າພໍໃຈ ທີ່ບໍ່ໜ້າພໍໃຈ ມີເປັນສ່ວນໜ້ອຍ. ທຸກຂະເວທະນາ ທີ່ເກີດແຕ່ໂຣຄາທາງນໍ້າບີ ທາງຂີ້ເທີ່ ທາງລົມ ທາງສັນນິບາຕ ທາງລະດູປ່ຽນແປງ ການບໍຣິຫານບໍ່ສະໝໍ່າສະເໝີ ອອກກໍາລັງຫຼາຍເກີນໄປ ຫຼືເກີດຈາກວິບາກແຫ່ງກັມກໍຕາມ ມີບໍ່ຫຼາຍແກ່ພິກຂຸນັ້ນ, ເຂົາເປັນຜູ້ມີອາພາດໜ້ອຍ. ອັນໜຶ່ງ ພິກຂຸນັ້ນເປັນຜູ້ໄດ້ຊານທັງສີ່ ອັນເປັນສຸຂະວິຫາຣໃນທິຕຖະທັມ ອາໄສຈິຕອັນຍິ່ງໂດຍງ່າຍ ໂດຍບໍ່ຍາກ ໂດຍບໍ່ລໍາບາກເລີຍ, ແລະເຂົາເຮັດໃຫ້ແຈ້ງໄດ້ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າບຸຄຄົລ ສະມະນະສຸຂຸມາລະ ໃນໝູ່ສະມະນະ.
ພິກຂຸ ທ. ! ຖ້າຈະກ່າວກັນໂດຍຖືກຕ້ອງ ວ່າຜູ້ໃດເປັນສະມະນະສຸຂຸມາລະ ໃນໝູ່ສະມະນະທັງຫຼາຍແລ້ວ ກໍຕ້ອງກ່າວເຮົານີ້ແຫຼະວ່າ ເປັນສະມະນະສຸຂຸມາລະ ໃນໝູ່ສະມະນະທັງຫຼາຍ ດັ່ງນີ້.
ພິກຂຸ ທ. ! ເຫຼົ່ານີ້ແລ ບຸຄຄົລສີ່ປະເພດມີຢູ່ ຫາໄດ້ຢູ່ໃນໂລກ, ດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑໑໑໗/໘໙.
ສະມະນະສີ່ປະເພດ (ອີກນັຍໜຶ່ງ)
ພິກຂຸ ທ. ! ບຸຄຄົລສີ່ປະເພດນີ້ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ປະເພດເຫຼົ່າໃດໜໍ ? ສີ່ປະເພດຄື ສະມະນະອະຈະລະ ສະມະນະປຸນດະຣີກະ ສະມະນະປະທຸມະສະມະນະສຸຂຸມາລະ ໃນໝູ່ສະມະນະ.
໗໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະອະຈະລະ ? ພິກຂຸ ທ. !ພິກຂຸ ໃນກໍລະນີນີ້ ຄື ເປັນເສຂະ ກໍາລັງປະຕິບັຕຢູ່ ປາຖນາຢູ່ຊຶ່ງທັມອັນກະເສມຈາກໂຢຄະ ອັນບໍ່ມີທັມອື່ນຍິ່ງກວ່າຢູ່. ປຽບເໝືອນໂອຣົສອົງຄ໌ໃຫຍ່ຂອງຣາຊາ ຜູ້ເປັນກະສັດມຸນທາພິເສກ ເປັນຜູ້ຄວນແກ່ການອະພິເສກ ແຕ່ຍັງບໍ່ໄດ້ຮັບການອະພິເສກ ດໍາຣົງຢູ່ໃນຕໍາແໜ່ງຍຸພະຣາຊ ເຊັ່ນໃດ; ພິກຂຸ ທ. ! ພິກຂຸເປັນເສຂະ ກໍາລັງປະຕິບັຕຢູ່ ປາຖນາຢູ່ຊຶ່ງທັມອັນກະເສມຈາກໂຢຄະ ອັນບໍ່ມີທັມອື່ນຍິ່ງກວ່າຢູ່ ກໍເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົລສະມະນະອະຈະລະ.








