ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ວັດສະ ! ທີ່ທ່ານບໍ່ຮູ້ເລື່ອງນັ້ນ ກໍສົມຄວນແລ້ວ ທີ່ທ່ານເກີດຮູ້ສຶກວົນວຽນນັ້ນ ກໍສົມຄວນແລ້ວ ເພາະທັມນີ້ເປັນຂອງເລິກເຊິ່ງ ຍາກທີ່ຈະເຫັນ ຍາກທີ່ຈະຮູ້ຕາມ, ທັມນີ້ເປັນຂອງສະງົບ ລະງັບ ປານີຕ ບໍ່ເປັນວິໄສທີ່ຈະຢັ່ງເຖິງໄດ້ດ້ວຍການຕຶກ, ທັມນີ້ເປັນຂອງລະອຽດ ບັນດິຕຈຶ່ງຈະຮູ້ໄດ້. ເລື່ອງປະຣິຍາຍນີ້ ໂຕທ່ານມີຄວາມເຫັນມາກ່ອນໜ້ານີ້ເປັນຢ່າງອື່ນ ມີຄວາມພໍໃຈທີ່ຈະຟັງໃຫ້ເປັນຢ່າງອື່ນ ມີຄວາມພໍໃຈມັກຈະໃຫ້ພະຍາກອນເປັນຢ່າງອື່ນ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໙໙

ເຄີຍປະຕິບັຕຕັ້ງຄວາມພຽນ ເພື່ອໄດ້ຜົລເປັນຢ່າງອື່ນ ທ່ານເອງໄດ້ມີຄຣູບາອາຈາຣຍ໌ເປັນຢ່າງອື່ນ, ສະນັ້ນທ່ານຈຶ່ງຮູ້ໄດ້ຍາກ, ວັດສະ ! ຖ້າເຊັ່ນນັ້ນ ເຮົາຈະຢ້ອນຖາມທ່ານເບິ່ງ ທ່ານເຫັນຄວນເຊັ່ນໃດ ຈົ່ງກ່າວຕອບແກ້ເຊັ່ນນັ້ນ.

ວັດສະ ! ທ່ານຈະສໍາຄັນ ຄວາມຂໍ້ນີ້ເປັນຈັ່ງໃດ ຖ້າໄຟຮຸ່ງລຸກວາບໆ ຢູ່ຕໍ່ໜ້າທ່ານ ທ່ານຈະຍ່ອມຮູ້ໄດ້ ຫຼືວ່າໄຟນີ້ ລຸກວາບໆ ຢູ່ຕໍ່ໜ້າເຮົາ ?”

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າ ຍ່ອມຮູ້ໄດ້ ຂ້ານ້ອຍ !”

ວັດສະ ! ຫາກມີຄົນຖາມທ່ານວ່າ ໄຟທີ່ລຸກວາບໆ ຢູ່ຕໍ່ໜ້າທ່ານນີ້ ມັນອາໄສອັນໃດ ຈຶ່ງລຸກໄດ້ ເມື່ອຖືກຖາມເຊັ່ນນີ້ ທ່ານຈະກ່າວຕອບແກ້ເຂົາວ່າແນວໃດ ?

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ໄຟທີ່ລຸກວາບໆ ຢູ່ຕໍ່ໜ້ານີ້ ມັນອາໄສຫຍ້າ ຫຼືໄມ້ເປັນເຫຍື່ອເຊື້ອ ມັນຈຶ່ງລຸກຮຸ່ງຢູ່ໄດ້ ຂ້ານ້ອຍ !”

ວັດສະ ! ຫາກໄຟນັ້ນ ດັບໄປຕໍ່ໜ້າທ່ານ ທ່ານຈະຍ່ອມຮູ້ຫຼືວ່າ ໄຟ ໄດ້ດັບໄປຕໍ່ໜ້າເຮົາ ?

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າ ຍ່ອມຮູ້ໄດ້ ຂ້ານ້ອຍ !”

ວັດສະ ! ຫາກມີຄົນຖາມທ່ານວ່າ ໄຟທີ່ດັບໄປຕໍ່ໜ້າທ່ານນັ້ນ ມັນໄປທາງທິດໃດເສຍ ທິດຕາເວັນອອກ ຫຼືຕາເວັນຕົກ ທິດເໜືອ ຫຼືໃຕ້ ເມື່ອຖືກຖາມເຊັ່ນນີ້ ທ່ານຈະກ່າວຕອບແກ້ເຂົາ ວ່າແນວໃດ ?

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂໍ້ນັ້ນ ບໍ່ຄວນກ່າວເຊັ່ນນັ້ນ ເພາະໄຟນັ້ນ ອາໄສເຫຍື່ອເຊື້ອຄືຫຍ້າ ຫຼືໄມ້ຈຶ່ງລຸກຮຸ່ງຂຶ້ນໄດ້ ແຕ່ຖ້າເຫຍື່ອເຊື້ອນັ້ນ ມັນໝົດສິ້ນໄປແລ້ວ ທັງບໍ່ມີອັນໃດອື່ນເປັນເຫຍື່ອເຊື້ອອີກ ໄຟນັ້ນກໍຄວນນັບວ່າ ບໍ່ມີເຫຍື່ອເຊື້ອ ດັບໄປແລ້ວ”.

໗໐໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຊັ່ນໃດກໍເຊັ່ນນັ້ນນັ້ນແລ ວັດສະເອີຍ ! ເມື່ອໄປບັນຍັຕອັນໃດຂຶ້ນມາ ໃຫ້ເປັນສັຕ(ຕະຖາຄົຕ) ໂດຍຖືເອົາ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ກຸ່ມໃດຂຶ້ນມາມັນກໍໄດ້, ແຕ່ຄວາມຢຶດຖື ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ສໍາລັບກຸ່ມນີ້ ຕະຖາຄົຕເອງ ລະໄດ້ຂາດແລ້ວ ຖອນຂຶ້ນໄດ້ຈົນເຖິງຮາກເຫງົ້າຂອງມັນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານຍອດກຸດເສຍແລ້ວ ເຖິງຄວາມຍົກເລີກ ບໍ່ມີອີກ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປແລ້ວ. ວັດສະເອີຍ ! ຕະຖາຄົຕ ຢູ່ນອກເໜືອການນັບວ່າເປັນ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ນັ້ນເສຍແລ້ວ ມັນເປັນເລື່ອງເລິກເຊິ່ງ ທີ່ໃຜໆຍ່ອມປະມານບໍ່ໄດ້ ຢັ່ງເຖິງໄດ້ຍາກ ເໝືອນດັ່ງວັງມະຫາສະມຸດ ສະນັ້ນ. ວັດສະເອີຍ ! ຂໍ້ນີ້ ຈຶ່ງບໍ່ຄວນຈະກ່າວວ່າເກີດ ບໍ່ຄວນຈະກ່າວວ່າບໍ່ເກີດ ບໍ່ຄວນຈະກ່າວວ່າ ບາງເທື່ອກໍເກີດບາງເທື່ອກໍບໍ່ເກີດ ແລະບໍ່ຄວນຈະກ່າວວ່າ ເກີດກໍບໍ່ແມ່ນບໍ່ເກີດກໍບໍ່ຖືກ ດັ່ງນີ້ແລ.

- ມ. ມ. ໑໓/໒໔໕-໒໔໗/໒໔໘-໒໕໑.

ປະມານເຄື່ອງກໍານົດ (ຄືຫຼັກເກນທີ່ໃຊ້ວັດແທກທຸກຊະນິດ) ບໍ່ມີທາງ ທີ່ຈະເອົາມາໃຊ້ ແກ່ບຸຄຄົລ ຜູ້ເຖິງຊຶ່ງຄວາມດັບແຫ່ງການຢຶດຖືຕົວຕົນ, ທ່ານຜູ້ເຊັ່ນນັ້ນເປັນຄົນທີ່ບໍ່ມີເຫຕ ຫຼືຄຸນລັກສະນະອັນໃດໆ ທີ່ໃຜໆຈະກ່າວວ່າທ່ານເປັນອັນໃດໄດ້ອີກຕໍ່ໄປ. ເມື່ອສິ່ງທັງປວງ ຖືກຮື້ຖອນຄວາມຢຶດຖືເສຍແລ້ວ ວາທະບົດ ຄືແນວແຫ່ງຖ້ອຍຄໍາ ສໍາລັບຮອ້ງຮຽກສິ່ງນັ້ນທັງໝົດ ກໍເລີຍຖືກຮື້ຖອນ ຄືໄຮ້ຄວາມໝາຍໄປດ້ວຍທັງສິ້ນ.

- ສຸຕຕ. ຂຸ. ໒໕/໕໓໙/໔໓໐.

ຫຼັກການທົດສອບຕົນເອງວ່າເປັນອໍຣະຫັນຕ໌ຫຼືບໍ່

(ເລື່ອງຄວນເບິ່ງປະກອບໃນປະຕິຈຈ. ໂອ. ໜ້າ ໓໖໗-໓໗໐, ໔໒໐)

ພິກຂຸ ທ. ! ຫຼັກເກນນັ້ນ ມີຢູ່ຊຶ່ງເມື່ອບຸຄຄົລອາໄສແລ້ວ ບໍ່ຕ້ອງອາໄສຄວາມເຊື່ອ ຄວາມຖືກໃຈ ການຟັງຕາມໆກັນມາ ການນຶກຕຶກໄປຕາມອາການ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໐໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ