ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ! ເຊັ່ນນີ້ແລເຮົາເອີ້ນວ່າ ວິຊຊາ ແລະບຸຄຄົລຊື່ວ່າເປັນ ຜູ້ເຖິງວິຊຊາ ຍ່ອມມີໄດ້ ດ້ວຍເຫຕມີປະມານ ເທົ່ານີ້ແລ.

- ຂັນທະ. ສັງ. ໑໗/໒໑໐/໓໒໑.

ຜູ້ຮັບຜົລຂອງການປະຕິບັຕກ່ຽວກັບທາຕສີ່

ຣາຫຸລະ ! ປະຖະວີທາຕ ທັງທີ່ເປັນພາຍໃນ ແລະທີ່ເປັນພາຍນອກ ທັງສອງຢ່າງນັ້ນ ລ້ວນແຕ່ເປັນພຽງປະຖະວີທາຕ ເຈົ້າຕ້ອງເຫັນປະຖະວີທາຕນັ້ນດ້ວຍປັນຍາໂດຍຖືກຕ້ອງ ຕາມຄວາມເປັນຈິງວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ) ນັ້ນບໍ່ແມ່ນອັຕຕາຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້. ບຸຄຄົລ ເຫັນປະຖະວີທາຕນັ້ນ ດ້ວຍປັນຍາໂດຍຖືກຕ້ອງ ຕາມທີ່ເປັນຈິງດັ່ງນີ້ແລ້ວ ເຂົາຍ່ອມເບື່ອໜ່າຍ ໃນປະຖະວີທາຕ ຍັງຈິຕໃຫ້ຄາຍກໍາໜັດຈາກປະຖະວີທາຕໄດ້.

(ໃນກໍລະນີແຫ່ງອາໂປທາຕ ເຕໂຊທາຕ ແລະວາໂຢທາຕ ກໍມີຂໍ້ຄວາມ ທີ່ຕຣັດໄວ້ແນວດຽວກັນກັບ ໃນກໍລະນີແຫ່ງປະຖະວີທາຕ).

ຣາຫຸລະ ! ເມື່ອໃດພິກຂຸ ບໍ່ຕາມເຫັນວ່າເປັນອັຕຕາ (ຕົວຕົນ) ບໍ່ຕາມເຫັນວ່າເປັນອັຕຕະນິຢາ (ຂອງຕົນ) ໃນທາຕທັງສີ່ເຫຼົ່ານີ້. ຣາຫຸລະ ! ພິກຂຸນີ້ເຮົາກ່າວວ່າ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໘໓

ໄດ້ ຕັດຕັນຫາຂາດແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ ເພາະຮູ້ສະເພາະ ຊຶ່ງມານະໂດຍຖືກຕ້ອງແລ້ວ ດັ່ງນີ້ແລ.

- ຈຕຸກກ. ອັງ. ໒໑/໒໒໒/໑໗໗.

ຜູ້ບໍ່ກືນເບັດຂອງມາຣ

ພິກຂຸ ທ. ! ຮູບ ທີ່ເຫັນດ້ວຍຕາກໍດີ, ສຽງ ທີ່ຟັງດ້ວຍຫູກໍດີ, ກິ່ນ ທີ່ດົມດ້ວຍດັງກໍດີ, ຣົສ ທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະ ທີ່ສັມຜັສດ້ວຍກາຍກໍດີ, ແລະທັມມາຣົມ ທີ່ຮູ້ແຈ້ງດ້ວຍໃຈກໍດີ, ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເປັນທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ແລະເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ມີຢູ່. ຖ້າພິກຂຸໃດ ບໍ່ເພີດເພີນ ບໍ່ພໍ່າເພີ້ເຖິງ ບໍ່ເມົາໝົກຕິດອົກຕິດໃຈຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ແລ້ວ ;

ພິກຂຸ ທ. ! ພິກຂຸເຊັ່ນນີ້ ເຮົາເອີ້ນວ່າ ເປັນຜູ້ບໍ່ກືນເບັດຂອງມາຣ ໄດ້ທຳລາຍເບັດ ຫັກເບັດມຸ່ນລະອຽດແລ້ວ ບໍ່ເຖິງຄວາມວິບັດ ບໍ່ເຖິງຄວາມວິນາດຈິບຫາຍ ບໍ່ເປັນຜູ້ທີ່ມາຣໃຈບາບ ຈະເຮັດອັນໃດໃຫ້ໄດ້ຕາມໃຈເລີຍ ; ດັ່ງນີ້ແລ.

- ສລາ. ສັງ. ໑໘/໑໙໘/໒໙໐.

ຜູ້ບໍ່ເຂົ້າໄປຫາຍ່ອມຫຼຸດພົ້ນ

(ຄໍາຕຣັດໃນເລື່ອງນີ້ເປັນປະເດັນທີ່ສໍາຄັນຫຼາຍ ເພາະສະແດງລໍາດັບການລະ ໄປຈົນເຖິງຂະນະແຫ່ງການ ຫຼຸດພົ້ນຂອງຈິຕ)

ພິກຂຸ ທ. ! ຜູ້ເຂົ້າໄປຫາ ເປັນຜູ້ບໍ່ຫຼຸດພົ້ນ ; ຜູ້ບໍ່ເຂົ້າໄປຫາ ເປັນຜູ້ຫຼຸດພົ້ນ.

໖໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາຮູບ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີຮູບເປັນອາຣົມ ມີຮູບເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປ(ມົ່ວ)ສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້ ; ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາເວທະນາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີເວທະນາເປັນອາຣົມ ມີເວທະນາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້ ; ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາສັນຍາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັນຍາເປັນອາຣົມ ມີສັນຍາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນ ງອກງາມໄພບູນໄດ້ ; ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາສັງຂາຣ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັງຂາຣເປັນອາຣົມ ມີສັງຂາຣເປັນທີ່ຕັ້ງອາໄສ ມີນັນທິ (ຄວາມເພີນ) ເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມ ໄພບູນໄດ້.

ພິກຂຸ ທ. ! ຜູ້ໃດຈະຍ່ອມກ່າວດັ່ງນີ້ວ່າ “ເຮົາຈະບັນຍັຕຊຶ່ງ ການມາ ການໄປ ການຈຸຕິ ການອຸບັດ ຄວາມຈະເຣີນ ຄວາມງອກງາມ ແລະຄວາມໄພບູນຂອງວິນຍານ ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະເວັ້ນຈາກສັງຂາຣ” ດັ່ງນີ້ນັ້ນ, ນີ້ບໍ່ແມ່ນຖານະ ທີ່ຈະມີໄດ້ເລີຍ.

(ເລື່ອງຄວນເບິ່ງປະກອບໃນຊ່ວງຂໍ້ຄວາມຕໍ່ໄປນີ້ຈາກເຫຼັ້ມນີ້ໜ້າ ໒໐໘)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ