ອະຣິຍະສັຈພາກຕົ້ນ
ໜ້າ/ 382
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບຸຄຄົລມາຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕໃຈຈຶ່ງຈະເປັນທັມມະຊາດ ປາສະຈາກຄວາມຢຶດຖືວ່າເຮົາ ປາສະຈາກຄວາມຢຶດຖືວ່າຂອງເຮົາ ອັນເປັນມານະ ເຄື່ອງຖືໂຕໃນກາຍ ອັນມີວິນຍານນີ້ ແລະໃນນິມິຕທັງປວງພາຍນອກ ; ຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕໃຈຈຶ່ງຈະກ້າວຂ້າມພົ້ນ ມານະເສຍດ້ວຍດີ ສະງົບ ລະງັບໄດ້ ພົ້ນວິເສດໄປ (ໄດ້) ? ຂ້ານ້ອຍ !”
ກັບປະ ! ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານເຫຼົ່າໃດ ທັງທີ່ເປັນອະດີຕ ອະນາຄົຕ ແລະປັຈຈຸບັນ ອັນມີຢູ່ພາຍໃນຫຼືພາຍນອກກໍດີ ຫຍາບຫຼືລະອຽດກໍດີ ຂີ້ຮ້າຍຫຼືປານີຕກໍດີ ຢູ່ຫ່າງໄກຫຼືຢູ່ໃກ້ກໍດີ ອະຣິຍະສາວົກ ໄດ້ເຫັນສິ່ງທັງໝົດນັ້ນດ້ວຍປັນຍາອັນຖືກຕ້ອງ ຕາມເປັນຈິງຂຶ້ນວ່າ ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ເປັນເຮົາ (ເນໂສຫະມັສສະມິ) ນັ້ນບໍ່ແມ່ນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ) ດັ່ງນີ້ແລ້ວ ຫຼຸດພົ້ນໄປ (ໄດ້) ເພາະບໍ່ຢຶດໝັ້ນນັ້ນແຫຼະ ; ກັບປະ ! ບຸຄຄົລຍ່ອມມຮູ້ດັ່ງນີ້ແຫຼະ ເຫັນຢູ່ດັ່ງນີ້ແຫຼະ ຈິຕໃຈຈຶ່ງຈະເປັນທັມມະຊາຕ ປາສະຈາກຄວາມຢຶດຖືວ່າເຮົາ ປາສະຈາກຄວາມຢຶດຖືວ່າຂອງເຮົາ ອັນເປັນມານະ ເຄື່ອງຖືໂຕໃນກາຍ ອັນມີວິນຍານນີ້ ແລະໃນນິມິຕພາຍນອກອື່ນທັງໝົດທັງສິ້ນໄດ້, ແລະຈິຕໃຈຈະກ້າວຂ້າມພົ້ນມານະເສຍໄດ້ດ້ວຍດີ ສະງົບ ລະງັບໄດ້ ພົ້ນວິເສດໄປ (ໄດ້) ດ້ວຍດີ, ດັ່ງນີ້ແລ.
- ຂັນທະ. ສັງ. ໑໗/໒໐໗/໓໑໙.
ສັນຍາທີ່ເປັນສ່ວນປະກອບແຫ່ງວິຊຊາ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ ໜ້າ ໗໖໖/ ອຣິຍ. ໂອ. ປາຍ ໜ້າ ໑໑໕໗, ໑໑໕໘, ໑໓໕໐ ເລື່ອງສັນຍາ ໗ ແລະສັນຍາ ໑໐)
ພິກຂຸ ທ. ! ທັມ ໖ ຢ່າງເຫຼົ່ານີ້ ເປັນທັມມີສ່ວນແຫ່ງ ວິຊຊາ (ວິຊຊາພາຄິຢະ). ຫົກຢ່າງແນວໃດໜໍ ? ຫົກຢ່າງຄື ອະນິຈຈະສັນຍາ (ສັນຍາວ່າບໍ່ທ່ຽງ) ອະນິຈເຈທຸກຂະສັນຍາ (ສັນຍາວ່າທຸກຂ໌ໃນສິ່ງທີ່ບໍ່ທ່ຽງ) ທຸກເຂອະນັຕຕະສັນຍາ (ສັນຍາວ່າບໍ່ແມ່ນຕົວຕົນແທ້ໃນສິ່ງແຕກສະຫຼາຍໄດ້) ປະຫານະສັນຍາ (ສັນຍາໃນການລະ) ວິຣາຄະສັນຍາ (ສັນຍາໃນຄວາມຄາຍກໍາໜັດ)
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໘໑
ນິໂຣດະສັນຍາ (ສັນຍາໃນຄວາມດັບ). ພິກຂຸ ທ. ! ເຫຼົ່ານີ້ແລທັມ ໖ ຢ່າງ ເປັນທັມມີສ່ວນແຫ່ງ ວິຊຊາ.
- ສັກກ. ອັງ. ໒໒/໓໗໒/໓໐໖.
ບຸຄຄົລຜູ້ເຖິງຊຶ່ງວິຊຊາ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ເອີ້ນກັນວ່າ ‘ວິຊຊາ-ວິຊຊາ’ ດັ່ງນີ້ນັ້ນ ເປັນແນວໃດ ? ແລະ ດ້ວຍເຫຕພຽງເທົ່າໃດ ບຸຄຄົລຈຶ່ງຊື່ວ່າ ເປັນຜູ້ເຖິງຊຶ່ງ ວິຊຊາ ? ຂ້ານ້ອຍ !”
ພິກຂຸ ! ອະຣິຍະສາວົກ ຜູ້ໄດ້ສະດັບແລ້ວ ໃນທັມວິນັຍນີ້ ມາຮູ້ແຈ່ມແຈ້ງເຖິງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ, ຮູ້ແຈ່ມແຈ້ງເຖິງເຫຕໃຫ້ເກີດ ຮູບເວທະນາ ສັນຍາ ສັງຂາຣ ວິນຍານ, ຮູ້ແຈ່ມແຈ້ງເຖິງຄວາມດັບບໍ່ເຫຼືອຂອງ ຮູບເວທະນາ ສັນຍາ ສັງຂາຣ ວິນຍານ, ຮູ້ແຈ່ມແຈ້ງເຖິງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ;
ພິກຂຸ ! ເຊັ່ນນີ້ແລເຮົາເອີ້ນວ່າ ວິຊຊາ ແລະບຸຄຄົລຊື່ວ່າ ເຖິງວິຊຊາ ຍ່ອມມີໄດ້ ດ້ວຍເຫຕມີປະມານເທົ່ານີ້ ແລ.
- ຂັນທະ. ສັງ. ໑໗/໑໙໘/໓໐໑.
ວິຊຊາຂອງຜູ້ເຖິງຊຶ່ງວິຊຊາ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ເອີ້ນກັນວ່າ ‘ວິຊຊາ-ວິຊຊາ’ ດັ່ງນີ້ນັ້ນ ເປັນແນວໃດ, ແລະດ້ວຍເຫຕພຽງເທົ່າໃດ ບຸຄຄົລຈຶ່ງຊື່ວ່າ ເປັນຜູ້ເຖິງຊຶ່ງ ວິຊຊາ ? ຂ້ານ້ອຍ !”
໖໘໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ! ອະຣິຍະສາວົກ ຜູ້ໄດ້ສະດັບແລ້ວ ໃນທັມວິນັຍນີ້ ມາຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີຄວາມກໍ່ຂຶ້ນ ເປັນທັມມະດາວ່າ ‘ເປັນສິ່ງທີ່ມີຄວາມກໍ່ຂຶ້ນເປັນທຳມະດາ’ ດັ່ງນີ້ ; ຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີຄວາມເສື່ອມໄປ ເປັນທຳມະດາວ່າ ‘ເປັນສິ່ງທີ່ມີຄວາມເສື່ອມໄປ ເປັນທັມມະດາ’ ດັ່ງນີ້ ; ຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີທັງຄວາມກໍ່ຂຶ້ນແລະເສື່ອມໄປ ເປັນທັມມະດາວ່າ ‘ເປັນສິ່ງທີ່ມີຄວາມກໍ່ຂຶ້ນ ແລະເສື່ອມໄປເປັນທຳມະດາ’ ດັ່ງນີ້ ;








