ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ບຸຄຄົລຊະນິດນີ້ນັ້ນ ຄວນຖືກເອີ້ນວ່າ ເປັນກາລະວາທີແດ່ ພູຕະວາທີແດ່ ອັຕຖະວາທີແດ່ ທັມມະວາທີແດ່ ວິນະຢະວາທີແດ່. ເພາະເຫຕໃດຈຶ່ງຄວນຖືກເອີ້ນເຊັ່ນນັ້ນ ? ເພາະເຫຕວ່າ ບຸຄຄົລນີ້ ບໍ່ສ້າງຄວາມທຸກຂ໌ໃຫ້ແກ່ຜູ້ອື່ນ ໂດຍທີ່ບໍ່ຄວນຈະມີ ດ້ວຍການຂ້າແດ່ ດ້ວຍການຈັບຂອງແດ່ ດ້ວຍການເຮັດໃຫ້ເສື່ອມເສຍແດ່ ດ້ວຍການຕິຕຽນແດ່ ດ້ວຍການຂັບໄລ່ແດ່ ໂດຍການຖືວ່າເຮົາມີກໍາລັງຫຼາຍກວ່າ ດັ່ງນີ້; ແລະເມື່ອ ເຂົາຖືກກ່າວຫາຢູ່ ດ້ວຍເລື່ອງທີ່ເປັນຈິງ ກໍຍອມຮັບບໍ່ບິດຜັນ, ເມື່ອ ຖືກກ່າວຫາຢູ່ດ້ວຍເລື່ອງບໍ່ເປັນຈິງ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໐໙

ກໍພະຍາຍາມ ທີ່ຈະເຮັດໃຫ້ແຈ່ມແຈ້ງ ອອກມາວ່າ ນັ້ນບໍ່ຖຶກຕົງ ນັ້ນບໍ່ຈິງ ເຊັ່ນນີ້ໆ. ເພາະເຫຕນັ້ນ ບຸຄຄົລນີ້ ຈຶ່ງຄວນຖືກເອີ້ນວ່າ ເປັນກາລະວາທີແດ່ ພູຕະວາທີແດ່ ອັຕຖະວາທີແດ່ ທັມມະວາທີແດ່ ວິນະຢະວາທີແດ່.

ພິກຂຸ ທ. ! ອະກຸສົລທັມອັນລາມົກຊຶ່ງເກີດແຕ່ຄວາມໂລບ ອັນບຸຄຄົລນີ້ລະຂາດແລ້ວ ໂດຍເຮັດໃຫ້ເໝືອນຕົ້ນຕານມີຂ້ວນຍອດອັນກຸດ (ຊຶ່ງໝາຍຄວາມວ່າ ມີການ ຕັດຄວາມໂລບ ອັນເປັນມູນແຫ່ງອະກຸສົລທັມນັ້ນດ້ວຍ) ເຖິງຄວາມບໍ່ມີ ບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປ ເປັນທັມມະດາ. ເຂົາຍ່ອມຢູ່ເປັນສຸຂ ບໍ່ມີຄວາມລໍາບາກ ບໍ່ມີຄວາມຄັບແຄ້ນ ຄວາມຮ້ອນເອົ້າ ໃນທິຕຖະທັມ ນີ້ແລ, ຍ່ອມ ປະຣິນິພພານໃນທິຕຖະທັມ ນັ້ນແລ (ທິຕເຖວະ ທັມເມປະຣິນິບພາຢະຕິ). (ໃນກໍລະນີ ແຫ່ງຄວາມໂກດ ແລະຄວາມຫຼົງ ກໍໄດ້ຕຣັດໄວ້ ໂດຍຂໍ້ຄວາມເຊັ່ນດຽວກັນກັບໃນກໍລະນີແຫ່ງຄວາມໂລບ ຕ່າງກັນແຕ່ຊື່ເທົ່ານັ້ນ).

(ຄໍາວ່າ “ປະຣິນິພພານ” ໃນກໍລະນີນີ້ ແລະອີກໂຕຢ່າງໃນໜ້າ ໕໑໑ ຂອງເຫຼັ້ມນີ້ ເປັນໂຕຢ່າງສະແດງໃຫ້ຮູ້ວ່າ ຄໍາວ່າ “ປະຣິນິພພານ” ບໍ່ໄດ້ໃຊ້ສະເພາະການຕາຍເທົ່ານັ້ນ ສາມາດໃຊ້ໄດ້ໃນກໍລະນີ ຂະນະຈິຕ ຂອງການບັນລຸນິພພານ ກໍໄດ້).

ພິກຂຸ ທ. ! ປຽບເໝືອນຕົ້ນໄມ້ໃຫຍ່ໆ ເຊັ່ນຕົ້ນສາລະ ຕົ້ນທະວະ ຫຼືຕົ້ນຜັນທະນະກໍດີ ຖືກເຄືອມາລຸວາສາມຊະນິດຂຶ້ນຄຸມແລ້ວ ດຶງຮັດແລ້ວ. ລໍາດັບນັ້ນ ບຸຣຸສຖືເອົາຈົກ ແລະກະຕ່າມາແລ້ວ ຕັດເຄືອມາລຸວານັ້ນ ທີ່ເຫງົ້າ ຄັນຕັດທີ່ເຫງົ້າແລ້ວ ກໍຂຸດເຊາະ ຄັນຂຸດເຊາະແລ້ວ ກໍຮື້ຂຶ້ນຊຶ່ງຮາກທັງຫຼາຍ ແມ່ນວ່າທີ່ສຸດພຽງເທົ່າກ້ານແຝກ. ບຸຣຸສນັ້ນ ຕັດເຄືອມາລຸວານັ້ນ ເປັນທ່ອນນ້ອຍທ່ອນໃຫຍ່ ຄັນຕັດດັ່ງນັ້ນແລ້ວ ກໍຜ່າ ຄັນຜ່າແລ້ວ ກໍເຮັດໃຫ້ເປັນຊີກໆ ຄັນເຮັດໃຫ້ເປັນຊີກໆແລ້ວ ກໍຕາກໃຫ້ແຫ້ງໃນລົມແລະແດດ ຄັນຕາກໃຫ້ແຫ້ງແລ້ວ ກໍເຜົາດ້ວຍໄຟ ຄັນເຜົາແລ້ວ ກໍເຮັດໃຫ້ເປັນຂີ້ເຖົ່າ ຄັນເຮັດໃຫ້ເປັນຂີ້ເຖົ່າແລ້ວ ກໍໂຮຍໄປຕາມລົມອັນພັດແຮງ ຫຼືໃຫ້ລອຍໄປໃນກະແສນໍ້າອັນພັດແຮງ. ພິກຂຸ ທ. ! ເຄືອມາລຸວາເຫຼົ່ານັ້ນ ມີຮາກອັນຖອນຂຶ້ນແລ້ວ ຖືກເຮັດໃຫ້ເປັນເໝືອນຕົ້ນຕານ ມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີ ບໍ່ເປັນ ບໍ່ເກີດຂຶ້ນໄດ້ອີກຕໍ່ໄປ ເປັນທຳມະດາ, ຂໍ້ນີ້ເຊັ່ນໃດ;

໕໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ ເໝືອນກັນ : ອະກຸສົລທັມ ອັນລາມົກ ຊຶ່ງເກີດແຕ່ຄວາມໂລບ ອັນບຸຄຄົລນີ້ລະຂາດແລ້ວ ເຮັດໃຫ້ເໝືອນຕົ້ນຕານ ມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີ ບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປ ເປັນທັມມະດາ. ເຂົາຍ່ອມຢູ່ເປັນສຸຂ ບໍ່ມີຄວາມລໍາບາກ ບໍ່ມີຄວາມຄັບແຄ້ນ ຄວາມຮ້ອນເອົ້າ ໃນທິຕຖະທັມນີ້ແລ, ຍ່ອມປະຣິນິພພານໃນທິຕຖະທັມນັ້ນແລ. (ໃນກໍລະນີແຫ່ງຄວາມໂກດ ແລະຄວາມຫຼົງ ກໍໄດ້ຕຣັດໄວ້ ໂດຍຂໍ້ຄວາມເຊັ່ນດຽວກັນ ດັ່ງທີ່ກ່າວໄດ້ວ່າທຸກໂຕອັກສອນ ຕ່າງກັນແຕ່ຊື່ເທົ່ານັ້ນ).

ພິກຂຸ ທ. ! ເຫຼົ່ານີ້ແລ ກຸສົລມູນ ໓ ຢ່າງ.

- ຕິກ. ອັງ. ໒໐/໒໖໐/໕໐໙.

(ປະຕິປະທາຮື້ຖອນຄວາມໝັ້ນໝາຍທັງປວງ)

ປະຣິນິພພານສະເພາະຕົນ ຜົລແຫ່ງການຖອນຄວາມໝັ້ນໝາຍ

ໃນທັມທັງປວງໂດຍຄວາມໝາຍສີ່ສະຖານ

ພິກຂຸ ທ. ! ເຮົາຈະສະແດງ “ປະຕິປະທາອັນສົມຄວນແກ່ການຮື້ຖອນຄວາມໝັ້ນໝາຍທັງປວງ” ແກ່ພວກເຈົ້າ. ພວກເຈົ້າຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ. ປະຕິປະທາອັນສົມຄວນແກ່ການຮື້ຖອນ ຄວາມໝັ້ນໝາຍທັງປວງ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ :-

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ