ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ບໍຣິສັດຊື່ ປະຕິປຸດສາວິນີຕາປະຣິສາໂນອຸກກາຈິຕະວິນີຕາເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸ ທ. ! ໃນບໍຣິສັດໃດ, ເມື່ອສຸຕຕັນຕະທັງຫຼາຍ ທີ່ກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນອັນງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ ອັນບຸຄຄົລນໍາເອົາມາກ່າວຢູ່, ກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕ ເພື່ອຈະຮູ້ທົ່ວເຖິງ ແລະບໍ່ສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ສ່ວນສຸຕຕັນຕະເຫຼົ່າໃດອັນເປັນຕະຖາຄົຕພາສິຕ ອັນເລິກເຊິ່ງ ມີອັຕຖະອັນເລິກເຊິ່ງ ເປັນໂລກຸຕຕະຣະ ປະກອບດ້ວຍເລື່ອງສຸນຍະຕາ, ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານີ້ມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ຍ່ອມຫງ່ຽງຫູຟັງ ຍ່ອມເຂົ້າໄປຕັ້ງຈິຕ ເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ພວກເຂົາຮໍ່າຮຽນທັມ ທີ່ເປັນຕະຖາຄົຕພາສິຕນັ້ນແລ້ວ ກໍສອບຖາມຊຶ່ງກັນແລະກັນ ເຮັດໃຫ້ເປີດເຜີຍ ແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນແນວໃດ ອັຕຖະເປັນແນວໃດ ດັ່ງນີ້. ເຂົາເຫຼົ່ານັ້ນເປີດເຜີຍ ສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຂວໍ້າຢູ່ ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງໄສໃນທັມທັງຫຼາຍ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໐໗

ອັນເປັນທີ່ຕັ້ງແຫ່ງຄວາມສົງໄສ ມີຢ່າງຕ່າງໆໄດ້. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ປະຕິປຸດສາວິນີຕາປະຣິສາໂນອຸກກາຈິຕະຈະວິນີຕາ.

ພິກຂຸ ທ. ! ເຫຼົ່ານີ້ແລ ບໍຣິສັດ ໒ ຈໍາພວກນັ້ນ. ພິກຂຸ ທ. ! ບໍຣິສັດທີ່ເລີດໃນບັນດາບໍຣິສັດທັງສອງພວກນັ້ນ ຄື ບໍຣິສັດປະຕິປຸດສາວິນີຕາປະຣິສາໂນອຸກກາຈິຕະວິນີຕາ (ບໍຣິສັດທີ່ອາໄສການສືບສວນທົບທວນກັນເອົາເອງ ໃນຄໍາກ່າວຕະຖາຄົຕ ເປັນເຄື່ອງນໍາພາໄປ : ບໍ່ອາໄສຄວາມເຊື່ອຈາກຄໍາກ່າວຂອງບຸຄຄົລພາຍນອກ ທີ່ແຕ່ງຂຶ້ນໃໝ່ ເປັນເຄື່ອງນໍາພາໄປ) ແລ.

- ທຸກ. ອັງ. ໒໐/໙໑/໒໙໒.

ນິພພານເພາະບໍ່ຢຶດຖືທັມທີ່ໄດ້ບັນລຸ

(ເລື່ອງຄວນເບິ່ງປະກອບ ໃນເຫຼັ້ມນີ້ໜ້າ ໔໗໘ ເປັນນັຍຍະກົງກັນຂ້າມ)

ອານົນທ໌ ! ສ່ວນພິກຂຸບາງອົງ ໃນທັມວິນັຍນີ້ ເປັນຜູ້ປະຕິບັຕ (ໃນປະຕິປະທາອັນເປັນທີ່ສະບາຍແກ່ເນວະສັນຍານາສັນຍາຢະຕະນະ) ເຊັ່ນນັ້ນແລ້ວ ຍ່ອມໄດ້ສະເພາະ ຊຶ່ງອຸເປກຂາ ວ່າ “ຖ້າບໍ່ຄວນມີ ແລະບໍ່ຄວນມີແກ່ເຮົາ, ກໍຍ່ອມບໍ່ມີແກ່ເຮົາ; ສິ່ງໃດມີຢູ່ ສິ່ງໃດມີແລ້ວ, ເຮົາຈະລະສິ່ງນັ້ນເສຍ” ດັ່ງນີ້. ພິກຂຸ (ບາງອົງ) ນັ້ນ ຍ່ອມບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອຸເປກຂານັ້ນ, ເມື່ອບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອຸເປກຂານັ້ນ, ວິນຍານຂອງເຂົາ ກໍບໍ່ເປັນທັມມະຊາດອາໄສຊຶ່ງອຸເປກຂານັ້ນ ບໍ່ມີອຸເປກຂານັ້ນເປັນອຸປາທານ. ອານົນທ໌ ! ພິກຂຸຜູ້ບໍ່ມີອຸປາທານ ຍ່ອມປະຣິນິພພານ ແລ.

- ອຸປຣິ. ມ. ໑໔/໗໙/໙໑.

໕໐໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ປະຣິນິພພານໃນທິຕຖະທັມດ້ວຍການຕັດອະກຸສົລມູນ

ພິກຂຸ ທ. ! ກຸສົລມູນ ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື ອະໂລພະ ເປັນ ກຸສົລມູນ ອະໂທສະ ເປັນ ກຸສົລມູນ ອະໂມຫະ ເປັນ ກຸສົລມູນ.

ພິກຂຸ ທ. ! ແມ່ນວ່າ ອະໂລພະ ນັ້ນກໍເປັນ ກຸສົລ. ບຸຄຄົລຜູ້ບໍ່ໂລບແລ້ວ ປະກອບກັມໃດ ທາງກາຍ ທາງວາຈາ ທາງໃຈ; ເຖິງແມ່ນ ກັມ ນັ້ນ ກໍເປັນ ກຸສົລ. ບຸຄຄົລຜູ້ບໍ່ໂລບ ບໍ່ຖືກຄວາມໂລບສຸບງໍາ ມີຈິຕອັນຄວາມໂລບບໍ່ປຸ້ມລຸມແລ້ວ ບໍ່ສ້າງຄວາມທຸກຂ໌ໃຫ້ແກ່ຜູ້ອື່ນ ໂດຍທີ່ບໍ່ຄວນຈະມີ ດ້ວຍການຂ້າແດ່ ດ້ວຍການຈັບຂັງແດ່ ດ້ວຍການເຮັດໃຫ້ເສື່ອມເສຍແດ່ ດ້ວຍການຕິຕຽນແດ່ ດ້ວຍການຂັບໄລ່ແດ່ ໂດຍການຖືວ່າເຮົາມີກໍາລັງຫຼາຍກວ່າດັ່ງນີ້; ເຖິງແມ່ນ ກັມ ນີ້ ກໍເປັນກຸສົລ : ກຸສົລທັມເປັນອະເນກ ທີ່ເກີດຈາກຄວາມບໍ່ໂລບ ມີຄວາມບໍ່ໂລບເປັນເຫຕ ມີຄວາມບໍ່ໂລບເປັນສະມຸທັຍ ມີຄວາມບໍ່ໂລບເປັນປັຈຈັຍ ເຫຼົ່ານີ້ ຍ່ອມເກີດຂຶ້ນແກ່ບຸຄຄົລນັ້ນ ດ້ວຍອາການດັ່ງນີ້.

(ໃນກໍລະນີ ແຫ່ງອະໂທສະ ແລະອະໂມຫະ ກໍໄດ້ຕຣັດໄວ້ ດ້ວຍຂໍ້ຄວາມດັ່ງດຽວກັນກັບ ໃນກໍລະນີແຫ່ງອະໂລພະ ດັ່ງທີ່ກ່າວໄດ້ວ່າທຸກໂຕອັກສອນ ຜິດກັນແຕ່ຊື່ເທົ່ານັ້ນ).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ