ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອານົນທ໌ ! ພິກຂຸ ໃນທັມວິນັຍນີ້ ເປັນຜູ້ປະຕິບັຕ (ໃນປະຕິປະທາ ອັນເປັນທີ່ສະບາຍແກ່ ເນວະສັນຍານາສັນຍາຢະຕະນະ) ເຊັ່ນນັ້ນແລ້ວ ຍ່ອມໄດ້ສະເພາະຊຶ່ງອຸເປກຂາວ່າ “ຖ້າບໍ່ຄວນມີ ແລະບໍ່ຄວນມີແກ່ເຮົາ, ກໍຍ່ອມບໍ່ມີແກ່ເຮົາ; ສິ່ງໃດມີຢູ່, ສິ່ງໃດມີແລ້ວ ເຮົາຈະລະສິ່ງນັ້ນເສຍ” ດັ່ງນີ້; ພິກຂຸ (ບາງອົງ) ນັ້ນ ຍ່ອມເພີດເພີນ ພໍ່າສັນເສີນ ເມົາມົກຢູ່ ຊຶ່ງອຸເປກຂານັ້ນ. ເມື່ອເພີດເພີນ ພໍ່າສັນເສີນ ເມົາຫມົກຢູ່ ຊຶ່ງອຸເປກຂານັ້ນ, ວິນຍານຂອງເຂົາ ກໍເປັນທັມມະຊາຕອາໄສຢູ່ ຊຶ່ງອຸເປກຂານັ້ນ ມີອຸເປກຂານັ້ນເປັນອຸປາທານ. ອານົນທ໌ ! ພິກຂຸຜູ້ຍັງມີອຸປາທານຢູ່ ຈະປະຣິນິພພານບໍ່ໄດ້ ແລ.

- ອຸປຣິ. ມ. ໑໔/໗໘/໘໙-໙໐.

ການເຮັດລົດໃຫ້ແລ່ນໄປໄດ້ເຖິງນິພພານ

“ສຣີຣະຍົນມີສີ່ລໍ້, ມີປະຕູເກົ້າປະຕູ, ເຕັມໄປດ້ວຍຂອງບໍ່ສະອາດ ປະກອບດ້ວຍໂລພະ ເກີດແລ້ວໃນເປືອກຕົມ. ຂ້າແຕ່ພຣະອົງຄ໌ມະຫາວິຣະ ! ເຮັດແນວໃດ, ຈະເຖິງຝັ່ງພຸ້ນໄດ້ ?”

ຕັດຄວາມຜູກໂກດ ທີ່ເປັນດັ່ງເຊືອກໜັງທີ່ຂຶງຮັດເສຍ, ຕັດທິຕຖິ ດັ່ງເຊືອກທີ່ຜູກລ່າມເສຍ, ຕັດຄວາມຢາກແລະຄວາມໂລບ ອັນລາມົກເສຍແລ້ວ, ຖອນຕັນຫາ ພ້ອມທັງຮາກ (ອະວິຊຊາ) ເສຍ, ສະຣີຣະຍົນ ກໍຈະແລ່ນໄປເຖິງຝັ່ງນັ້ນ ດ້ວຍການເຮັດເຊັ່ນນີ້ແລ.

- ສຄາ. ສັງ. ໑໕/໒໓/໗໔-໗໕.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໗໙

ຖ້າຍັງມີເຊື້ອກໍຍັງບໍ່ປະຣິນິພພານ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດເປັນເຫຕ ເປັນປັຈຈັຍໜໍ ທີ່ສັຕທັງຫຼາຍບາງເຫຼົ່າ ໃນໂລກນີ້ ຍັງບໍ່ປະຣິນິພພານໃນປັຈຈຸບັນນີ້ ? ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດເປັນເຫຕ ເປັນປັຈຈັຍໜໍ ທີ່ສັຕທັງຫຼາຍບາງເຫຼົ່າ ໃນໂລກນີ້ ປະຣິນິພພານໃນປັຈຈຸບັນນີ້ ? ຂ້ານ້ອຍ !”

ຄະຫະບໍດີ ! ຮູບທັງຫຼາຍທີ່ເຫັນດ້ວຍຕາກໍດີ, ສຽງທັງຫຼາຍທີ່ຟັງດ້ວຍຫູກໍດີ, ກິ່ນທັງຫຼາຍທີ່ດົມດ້ວຍດັງກໍດີ, ຣົສທັງຫຼາຍທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະທັງຫຼາຍທີ່ສັມຜັສດ້ວຍກາຍກໍດີ, ແລະທັມມາຣົມທັງຫຼາຍທີ່ຮູ້ແຈ້ງດ້ວຍໃຈກໍດີ; ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ມີຢູ່. ແລະພິກຂຸກໍເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ. ເມື່ອເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ວິນຍານ ຂອງພິກຂຸນັ້ນ ກໍອາໄສ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນຢູ່ ມີສິ່ງນັ້ນແຫຼະເປັນອຸປາທານ.

ຄະຫະບໍດີ ! ພິກຂຸຜູ້ຍັງມີອຸປາທານຢູ່ ຍ່ອມບໍ່ປະຣິນິພພານ.

ຄະຫະບໍດີ ! ນີ້ແຫຼະເປັນເຫຕ ເປັນປັຈຈັຍ ທີ່ສັຕທັງຫຼາຍບາງເຫຼົ່າ ໃນໂລກນີ້ ຍ່ອມບໍ່ປະຣິນິພພານ ໃນປັຈຈຸບັນນີ້.

- ສລາ. ສັງ. ໑໘/໑໓໗/໑໙໑.

ຖ້າໝົດເຊື້ອກໍປະຣິນິພພານ

ຄະຫະບໍດີ ! ຮູບທັງຫຼາຍທີ່ເຫັນດ້ວຍຕາກໍດີ, ສຽງທັງຫຼາຍທີ່ຟັງດ້ວຍຫູກໍດີ, ກິ່ນທັງຫຼາຍທີ່ດົມດ້ວຍດັງກໍດີ, ຣົສທັງຫຼາຍທີ່ຊີມດ້ວຍລີ້ນກໍດີ,

໔໘໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ໂຜຕຖັພພະທັງຫຼາຍທີ່ສັມຜັສດ້ວຍກາຍກໍດີ ແລະທັມມາຣົມທັງຫຼາຍທີ່ຮູ້ແຈ້ງດ້ວຍໃຈກໍດີ; ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່; ແລະພິກຂຸ ກໍບໍ່ເປັນຜູ້ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ, ເມື່ອບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ວິນຍານຂອງພິກຂຸນັ້ນ ກໍບໍ່ອາໄສ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ບໍ່ມີສິ່ງນັ້ນໆ ເປັນອຸປາທານ.

ຄະຫະບໍດີ ! ພິກຂຸຜູ້ໝົດອຸປາທານ ຍ່ອມປະຣິນິພພານ.

ຄະຫະບໍດີ ! ນີ້ແຫຼະເປັນເຫຕ ເປັນປັຈຈັຍ (ຊຶ່ງດ້ວຍຄວາມໝົດອຸປາທານນັ້ນແຫຼະ) ທີ່ສັຕທັງຫຼາຍບາງເຫຼົ່າ ໃນໂລກນີ້ ຍ່ອມປະຣິນິພພານ ໃນປັຈຈຸບັນນີ້ ແລ.

- ສລາ. ສັງ. ໑໘/໑໓໘/໑໙໒.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ