ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເມື່ອພຣະຜູ້ມີພຣະພາຄຕຣັດເຊັ່ນນີ້ແລ້ວ ມາຄັນດິຢະປະຣິບພາຊົກ ໄດ້ລູບຮ່າງກາຍຂອງຕົນດ້ວຍຝ່າມືແລ້ວຮ້ອງຂຶ້ນວ່າ “ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ແນວນີ້ແຫຼະຄວາມບໍ່ມີໂຣຄາ ! ຈັ່ງຊີ້ລະ ນິພພານ ! ພຣະໂຄດົມຜູ້ຈະເຣີນ ! ເວລານີ້ຂ້າພະເຈົ້າ ເປັນສຸຂ ບໍ່ມີໂຣຄາ ບໍ່ມີອາພາດໃດໆ”.
໔໗໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ມາຄັນທິຍະ ! ຂໍ້ນີ້ ປຽບເໝືອນບຸຣຸາບອດມາແຕ່ກໍາເນີດ ເຂົາບໍ່ອາດເຫັນຮູບດໍາຂາວ ຮູບຂຽວ ຮູບເຫຼືອງ ຮູບແດງ ຮູບສີສົ້ມ ບໍ່ອາດເຫັນບ່ອນຂະຣຸຂະຣະ ບໍ່ອາດເຫັນດວງດາວ ດວງຈັນ ດວງອາທິຕ. ເຂົາໄດ້ຍິນຄົນຕາດີ ກ່າວຢູ່ວ່າ “ທ່ານຜູ້ຈະເຣີນ ! ຜ້າຂາວຜ່ອງ ສະອາດ ບໍ່ມີມົນທິນ ງາມແທ້ໜໍ”. ບຸຣຸສຕາຕາບອດນັ້ນ ກໍທ່ຽວສະແຫວງຫາຜ້າຂາວ. ບຸຣຸສຄົນໜຶ່ງ ຫຼອກລວງເຂົາດ້ວຍຜ້າເກົ່າ ເປື້ອນຂີ້ຂະເໝົ່ານໍ້າມັນວ່າ “ບຸຣຸສຜູ້ຈະເຣີນ ! ນີ້ຜ້າຂາວຜ່ອງ ສະອາດ ບໍ່ມີມົນທິນ ງາມແທ້ສໍາລັບທ່ານ”. ບຸຣຸສຕາບອດນັ້ນ ຮັບຜ້ານັ້ນໄປຫົ່ມແລ້ວ ທ່ຽວປະກາດຄວາມພໍໃຈຂອງຕົນ ວ່າ “ທ່ານຜູ້ຈະເຣີນທັງຫຼາຍເອີຍ ! ນີ້ຜ້າຂາວຜ່ອງສະອາດ ບໍ່ມີມົນທິນ ງາມແທ້ໜໍ” ດັ່ງນີ້. ມາຄັນທິຍະ ! ທ່ານຈະສໍາຄັນ ຄວາມຂໍ້ນີ້ວ່າແນວໃດ : ບຸຣຸສຕາບອດແຕ່ກໍາເນີດນັ້ນ ຮູ້ຢູ່ ເຫັນຢູ່ ແລ້ວຮັບເອົາຜ້າເກົ່າ ເປື້ອນຂີ້ຂະເໝົ່ານໍ້າມັນ ໄປຫົ່ມແລ້ວ ທ່ຽວຄຸຍໂມ້ຢູ່ວ່າ “ທ່ານຜູ້ຈະເຣີນທັງຫຼາຍເອີຍ ! ນີ້ຜ້າຂາວຜ່ອງ ສະອາດ ບໍ່ມີມົນທິນ ງາມແທ້ໜໍ” ດັ່ງນີ້ຫຼື ? ຫຼືວ່າເຂົາກ່າວເຊັ່ນນັ້ນ ເພາະເຊື່ອຄົນຕາດີ ທີ່ຫຼອກລວງເຂົາ ?
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ເຂົາກ່າວເຊັ່ນນັ້ນ ເພາະເຊື່ອຄົນຕາດີ ທີ່ຫຼອກລວງເຂົາເທົ່ານັ້ນ”
ມາຄັນທິຍາ ! ເຊັ່ນໃດກໍເຊັ່ນນັ້ນ ທີ່ປະຣິບພາຊົກເດຍຣະຖີເຫຼົ່າອື່ນ ເປັນຄົນຕາບອດ ບໍ່ມີຈັກຂຸ ບໍ່ຮູ້ຈັກຄວາມບໍ່ມີໂຣຄາ ບໍ່ເຫັນນິພພານ ກໍຍັງມາກ່າວຄຳນີ້ວ່າ “ລາບທັງຫຼາຍ ມີຄວາມບໍ່ມີໂຣຄາເປັນຢ່າງຍິ່ງ, ນິພພານເປັນ ສຸຂຢ່າງຍິ່ງ” ດັ່ງນີ້.
ມາຄັນທິຍະ ! ຄາຖານີ້ ເປັນຄາຖາທີ່ພຣະອະຣະຫັນຕະສັມມາສັມພຸດທະເຈົ້າທັງຫຼາຍ ກ່າວກັນແລ້ວ ໃນກາລກ່ອນວ່າ :-
“ລາບທັງຫຼາຍ ມີຄວາມບໍ່ມີໂຣຄາເປັນຢ່າງຍິ່ງ, ນິພພານເປັນສຸຂຢ່າງຍິ່ງ, ອັຕຖັງຄິກະມັຄຄະ ເປັນທາງອັນກະເສມກວ່າທາງທັງຫຼາຍ ຊຶ່ງເປັນເຄື່ອງໃຫ້ເຖິງອະມະຕະ”
ພາກ ໓ - ນິໂຣທອະຣິຍະສັຈຈ໌ ໔໗໗
ດັ່ງນີ້ນັ້ນ ບັດນີ້ໄດ້ມາກາຍເປັນຄາຖາຂອງປຸຖຸຊົນກ່າວໄປເສຍແລ້ວ. ມາຄັນທິຍະ ! ກາຍນີ້ນະຫຼື ເປັນໂຣຄາ ເປັນຫົວຝີ ເປັນລູກສອນ ເປັນຄວາມລໍາບາກ ເປັນອາພາດ, ທ່ານກໍມາກ່າວມັນວ່າ ເປັນຄວາມບໍ່ມີໂຣຄາ ເປັນນິພພານ. ມາຄັນທິຍະເອີຍ ! ອະຣິຍະຈັກຂຸ ສໍາລັບຈະຮູ້ຈັກຄວາມບໍ່ມີໂຣຄາ ຈະເຫັນນິພພານຂອງທ່ານບໍ່ມີ.
- ມ. ມ. ໑໓/໒໘໑-໒໘໓/໒໘໗-໒໘໘.
(ປະຣິບພາຊົກຜູ້ນີ້ ສໍາຄັນໂຕເຂົາເອງ ວ່າເປັນຄວາມບໍ່ມີໂຣຄາ ເປັນນິພພານ ດັ່ງນັ້ນຈຶ່ງຕ້ອງ ເອີ້ນວ່ານິພພານຂອງຄົນຕາບອດ, ເຊັ່ນດຽວກັບ ຄົນຕາບອດ ໃນອຸປະມານີ້ ສໍາຄັນຜ້າສົກກະປົກວ່າ ເປັນຜ້າຂາວສະອາດ).
ບໍ່ນິພພານເພາະຢຶດຖືອະທັມທີ່ໄດ້ບັນລຸ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ປະຕິບັຕ (ໃນປະຕິປະທາ ອັນເປັນທີ່ສະບາຍ ແກ່ເນວະສັນຍານາສັນຍາຢະຕະນະ) ເຊັ່ນນັ້ນແລ້ວ ຍ່ອມໄດ້ສະເພາະ ຊຶ່ງອຸເປກຂາວ່າ ‘ຖ້າບໍ່ຄວນມີ ແລະບໍ່ຄວນມີແກ່ເຮົາ, ກໍຍ່ອມບໍ່ມີແກ່ເຮົາ; ສິ່ງໃດມີຢູ່ ສິ່ງໃດມີແລ້ວ ເຮົາຈະລະສິ່ງນັ້ນເສຍ’ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພິກຂຸນັ້ນ ຄວນຈະປະຣິນິພພານຫຼື ? ຫຼືວ່າ ບໍ່ຄວນຈະປະຣິນິພພານໜໍ ? ຂ້ານ້ອຍ !”
ອານົນທ໌ ! ພິກຂຸ ໃນກໍລະນີ ເຊັ່ນທີ່ກ່າວນີ້ ບາງອົງ ຈະປະຣິນິພພານ ,ແຕ່ບາງອົງ ຈະບໍ່ປະຣິນິພພານ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດເປັນເຫຕ ເປັນປັຈຈັຍ ທີ່ພິກຂຸ ໃນກໍລະນີເຊັ່ນທີ່ກ່າວນີ້ ບາງອົງຈະປະຣິນິພພານ ແຕ່ບາງອົງຈະບໍ່ປະຣິນິພພານໜໍ ? ຂ້ານ້ອຍ !”
໔໗໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ








