ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເມື່ອໃດແລ ທັມທັງຫຼາຍ ຍ່ອມປາກົດ ແກ່ຜູ້ປະຕິບັຕ ເພື່ອໝົດບາບ ຜູ້ພຽນເພັ່ງເຜົາກິເລສຢູ່, ເມື່ອນັ້ນຄວາມສົງໄສທັງປວງ ຂອງຜູ້ປະຕິບັຕເພື່ອໝົດບາບນັ້ນ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໗໑
ຍ່ອມດັບສິ້ນໄປ ໂດຍທີ່ຮູ້ແຈ່ມແຈ້ງແລ້ວຊຶ່ງທັມພ້ອມທັງເຫຕແລ.
- ອຸ. ຂຸ. ໒໕/໗໔/໓໘.
ເມື່ອໃດແລ ທັມທັງຫຼາຍຍ່ອມປາກົດ ແກ່ຜູ້ປະຕິບັຕ ເພື່ອໝົດບາບ ຜູ້ພຽນເພັ່ງເຜົາກິເລສຢູ່, ເມື່ອນັ້ນຄວາມສົງໄສທັງປວງຂອງຜູ້ປະຕິບັຕ ເພື່ອໝົດບາບນັ້ນ ຍ່ອມດັບສິ້ນໄປ ໂດຍທີ່ຮູ້ແຈ່ມແຈ້ງແລ້ວ ຊຶ່ງຄວາມໝົດໄປແຫ່ງປັຈຈັຍທັງຫຼາຍແລ.
- ອຸ. ຂຸ. ໒໕/໗໔/໓໙.
ເມື່ອໃດແລ ທັມທັງຫຼາຍ ຍ່ອມປາກົດແກ່ຜູ້ປະຕິບັຕ ເພື່ອໝົດບາບ ຜູ້ພຽນເພັ່ງເຜົາກິເລສຢູ່, ເມື່ອນັ້ນຜູ້ປະຕິບັຕເພື່ອໝົດບາບ ຍ່ອມກໍາຈັດມາຣ ແລະເສນາມາຣເສຍໄດ້ ຕັ້ງຢູ່ດຸດດັ່ງດວງອາທິຕອຸທັຍ ກໍາຈັດຄວາມມືດ ສ່ອງເຍືອງອາກາດ ໃຫ້ສະຫວ່າງສະນັ້ນ ແລ.
- ອຸ. ຂຸ. ໒໕/໗໖/໔໐.
ນິພພານເປັນທີ່ມຸ່ງສະແຫວງຂອງຜູ້ມອງເຫັນໂທດໃນໂລກ
ພິກຂຸ ທ. ! ການສະແຫວງຫາຢ່າງປະເສີດ ເປັນແນວໃດໜໍ?
ພິກຂຸ ທ. ! ບຸຄຄົລບາງຄົນໃນໂລກນີ້ ເມື່ອຕົນເອງມີ ຄວາມເກີດ ເປັນທັມມະດາ ກໍຮູ້ແຈ້ງຊຶ່ງໂທດ ໃນຂໍ້ທີ່ຕົນມີຄວາມເກີດເປັນທັມມະດາແລ້ວ ຍ່ອມສະແຫວງຫາຊຶ່ງ ນິພພານ ອັນບໍ່ເກີດ ອັນເປັນທັມກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າ.
ເມື່ອຕົນເອງມີ ຄວາມແກ່ ເປັນທັມມະດາ ກໍຮູ້ແຈ້ງຊຶ່ງໂທດໃນຂໍ້ທີ່ຕົນມີຄວາມແກ່ເປັນທັມມະດາແລ້ວ ຍ່ອມສະແຫວງຫາຊຶ່ງ ນິພພານ ອັນບໍ່ແກ່ ອັນເປັນທັມກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າ.
໔໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເມື່ອຕົນເອງມີຄວາມ ເຈັບໄຂ້ ເປັນທັມມະດາ ກໍຮູ້ແຈ້ງຊຶ່ງໂທດໃນຂໍ້ທີ່ຕົນມີຄວາມເຈັບໄຂ້ ເປັນທັມມະດາແລ້ວ ຍ່ອມສະແຫວງຫາຊຶ່ງ ນິພພານ ອັນບໍ່ມີຄວາມເຈັບໄຂ້ ອັນເປັນທັມກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າ.
ເມື່ອຕົນເອງມີ ຄວາມຕາຍ ເປັນທັມມະດາ ກໍຮູ້ແຈ້ງຊຶ່ງໂທດໃນຂໍ້ທີ່ຕົນມີຄວາມຕາຍ ເປັນທັມມະດາແລ້ວ ຍ່ອມສະແຫວງຫາຊຶ່ງ ນິພພານ ອັນບໍ່ມີຄວາມຕາຍ ອັນເປັນທັມກະເສມຈາກໂຍຄະ ບໍ່ມີອື່ນຍິ່ງກວ່າ.
ເມື່ອຕົນເອງມີ ຄວາມໂສກ ເປັນທັມມະດາ ກໍຮູ້ແຈ້ງຊຶ່ງໂທດ ໃນຂໍ້ທີ່ຕົນມີຄວາມໂສກ ເປັນທັມມະດາແລ້ວ ຍ່ອມສະແຫວງຫາຊຶ່ງ ນິພພານ ອັນບໍ່ມີຄວາມໂສກ ອັນເປັນທັມກະເສມຈາກໂຍຄະ ບໍ່ມີອື່ນຍິ່ງກວ່າ.
ເມື່ອຕົນເອງມີ ຄວາມເສົ້າໝອງຮອບດ້ານ ເປັນທັມມະດາ ກໍຮູ້ແຈ້ງຊຶ່ງໂທດ ໃນຂໍ້ທີ່ຕົນມີຄວາມເສົ້າໝອງຮອບດ້ານ ເປັນທັມມະດາແລ້ວ ຍ່ອມສະແຫວງຫາຊຶ່ງນິພພານ ອັນບໍ່ມີຄວາມເສົ້າໝອງຮອບດ້ານ ອັນເປັນທັມກະເສມຈາກໂຍຄະ ບໍ່ມີອື່ນຍິ່ງກວ່າ.
ພິກຂຸ ທ. ! ແມ່ນວ່າ ນີ້ຊື່ວ່າ ເປັນການສະແຫວງຫາຢ່າງປະເສີດແລ.
- ມູ. ມ. ໑໒/໓໑໖/໓໑໕.
ເພາະມີສິ່ງທີ່ບໍ່ຕາຍສິ່ງທີ່ຕາຍຈຶ່ງມີທາງອອກ
ພິກຂຸ ທ. ! ສິ່ງຊຶ່ງບໍ່ໄດ້ເກີດ (ອະຊາຕັງ) ບໍ່ໄດ້ເປັນ (ອະພູຕັງ) ບໍ່ໄດ້ຖືກອັນໃດເຮັດ (ອະກະຕັງ) ບໍ່ໄດ້ຖືກອັນໃດປຸງແຕ່ງ (ອະສັງຂະຕັງ) ນັ້ນມີຢູ່.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໗໓
ພິກຂຸ ທ. ! ຖ້າຫາກວ່າ ສິ່ງທີ່ບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ຈະບໍ່ມີຢູ່ແລ້ວນັ້ນ ການຫຼຸດລອດອອກໄປໄດ້ ສໍາລັບສິ່ງທີ່ເກີດທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງແຕ່ງ ກໍຈະບໍ່ປາກົດ.
ພິກຂຸ ທ. ! ເພາະເຫຕທີ່ ມີສິ່ງຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ນັ້ນເອງ ການຫຼຸດລອດອອກໄປໄດ້ ສໍາລັບສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງແຕ່ງ ຈຶ່ງໄດ້ປາກົດຢູ່. (ຕໍ່ໄປນີ້ເປັນຄໍາອະທິບາຍທີ່ຕຣັດໄວ້ເປັນຄາຖາ :-)
ໃຜໆບໍ່ຄວນເພີດເພີນ ຕໍ່ສິ່ງຊຶ່ງເກີດແລ້ວ ເປັນແລ້ວ ເກີດຂຶ້ນພ້ອມແລ້ວອັນປັຈຈັຍເຮັດແລ້ວ ອັນປັຈຈັຍປຸງແຕ່ງແລ້ວ ບໍ່ຢັ້ງຢືນ ປຸງແຕ່ງເພື່ອຊະຣາ ແລະມະຣະນະ ເປັນຮັງໂຣຄາ ເປັນຂອງຜຸ່ຍພັງ ມີອາຫາຣ ແລະເນຕຕິ (ຕັນຫາ) ເປັນແດນເກີດ.








