ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເມື່ອພິກຂຸ ມີອະນິດຈະສັນຍາ, ອະນັຕຕະສັນຍາ ຍ່ອມຕັ້ງໝັ້ນ;ຜູ້ມີອະນັຕຕະສັນຍາ ຍ່ອມເຖິງການຖອນເສຍໄດ້ ຊຶ່ງອັສສະມິມານະ ຄື ນິພພານໃນທິຕຖະທັມ ແລ.

- ນວກ. ອັງ. ໒໓/໓໖໕/໒໐໕.

(ເມື່ອອ່ານຂໍ້ຄວາມຕອນນີ້ ຜູ້ສຶກສາຈົ່ງລະລຶກເຖິງຄໍາທີ່ຕຣັດວ່າ “ຄວາມມີມິຕດີ ເປັນທັງໝົດແຫ່ງພຣົມມະຈັນຣຍ໌” ວ່າເປັນໄປໄດ້ແນວໃດ ແລະເບິ່ງເລື່ອງປະກອບໃນ ອຣິຍ.ໂອ. ປາຍໜ້າ ໑໔໔໓ ສະແດງຄວາມໝາຍເລິກເຊິ່ງ ຂອງກັນລະຍານະມິຕ ຄືມີມັຄຄະ ໘ ເປັນກັນລະຍານະມິຕ)

ສະມາທິທີ່ມີຜົລເປັນຄວາມບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ

(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໐໘, ໖໗໙)

ພຣະອານົນທ໌ ໄດ້ທູນຖາມວ່າ “ມີຢູ່ຫຼືໜໍ ຂ້ານ້ອຍ ! ການທີ່ພິກຂຸໄດ້ສະມາທິຊະນິດທີ່ມີຜົລ ຄືບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ ໃນກາຍອັນມີວິນຍານນີ້ດ້ວຍ, ບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ ໃນນິມິຕທັງປວງໃນພາຍນອກດ້ວຍ, ແລະເຂົານັ້ນ ເຂົ້າເຖິງແລ້ວແລຢູ່ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນບໍ່ມີ ອະຫັງກາຣະມະມັງກາຣະມານານຸສັຍດ້ວຍ, ຂ້ານ້ອຍ !”

໑. ຄໍາວ່າ ໕ ປະການໃນບ່ອນນີ້ ນັບລວມທັງ ຄວາມມີມິຕດີພວກພ້ອງດີ ເຂົ້າດ້ວຍອີກປະການໜຶ່ງ;

ເບິ່ງຂໍ້ຄວາມອັນແຈ້ງແຈ່ມທີ່ຫົວຂໍ້ ວ່າ “ວິທີບົ່ມວິມຸຕຕິໃຫ້ເຖິງທີ່ສຸດ” ທີ່ໜ້າ ໘໐໔ ແຫ່ງໜັງສືນີ້.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໖໙

ອານົນທ໌ ! ສະມາທິ ທີ່ພິກຂຸໄດ້ແລ້ວ ມີຜົລເປັນເຊັ່ນນັ້ນ ມີຢູ່.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສະມາທິທີ່ພິກຂຸໄດ້ແລ້ວ ມີຜົລເປັນເຊັ່ນນັ້ນ ມີຢູ່ເປັນແນວໃດໜໍ ? ຂ້ານ້ອຍ !”

ອານົນທ໌ ! ຄວາມເພັ່ງສະເພາະຂອງພິກຂຸ ໃນກໍລະນີນີ້ ມີຢູ່ເຊັ່ນນີ້ວ່າ “ນັ້ນສະຫງົບ ລະງັບ ນັ້ນປານີດ : ນັ້ນຄືທັມມະຊາດ ເປັນບ່ອນສະຫງົບລະງັບແຫ່ງສັງຂາຣທັງປວງ ເປັນທີ່ສະບັດຄືນຊຶ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິພພານ (ເຢັນ)” ດັ່ງນີ້.

ອານົນທ໌ ! ເຊັ່ນນີ້ແລ ການທີ່ພິກຂຸໄດ້ສະມາທິ ຊະນິດທີ່ມີຜົລ ຄືບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ ໃນກາຍອັນມີວິນຍານນີ້ດ້ວຍ, ບໍ່ມີອະຫັງກາຣະມະມັງກາຣະມາມານານຸສັຍ ໃນນິມິຕທັງປວງ ໃນພາຍນອກດ້ວຍ, ແລະເຂົານັ້ນ ເຂົ້າເຖິງແລ້ວແລຢູ່ ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນບໍ່ມີອະຫັງກາຣະມະມັງກາຣະມານານຸສັຍດ້ວຍ.

ອານົນທ໌ ! ຂໍ້ນີ້ ເຮົາກ່າວອາໄສຄໍາກ່າວ ໃນການຕອບປັນຫາ ແກ່ປຸນນະກະມານົບ ໃນປາຣາຢະນະສະມາຄົມ ວ່າ :-

“ທ່ານຜູ້ໃດ ພິຈາຣະນາເຫັນແລ້ວ ຊຶ່ງສະພາບຍິ່ງ (ລື່ນ) ແລະຢ່ອນ (ຫຼຸດ) ໃນໂລກ (ວ່າເປັນຂອງວ່າງສະເໝີກັນ) ບໍ່ມີຄວາມຫວັ່ນໄຫວໄປໃນອາຣົມໃດໆ ໃນໂລກເລີຍ, ເປັນຜູ້ລະງັບ ສະຫງົບແລ້ວ ບໍ່ມີກິເລສຟຸ້ງ ໄງ່ກຸ້ມເໝືອນຄວັນ ບໍ່ມີຄວາມທຸກຂ໌ ຄວາມຄັບແຄ້ນແລ້ວ ເປັນຜູ້ບໍ່ຫວັງອັນໃດແລ້ວ, ເຮົາຕະຖາຄົຕ ກ່າວຜູ້ນັ້ນ ວ່າ ເປັນຜູ້ຂ້າມເສຍໄດ້ ຊຶ່ງຄວາມເກີດ ແລະຄວາມແກ່” ດັ່ງນີ້ ແລ.

(ຂໍ້ຄວາມ ແຫ່ງຄາຖາຂ້າງເທິງນີ້ ຄືຄວາມໝາຍແຫ່ງຄໍາວ່າ “ບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ).

- ຕິກ. ອັງ. ໒໐/໑໖໘/໔໗໑.

໔໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນິພພານເປັນສຸຂຢ່າງຍິ່ງ

ໄຟ ສະເໝີດ້ວຍຣາຄະບໍ່ມີ, ໂທດ ສະເໝີດ້ວຍໂທສະບໍ່ມີ, ທຸກຂ໌ທັງຫຼາຍສະເໝີດ້ວຍຂັນທ໌ບໍ່ມີ, ສຸຂອື່ນ ນອກຈາກຄວາມສະຫງົບ (ນິພພານ) ກໍບໍ່ມີ.

ຄວາມຫິວ ເປັນເຄື່ອງສຽບແທງຢ່າງຍິ່ງ, ສັງຂາຣທັງຫຼາຍ ເປັນທຸກຂ໌ຢ່າງຍິ່ງ; ເມື່ອຮູ້ຄວາມຂໍ້ນັ້ນຕາມທີ່ເປັນຈິງແລ້ວ ດັບເສຍໄດ້ ເປັນສຸຂຢ່າງຍິ່ງ.

ຄວາມບໍ່ມີໂຣຄາ ເປັນລາບຢ່າງຍິ່ງ, ຄວາມສັນໂດດ ເປັນຊັບຢ່າງຍິ່ງ, ຄວາມຄຸ້ນເຄີຍກັນ ເປັນຍາດຢ່າງຍິ່ງ, ນິພພານ ເປັນສຸຂຢ່າງຍິ່ງ.

- ທ. ຂຸ. ໒໕/໔໒/໒໕.

ນິພພານເຫັນໄດ້ຍາກຍິ່ງ

ຂຶ້ນຊື່ວ່າ ນິພພານ ອັນບຸຄຄົລເຫັນໄດ້ຍາກ, ບໍ່ມີຕັນຫາເຄື່ອງນ້ອມໄປ.ເພາະວ່າ ນິພພານ ນັ້ນເປັນທັມມະຊາດຈິງແທ້, ອັນບຸຄຄົລ ເຫັນບໍ່ໄດ້ງ່າຍເລີຍ.ຕັນຫາ ອັນເຮົາແທງຕະຫຼອດແລ້ວ ເພາະເຮົາຮູ້ຢູ່ ເຫັນຢູ່ ຈຶ່ງບໍ່ມີກິເລສເຄື່ອງກັງວົນ, ດັ່ງນີ້ ແລ.

- ອຸ. ຂຸ. ໒໕/໒໐໗/໑໕໙.

ພໍນິພພານທັມປາກົດກໍໝົດສົງໄສ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ