ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;

ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ທີປະ.

- ສລາ. ສັງ. ໑໘/໔໕໒/໗໕໗.

ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ເລນະ (ທີ່ລົບລີ້) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.

ພິກຂຸ ທ. ! ເລນະ ເປັນແນວໃດໜໍ ?

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໖໑

ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;

ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ເລນະ.

- ສລາ. ສັງ. ໑໘/໔໕໒/໗໔໘.

ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ຕານະ. (ທີ່ປ້ອງກັນ) ແກ່ພວກເຈົ້າ ທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.

ພິກຂຸ ທ. ! ຕານະ ເປັນແນວໃດໜໍ ?

ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;

ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ຕານະ.

- ສລາ. ສັງ. ໑໘/໔໕໓/໗໔໙.

ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ສະຣະນະ (ທີ່ເພິ່ງ) ແກ່ພວກເຈົ້າທັງຫຼາຍ,

ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.

ພິກຂຸ ທ. ! ສະຣະນະ ເປັນແນວໃດໜໍ?

ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;

ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ສະຣະນະ.

- ສລາ. ສັງ. ໑໘/໔໕໓/໗໕໐.

ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ປະຣາຢະນະ (ທີ່ສຸດທາງ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.

໔໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ປະຣາຢະນະ ເປັນແນວໃດໜໍ ?

ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;

ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ປະຣາຢະນະ.

- ສລາ. ສັງ. ໑໘/໔໕໓/໗໕໑.

ນິພພານະອະທິວະຈະນະ

[ຄໍາວ່າ “ນິພພານ” ໃນຂໍ້ຄວາມໃນສູຕອື່ນໆ ມີເປັນສ່ວນຫຼາຍ ໄດ້ຊົງສະແດງໄວ້ດ້ວຍອະທິວະຈະນະ ຄືຄໍາແທນຊື່ຕ່າງໆກັນ ແລະມີເລື່ອງທີ່ຈະຕ້ອງສຶກສາ ແລະ ປະຕິບັຕຢ່າງດຽວກັນ ຄື ຊົງສະແດງໄວ້ດ້ວຍຄໍາວ່າ :-

ອະສັງຂະຕະ (ທັມທີ່ບໍ່ມີປັຈຈັຍປຸງແຕ່ງຫຼືປັຈຈັຍປຸງແຕ່ງບໍ່ໄດ້)

ອະນະຕະ (ທັມທີ່ບໍ່ນ້ອມໄປໃນສິ່ງໃດຫຼືສິ່ງໃດນ້ອມໄປບໍ່ໄດ້)

ອະນາສະວະ (ບໍ່ມີອາສະວະອັນເປັນສິ່ງເສົ້າໝອງໂດຍປະການທັງປວງ)

ສັຈຈະ (ຂອງຈິງພຽງສິ່ງດຽວບໍ່ມີສິ່ງທີສອງທຽບຄຽງ)

ປາຣະ (ຝັ່ງໃນ ຝັ່ງນອກທີ່ກິເລສແລະທຸກຂ໌ຕາມໄປບໍ່ເຖິງ)

ນິປຸນະ (ສິ່ງລະອຽດອ່ອນສໍາລັບການສຶກສາ ແລະປະຕິບັຕບໍ່ມີສິ່ງໃດຍິ່ງກວ່າ)

ສຸທຸດທະສະ (ອັນຜູ້ບໍ່ສິ້ນອາສະວະເຫັນໄດ້ຍາກທີ່ສຸດ)

ອະຊັຊຊະຣະ (ບໍ່ມີຄວາມຜຸຜຸ່ຍລົງໂດຍປະການທັງປວງ)

ທຸຣະ (ຢັ້ງຢືນໝັ້ນຄົງບໍ່ຜັນແປ)

ອະປະໂລກິນະ (ເປັນທີ່ຈ້ອງມອງແຫ່ງສັຕເພື່ອການບັນລຸເຖິງ)

ອະນິທັສສະນະ (ບໍ່ມີການສະແດງອອກທາງວັຕຖຸຫຼືທາງຕາ; ຜູ້ອື່ນຍ່ອມເຫັນດ້ວຍບໍ່ໄດ້)

ນິບປະປັນຈະ (ບໍ່ມີເຄື່ອງກີດກັ້ນໃຫ້ເນີນຊ້າເພາະວ່າງຈາກກິເລສ)

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໖໓

ສັນຕະ (ສະຫງົບລະງັບຈາກການປຸງແຕ່ງສຽບແທງເຜົາລົນ)

ອະມະຕະ (ບໍ່ຕາຍເພາະບໍ່ມີການເກີດ ເພາະບໍ່ຢູ່ໃນອໍານາດເຫຕປັຈຈັຍ)

ປະນີຕະ (ປານີດລະອຽດ ເພາະພົ້ນໄປຈາກຄວາມເປັນຮູບທັມແລະນາມທັມ)

ສິວະ (ສະຫງົບເຢັນ ເພາະບໍ່ມີໄຟກິເລສແລະໄຟທຸກຂ໌)

ເຂມະ (ກະເສມຈາກສິ່ງລົບກວນທຸກຊະນີດ)

ຕັນຫັກຂະຢະ (ເປັນທີ່ດັບສິ້ນໄປແຫ່ງຕັນຫາ ຫຼືພາວະສິ້ນສຸດແຫ່ງຕັນຫາ)

ອັສສະຣິຢະ (ໜ້າອັສສະຈັນ ບໍ່ມີສິ່ງໃດໜ້າອັສສະຈັນເທົ່າ)

ອັບພູຕະ (ສິ່ງທີ່ບໍ່ມີບໍ່ເປັນ ຄວນນໍາມາບອກກ່າວໃນຖານະສິ່ງທີ່ບໍ່ເຄີຍບອກກ່າວ)

ອະນີຕິກະ (ບໍ່ມີສະໜຽດຈັງໄຮ ເພາະພົ້ນດີພົ້ນຊົ່ວ)

ອະນີຕິກະທັມມະ (ມີປົກກະຕິພາວະບໍ່ມີສະໜຽດຈັງໄຮເປັນທັມມະດາ)

ອັບພະຍາປັຊຊະ (ບໍ່ມີຄວາມບຽດບຽນເປັນສະພາວະ)

ວິຣາຄະ (ບໍ່ມີຄວາມຍ້ອມຕິດໃນສິ່ງໃດ ມີແຕ່ຈະເຮັດໃຫ້ຄາຍອອກ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ