ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອັສສະຣິຢະ (ສິ່ງໜ້າອັສສຈັນ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອັສສະຣິຢະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມສິ້ນໄປແຫ່ງຣາຄະ, ຄວາມສິ້ນໄປແຫ່ງໂທສະ, ຄວາມສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອັສສະຣິຢະ.
- ສລາ. ສັງ. ໑໘/໔໕໑/໗໓໗.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອັບພຸຕະ (ສິ່ງທີ່ບໍ່ມີບໍ່ເປັນ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອັບພຸຕະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
໔໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອັບພຸຕະ.
- ສລາ. ສັງ. ໑໘/໔໕໑/໗໓໘.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະນີຕິກະ (ສິ່ງທີ່ບໍ່ມີສະໜຽດ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະນີຕິກະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະນີຕິກະ.
- ສລາ. ສັງ. ໑໘/໔໕໒/໗໓໙.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະນີຕິກະທັມມະ (ທັມທີ່ບໍ່ມີສະໜຽດ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະນີຕິກະທັມມະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະນີຕິກະທັມມະ.
- ສລາ. ສັງ. ໑໘/໔໕໒/໗໔໐.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອັບພະຢາປັຊຊະ (ສິ່ງທີ່ບໍ່ບຽດບຽນສັຕ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອັພພະຢາປັຊຊະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໕໙
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອັບພະຢາປັຊຊະ.
- ສລາ. ສັງ. ໑໘/໔໕໒/໗໔໒.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ວິຣາຄະ (ທີ່ຄາຍກໍາໜັດ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ວິຣາຄະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ວິຣາຄະ.
- ສລາ. ສັງ. ໑໘/໔໕໒/໗໔໓.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ສຸດທິ (ສິ່ງບໍຣິສຸດ) ແກ່ພວກເຈົ້າທັງຫຼາຍ,ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ສຸດທິ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມສິ້ນໄປແຫ່ງຣາຄະ, ຄວາມສິ້ນໄປແຫ່ງໂທສະ, ຄວາມສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ສຸດທິ.
- ສລາ. ສັງ. ໑໘/໔໕໒/໗໔໔.
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ມຸດຕິ (ຄວາມພົ້ນ) ແກ່ພວກເຈົ້າທັງຫຼາຍ,ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ມຸດຕິ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
໔໖໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ມຸດຕິ.
- ສລາ. ສັງ. ໑໘/໔໕໒/໗໔໕.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະນາລະຢະ (ສິ່ງທີ່ບໍ່ເປັນອາລັຍ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະນາລະຢະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະນາລະຢະ.
- ສລາ. ສັງ. ໑໘/໔໕໒/໗໔໖.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ທີປະ (ເກາະທີ່ພົ້ນນໍ້າ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ທີປະ ເປັນແນວໃດໜໍ ?








