ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເວທະນາ ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທນາ.
ພິກຂຸ ທ. ! ຣາຄານຸໄສ ອັນເກີດຈາກສຸຂະເວທະນາ ເປັນສິ່ງທີ່ຄວນລະເສຍ. ປະຕິຄານຸໄສ ອັນເກີດຈາກທຸກຂະເວທະນາ ເປັນສິ່ງທີ່ຄວນລະເສຍ. ອະວິຊຊານຸໄສ ອັນເກີດຈາກອະທຸກຂະມະສຸຂະເວທະນາ ເປັນສິ່ງທີ່ຄວນລະເສຍ.
ພິກຂຸ ທ. ! ເມື່ອໃດຣາຄານຸໄສ ອັນເກີດຈາກສຸຂະເວທະນາ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ, ປະຕິຄານຸໄສ ອັນເກີດຈາກທຸກຂະເວທະນາ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ. ອະວິຊຊານຸໄສ ອັນເກີດຈາກອະທຸກຂະມະສຸຂະເວທະນາ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ; ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ເປັນຜູ້ບໍ່ມີອະນຸສັຍ ເປັນຜູ້ເຫັນຖືກ ຕັດຕັນຫາໄດ້ຂາດແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ເຮັດທີ່ສຸດແຫ່ງທຸກຂ໌ໄດ້ແລ້ວ ເພາະຮູ້ສະເພາະ ຊຶ່ງມານະໂດຍຖືກຕ້ອງ;
໓໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
(ຄາຖາຜະນວກ (ເພີ່ມຕື່ມ) ທ້າຍພຣະສູຕ)
ເມື່ອບຸຄຄົລ ສະເຫວີຍສຸຂະເວທະນາຢູ່ ບໍ່ຮູ້ແຈ່ມແຈ້ງ ຊຶ່ງເວທະນານັ້ນ
ຣາຄານຸໄສຍ່ອມມີແກ່ເຂົາ ຜູ້ມອງບໍ່ເຫັນທາງອອກຈາກອໍານາດຂອງເວທະນານັ້ນ.
ເມື່ອບຸຄຄົລ ສະເຫວີຍທຸກຂະເວທະນາຢູ່ ບໍ່ຮູ້ແຈ່ມແຈ້ງຊຶ່ງເວທະນານັ້ນ
ປະຕິຄານຸໄສຍ່ອມມີແກ່ເຂົາຜູ້ມອງບໍ່ເຫັນທາງອອກຈາກອໍານາດຂອງເວທະນານັ້ນ.
ບຸຄຄົລ ເພີດເພີນແມ່ນແຕ່ໃນອະທຸກຂະມະສຸຂະເວທະນາ ອັນພຣະພູຣິປັນຍາ
ພຸດທະເຈົ້າ ຊົງສະແດງວ່າ ເປັນທັມອັນລະງັບ ກໍຫາພົ້ນຈາກທຸກຂ໌ໄປໄດ້ບໍ່.
ເມື່ອໃດ ພິກຂຸມີຄວາມພຽນເຜົາກິເລສ ບໍ່ປະຖິ້ມສັມປະຊັນຍະ
ກໍເປັນບັນດິຕ ຮອບຮູ້ເວທະນາທັງປວງ. ພິກຂຸນັ້ນ ເພາະຮອບຮູ້ຊຶ່ງເວທະນາ
ຈຶ່ງເປັນຜູ້ບໍ່ມີອາສະວະ ໃນທິຕຖະທັມ ເປັນຜູ້ຕັ້ງຢູ່ໃນທັມ ຈົນກະທັ່ງກາຍແຕກ
ຈົບເວທ ບໍ່ເຂົ້າເຖິງຊຶ່ງການນັບ (ວ່າເປັນອັນໃດ) ແລ.
- ສລາ. ສັງ. ໑໘/໒໕໔/໓໖໓-໓໖໔.
ອະນຸສັຍ ທັງສາມເກີດໄດ້ແມ່ນແຕ່ເມື່ອສະເຫວີຍທຸກຂະເວທະນາ
ພິກຂຸ ທ. ! ປຸຖຸຊົນ ຜູ້ບໍ່ມີການສະດັບ ກໍສະເຫວີຍສຸຂະເວທະນາແດ່ທຸກຂະ ເວທະນາແດ່ ອະທຸກຂະມະສຸຂະເວທະນາແດ່. ເຖິງແມ່ນອະຣິຍະສາວົກ ຜູ້ມີການສະດັບ ກໍສະເຫວີຍສຸຂະເວທະນາແດ່ ທຸກຂະເວທະນາແດ່ ອະທຸກຂະມະສຸຂະເວທະນາແດ່. ພິກຂຸ ທ. ! ເມື່ອເປັນເຊັ່ນນັ້ນ ໃນລະຫວ່າງອະຣິຍະສາວົກຜູ້ມີການສະດັບ ກັບປຸຖຸຊົນຜູ້ບໍ່ມີການສະດັບ ດັ່ງທີ່ກ່າວມານີ້ ອັນໃດ ເປັນຄວາມຜິດແປກແຕກຕ່າງກັນ ອັນໃດເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ອັນໃດເປັນເຫຕທີ່ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ມີການສະດັບ ຈາກປຸຖຸຊົນຜູ້ບໍ່ມີການສະດັບ ?
ພາກ ໒ - ສະມຸທະຢະອະຣິຢະສັຈຈະ ໓໙໕
ພິກຂຸທັງຫຼາຍເຫຼົ່ານັ້ນ ຂາບທູນໄຫວ້ວອນວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມທັງຫຼາຍຂອງພວກຂ້ານ້ອຍ ມີພຣະຜູ້ມີພຣະພາຄເປັນມູນ ມີພຣະຜູ້ມີພຣະພາຄເປັນຜູ້ນໍາ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເປັນການອັນຄວນແລ້ວໜໍ ຂໍໃຫ້ອັຕຖະແຫ່ງພາສິຕນັ້ນ ຈົ່ງແຈ່ມແຈ້ງ ຈາກພຣະຜູ້ມີພຣະພາຄເອງເຖີ້ນ ພິກຂຸທັງຫຼາຍ ໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວ ຈະຊົງຈໍາໄວ້” ດັ່ງນີ້.
ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ອັນທຸກຂະເວທະນາຖືກຕ້ອງຢູ່ ຍ່ອມເສົ້າໂສກ ຍ່ອມກະວົນກະວາຍ ຍ່ອມຮໍ່າໄຮລໍາພັນ ເປັນຜູ້ຕີເອິກຮ້ອງໄຫ້ ເຖິງຄວາມມີສະຕິຟັ່ນເຟືອນ; ເຂົາຍ່ອມສະເຫວີຍຊຶ່ງເວທະນາທັງ ໒ ຝ່າຍຄື ເວທະນາທັງທາງກາຍ ແລະທາງຈິຕ.








