ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງ ຍ່ອມບໍ່ຮູ້ຈັກຮູບ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງຮູບ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງຮູບ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງ ຄວາມດັບບໍ່ເຫຼືອຂອງຮູບ; ເຂົາຍ່ອມບໍ່ຮູ້ຈັກເວທະນາ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງເວທະນາ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງເວທະນາ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ ; ເຂົາຍ່ອມບໍ່ຮູ້ຈັກສັນຍາ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງສັນຍາ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງສັນຍາ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັນຍາ; ເຂົາຍ່ອມບໍ່ຮູ້ຈັກສັງຂາຣທັງຫຼາຍ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງສັງຂາຣທັງຫຼາຍ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ; ແລະເຂົາຍ່ອມບໍ່ຮູ້ຈັກວິນຍານ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງວິນຍານ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງວິນຍານ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງວິນຍານ. ພິກຂຸ ! ຄວາມບໍ່ຮູ້ນີ້ເຮົາ ເອີ້ນວ່າ ‘ອະວິຊຊາ’ ແລະບຸຄຄົລຊື່ວ່າມີ ອະວິຊຊາ ດ້ວຍເຫຕມີປະມານເທົ່ານີ້ ແລ.

- ຂັນທະ. ສັງ. ໑໗/໑໙໘/໓໐໐.

ເພີນໃນເບັນຈະຂັນທ໌ເທົ່າກັບເພີນໃນທຸກຂ໌

ພິກຂຸ ທ. ! ຜູ້ໃດເພີດເພີນຢູ່ໃນ ຮູບ, ຜູ້ນັ້ນເທົ່າກັບເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

໒໕໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ຜູ້ໃດເພີດເພີນຢູ່ໃນ ເວທະນາ, ຜູ້ນັ້ນເທົ່າກັບເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດເພີດເພີນຢູ່ໃນ ສັນຍາ, ຜູ້ນັ້ນເທົ່າກັບເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດເພີດເພີນຢູ່ໃນ ສັງຂາຣທັງຫຼາຍ, ຜູ້ນັ້ນເທົ່າກັບເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດເພີດເພີນຢູ່ໃນ ວິນຍານ, ຜູ້ນັ້ນເທົ່າກັບເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌, ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້ ແລ.

- ຂັນທ. ສັງ. ໑໗/໓໙/໖໔.

ຕ້ອງລະສັນທະຣາຄະໃນເບັນຈະຂັນທ໌

ພິກຂຸ ທ. ! ສິ່ງໃດບໍ່ທ່ຽງ, ພວກເຈົ້າຕ້ອງລະສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃນສິ່ງນັ້ນ. ພິກຂຸ ທ. ! ກໍສິ່ງໃດໜໍບໍ່ທ່ຽງ ? ພິກຂຸ ທ. ! ຮູບບໍ່ທ່ຽງ, ເວທະນາບໍ່ທ່ຽງ, ສັນຍາບໍ່ທ່ຽງ, ສັງຂາຣທັງຫຼາຍບໍ່ທ່ຽງ, ແລະວິນຍານບໍ່ທ່ຽງ. ພວກເຈົ້າຕ້ອງລະສັນທະຣາຄະໃນສິ່ງນັ້ນ. ພິກຂຸ ທ. ! ຄືສິ່ງໃດ ທີ່ບໍ່ທ່ຽງ ພວກເຈົ້າຕ້ອງລະສັນທະຣາຄະ ໃນສິ່ງນັ້ນແຫຼະ.

- ຂັນທ. ສັງ. ໑໗/໒໑໗/໓໓໗.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໕໓

ພິກຂຸ ທ. ! ສິ່ງໃດເປັນທຸກຂ໌, ພວກເຈົ້າຕ້ອງລະສັນທະຣາຄະ (ຄວາມກໍາໜັດເພາະພໍໃຈ) ໃນສິ່ງນັ້ນ. ພິກຂຸ ທ. ! ກໍສິ່ງໃດໜໍເປັນທຸກຂ໌ ? ພິກຂຸ ທ. ! ຮູບ ເປັນທຸກຂ໌, ເວທະນາ ເປັນທຸກຂ໌, ສັນຍາ ເປັນທຸກຂ໌, ສັງຂາຣທັງຫຼາຍ ເປັນທຸກຂ໌,ແລະ ວິນຍານ ເປັນທຸກຂ໌. ພວກເຈົ້າຕ້ອງລະສັນທະຣາຄະໃນສິ່ງນັ້ນ. ພິກຂຸ ທ. ! ຄືສິ່ງໃດ ທີ່ເປັນທຸກຂ໌ ພວກເຈົ້າຕ້ອງລະສັນທະຣາຄະ ໃນສິ່ງນັ້ນແຫຼະ.

- ຂັນທະ. ສັງ. ໑໗/໒໑໘/໓໓໘.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ