ອະບາຍມຸຂ
ໜ້າ/ 66
ອະກຸສົລເປັນສິ່ງທີ່ສາມາດລະໄດ້
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງລະອະກຸສົລ ອະກຸສົລອັນບຸຄຄົລສາມາດລະໄດ້ ຖ້າບຸຄຄົລບໍ່ສາມາດລະອະກຸສົລໄດ້ ເຮົາຍ່ອມບໍ່ກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະອະກຸສົລ ດັ່ງນີ້.
ພິກຂຸທັງຫລາຍ! ກໍເພາະອະກຸສົລອັນບຸຄຄົລສາມາດລະໄດ້ ສະນັ້ນ ເຮົາຈິ່ງກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະອະກຸສົລ.
ພິກຂຸທັງຫລາຍ! ຖ້າອະກຸສົລອັນບຸຄຄົລລະໄດ້ແລ້ວ ຈະເປັນໄປເພື່ອສິ່ງບໍ່ເປັນປະໂຍຊນ໌ ເພື່ອຄວາມທຸກຂ໌ແລ້ວນັ້ນ ເຮົາຍ່ອມບໍ່ກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະອະກຸສົລ.
ພິກຂຸທັງຫລາຍ! ກໍເພາະອະກຸສົລອັນບຸຄຄົລລະໄດ້ແລ້ວ ຍ່ອມເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂ ສະນັ້ນ ເຮົາຈຶ່ງກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະອະກຸສົລ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງກະທຳກຸສົລໃຫ້ເກີດຂຶ້ນ.
ພິກຂຸທັງຫລາຍ! ກຸສົລອັນບຸຄຄົລສາມາດກະທຳໃຫ້ເກີດໄດ້ ຖ້າບຸຄຄົລບໍ່ສາມາດກະທຳໃຫ້ເກີດໄດ້ ເຮົາຍ່ອມບໍ່ກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງກະທຳກຸສົລໃຫ້ເກີດຂຶ້ນ.
ພິກຂຸທັງຫລາຍ! ກໍເພາະກຸສົລອັນບຸຄຄົລສາມາດກະທຳໃຫ້ເກີດໄດ້ ສະນັ້ນ ເຮົາຈຶ່ງກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງກະທຳກຸສົລໃຫ້ເກີດຂຶ້ນ.
ພິກຂຸທັງຫລາຍ! ຖ້າກຸສົລນີ້ອັນບຸຄຄົລກະທຳໃຫ້ເກີດແລ້ວ ຈະເປັນໄປເພື່ອສິ່ງບໍ່ເປັນປະໂຍຊນ໌ ເພື່ອຄວາມທຸກຂ໌ແລ້ວນັ້ນ ເຮົາຍ່ອມບໍ່ກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງກະທຳກຸສົລໃຫ້ເກີດຂຶ້ນ.
ພິກຂຸທັງຫລາຍ! ກໍເພາະກຸສົລອັນບຸຄຄົລກະທຳໃຫ້ເກີດແລ້ວ ຍ່ອມເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂ ສະນັ້ນ ເຮົາຈຶ່ງກ່າວຢ່າງນີ້ວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງກະທຳກຸສົລໃຫ້ເກີດຂຶ້ນ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໕໕/໒໖໕
ພັຍຄືທຸຄະຕິ
ພິກຂຸທັງຫລາຍ! ກໍພັຍຄືທຸຄະຕິເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ ວິບາກຂອງກາຍທຸຈະຣິຕໃນພາຍໜ້າຊົ່ວຮ້າຍ ວິບາກຂອງວະຈີທຸຈະຣິຕໃນພາຍໜ້າຊົ່ວຮ້າຍ ວິບາກຂອງມະໂນທຸຈະຣິຕໃນພາຍໜ້າຊົ່ວຮ້າຍ ກໍຖ້າເຮົາປະພຶຕກາຍທຸຈະຣິຕ ປະພຶຕວະຈີທຸຈະຣິຕ ປະພຶຕມະໂນທຸຈະຣິຕ ເມື່ອແຕກກາຍຕາຍໄປ ເຮົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ເຂົາກົວຕໍ່ທຸຄະຕິພັຍ ຍ່ອມລະກາຍທຸຈະຣິຕ ປະພຶຕກາຍສຸຈະຣິຕ ຍ່ອມລະວະຈີທຸຈະຣິຕ ປະພຶຕວະຈີສຸຈະຣິຕ ຍ່ອມລະມະໂນທຸຈະຣິຕ ປະພຶຕມະໂນສຸຈະຣິຕ ຍ່ອມບໍຣິຫາຣຕົນໃຫ້ບໍຣິສຸທໄດ້.
ພິກຂຸທັງຫລາຍ! ນີ້ຮຽກວ່າ ທຸຄະຕິພັຍ
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໒໓/໑໒໑








