ອະບາຍມຸຂ
ໜ້າ/ 66
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ; ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ທ່ານພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງພຣະໂຄດົມ ກັບທັງພຣະທັມແລະພຣະພິກຂຸສົງຄ໌ເປັນສະຣະນະ ຂໍທ່ານພຣະໂຄດົມຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໕໕/໔໙໗
ເຫຕໃຫ້ໄປສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ
ຄັ້ງນັ້ນແລ ພຣາມຄົນໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ?
ພຣະຜູ້ມີພຣະພາຄຕຣັສຕອບວ່າ:
ພຣາມ! ເພາະເຫຕແຫ່ງກາຣບໍ່ປະພຶຕສະໝ່ຳສະເໝີ ຄືປະພຶຕອະທັມ ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ?
ພຣາມ! ເພາະເຫຕແຫ່ງກາຣປະພຶຕສະໝ່ຳສະເໝີ ຄືປະພຶຕທັມ ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ; ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ທ່ານພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງພຣະໂຄດົມ ກັບທັງພຣະທັມແລະພຣະພິກຂຸສົງຄ໌ເປັນສະຣະນະ ຂໍທ່ານພຣະໂຄດົມຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໕໒/໒໖໒
ເຫຕໃຫ້ໄປສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ (2)
ຄັ້ງນັ້ນແລ ຊານຸສະໂສນີພຣາມເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ?
ພຣະຜູ້ມີພຣະພາຄຕຣັສຕອບວ່າ:
ພຣາມ! ເພາະກະທຳດ້ວຍ ເພາະບໍ່ກະທຳດ້ວຍ ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ກໍອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ?
ພຣາມ! ເພາະກະທຳດ້ວຍ ເພາະບໍ່ກະທຳດ້ວຍ ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກ ສວັນ.
ຂ້ານ້ອຍຍ່ອມບໍ່ຮູ້ທົ່ວເຖິງເນື້ອຄວາມແຫ່ງພາສິຕທີ່ທ່ານພຣະໂຄດົມຕຣັສແລ້ວໂດຍຫຍໍ້ໄດ້ໂດຍພິສດາຣ ຂໍປະທານພຣະວະໂຣກາສ ຂໍທ່ານພຣະໂຄດົມໂປດຊົງສະແດງທັມໂດຍທີ່ຂ້ານ້ອຍຈະຮູ້ທົ່ວເຖິງເນື້ອຄວາມແຫ່ງພາສິຕທີ່ທ່ານພຣະໂຄດົມຕຣັສແລ້ວໂດຍຫຍໍ້ໄດ້ໂດຍພິສດາຣເຖີດ.
ພຣາມ! ຖ້າເຊັ່ນນັ້ນ ທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.
ຊານຸສະໂສນີພຣາມໄດ້ທູລສະໜອງພຣະດຳຣັສຂອງພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:








