ອະບາຍມຸຂ
ໜ້າ/ 66
ໃນຂະນະທີ່ເຫັນນັ້ນ ຄົນພາລຈະມີຄວາມຮູ້ສຶກຢ່າງນີ້ວ່າ ເພາະເຫຕແຫ່ງກັມຊົ່ວປານໃດແລ ຣາຊາທັງຫລາຍຈຶ່ງຈັບໂຈຣຜູ້ປະພຶຕຜິດມາແລ້ວ ສັ່ງລົງໂທສຕ່າງຊະນິດຄື:
ຕີດ້ວຍແສ້ແດ່,
ຕີດ້ວຍຫວາຍແດ່,
ຕີດ້ວຍກະບອງສັ້ນແດ່,
ມັດມືແດ່,
ມັດຕີນແດ່,
ມັດທັງມືທັງຕີນແດ່,
ຕັດຫູແດ່,
ຕັດດັງແດ່,
ຕັດທັງຫູທັງດັງແດ່,
ລົງໂທສດ້ວຍວິທີ ໝໍ້ຄ້ຽວນ້ຳມັນແດ່,
ລົງໂທສດ້ວຍວິທີ ຂອດສັງຂ໌ແດ່,
ລົງໂທສດ້ວຍວິທີ ປາກຣາຫູແດ່,
ລົງໂທສດ້ວຍວິທີ ມາລັຍໄຟແດ່,
ລົງໂທສດ້ວຍວິທີ ຄົບມືແດ່,
ລົງໂທສດ້ວຍວິທີ ລິ້ວສ່າຍແດ່,
ລົງໂທສດ້ວຍວິທີ ນຸ່ງເປືອກໄມ້ແດ່,
ລົງໂທສດ້ວຍວິທີ ຢືນກວາງແດ່,
ລົງໂທສດ້ວຍວິທີ ກ່ຽວເຫຍື່ອເບັດແດ່,
ລົງໂທສດ້ວຍວິທີ ຫລຽນກະຫາປະນະແດ່,
ລົງໂທສດ້ວຍວິທີ ແປງແສບແດ່,
ລົງໂທສດ້ວຍວິທີ ກາງວຽນແດ່,
ລົງໂທສດ້ວຍວິທີ ຕັ່ງຟາງແດ່,
ລາດດ້ວຍນ້ຳມັນຮ້ອນໆແດ່,
ໃຫ້ໝາກັດ-ຊິດແດ່,
ໃຫ້ນອນຫງາຍເທິງຫລາວທັງເປັນໆແດ່,
ຕັດຫົວດ້ວຍດາບແດ່.
ພິກຂຸທັງຫລາຍ! ຄົນພາລຍ່ອມສເວີຍທຸກຂ໌ ໂທມະນັສຂໍ້ທີ ໒ ດັ່ງນີ້ ໃນປັຈຈຸບັນ.
ພິກຂຸທັງຫລາຍ! ກັມຊົ່ວທີ່ຄົນພາລກະທຳໄວ້ໃນກາລກ່ອນຄື ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມປົກຄຸມ ຄອບງຳຄົນພາລຜູ້ຢູ່ເທິງຕັ່ງ ຫລືເທິງຕຽງ ຫລືນອນເທິງພື້ນດິນໃນສມັຍນັ້ນ ປຽບເໝືອນເງົາຍອດພູເຂົາໃຫຍ່ ຍ່ອມປົກຄຸມ ຄອບງຳແຜ່ນດິນໃນຕອນແລງ ສັນໃດ, ພິກຂຸທັງຫລາຍ ສັນນັ້ນເໝືອນກັນແລ ກັມຊົ່ວທີ່ຄົນພາລກະທຳໄວ້ໃນກາລກ່ອນ ຄື ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມປົກຄຸມ ຄອບງຳຄົນພາລຜູ້ຢູ່ເທິງຕັ່ງ ຫລືເທິງຕຽງ ຫລືນອນເທິງພື້ນດິນໃນສມັຍນັ້ນ. ພິກຂຸທັງຫລາຍ ສມັຍນັ້ນ ຄົນພາລຈະມີຄວາມຮູ້ສຶກຢ່າງນີ້ວ່າ:
ເຮົາບໍ່ໄດ້ກະທຳຄວາມດີ ບໍ່ໄດ້ກະທຳກຸສົລ ບໍ່ໄດ້ກະທຳເຄື່ອງປ້ອງກັນຄວາມກົວໄວ້ ກະທຳແຕ່ຄວາມຊົ່ວ ກະທຳແຕ່ກັມອັນຫຍາບຊ້າ ກະທຳແຕ່ກັມອັນເສົ້າໝອງ ລະໂລກນີ້ໄປແລ້ວ ຈະໄປສູ່ຄະຕິຂອງຄົນທີ່ບໍ່ໄດ້ກະທຳຄວາມດີ ບໍ່ໄດ້ກະທຳກຸສົລ ບໍ່ໄດ້ກະທຳເຄື່ອງປ້ອງກັນຄວາມກົວໄວ້ ກະທຳແຕ່ຄວາມຊົ່ວ ກະທຳແຕ່ກັມອັນຫຍາບຊ້າ ກະທຳແຕ່ກັມອັນເສົ້າໝອງ ຄົນພາລນັ້ນຍ່ອມເສົ້າໂສກ ລຳບາກໃຈ ຮ້ອງໄຫ້ ທຸບເອິກຄ່ຳຄວນ ເຖິງຄວາມຫລົງໄຫລ. ພິກຂຸທັງຫລາຍ ຄົນພາລຍ່ອມສເວີຍທຸກຂ໌ ໂທມະນັສຂໍ້ທີ ໓ ດັ່ງນີ້ ໃນປັຈຈຸບັນ.
ພິກຂຸທັງຫລາຍ! ຄົນພາລນັ້ນແລ ປະພຶຕກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ພິກຂຸທັງຫລາຍ! ບຸຄຄົລເມື່ອຈະກ່າວໂດຍຊອບ ຄວນກ່າວເຖິງນະຣົກນັ້ນແຫລະວ່າ ເປັນສະຖານທີ່ທີ່ບໍ່ໜ້າປາຖນາ ບໍ່ ໜ້າຮັກໃຄ່ ບໍ່ໜ້າພໍໃຈໂດຍສ່ວນດຽວ ພິກຂຸທັງຫລາຍ ທຸກຂ໌ນີ້ກັບທຸກຂ໌ໃນນະຣົກປຽບທຽບກັນບໍ່ໄດ້.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພິກຂຸອົງຄ໌ໜຶ່ງໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະອົງຄ໌ຊົງສາມາດປຽບອຸປະມາໄດ້ຫລືໜໍ?
ພຣະຜູ້ມີພຣະພາຄຕຣັສວ່າ:
ສາມາດອຸປະມາໄດ້ ພິກຂຸ!
ແລ້ວຊົງຕຣັສຕໍ່ໄປວ່າ:
ພິກຂຸທັງຫລາຍ! ປຽບເໝືອນພວກຣາຊະບຸຣຸສຈັບໂຈຣຜູ້ປະພຶຕຜິດມາສະແດງແກ່ພຣະຣາຊາວ່າ ຂໍເດຊະ ຜູ້ນີ້ເປັນໂຈຣປະພຶຕຜິດຕໍ່ພຣະອົງຄ໌ ຂໍພຣະອົງຄ໌ໂປດລົງອາຊຍາຕາມທີ່ຊົງພຣະຣາຊະປະສົງແກ່ມັນເຖີດ ພຣະຣາຊາຊົງສັ່ງກາຣນັ້ນຢ່າງນີ້ວ່າ:
ທ່ານທັງຫລາຍ! ໄປເຖີດ ພວກທ່ານຈົ່ງເອົາຫອກຮ້ອຍເຫລັ້ມແທງບຸຣຸສນີ້ໃນເວລາເຊົ້າ ພວກຣາຊະບຸຣຸສຈຶ່ງເອົາຫອກຮ້ອຍເຫລັ້ມແທງບຸຣຸສນັ້ນໃນເວລາເຊົ້າ.
ເມື່ອເຖິງເວລາທ່ຽງວັນ ພຣະຣາຊາຕຣັສຖາມຢ່າງນີ້ວ່າ ທ່ານທັງຫລາຍ ບຸຣຸສນັ້ນເປັນແນວໃດ?
ຣາຊະບຸຣຸສກຣາບທູລວ່າ ຍັງມີຊີວິຕຢູ່ ຂ້ານ້ອຍ!
ພຣະຣາຊາຈຶ່ງຊົງສັ່ງກາຣນັ້ນຢ່າງນີ້ວ່າ:
ທ່ານທັງຫລາຍ! ໄປເຖີດ ພວກທ່ານຈົ່ງເອົາຫອກຮ້ອຍເຫລັ້ມແທງບຸຣຸສນັ້ນໃນເວລາທ່ຽງ ພວກຣາຊະບຸຣຸສຈຶ່ງເອົາຫອກຮ້ອຍເຫລັ້ມແທງບຸຣຸສນັ້ນໃນເວລາທ່ຽງ.
ເມື່ອເຖິງເວລາແລງ ພຣະຣາຊາຕຣັສຖາມຢ່າງນີ້ວ່າ ທ່ານທັງຫລາຍ ບຸຣຸສນັ້ນເປັນແນວໃດ?
ຣາຊະບຸຣຸສກຣາບທູລວ່າ ຍັງມີຊີວິຕຢູ່ ຂ້ານ້ອຍ!
ພຣະຣາຊາຈຶ່ງຊົງສັ່ງກາຣນັ້ນຢ່າງນີ້ວ່າ:








