ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກກາຣເວົ້າສຽດສີ, ເວັ້ນຂາດຈາກກາຣເວົ້າຄຳຫຍາບ, ເວັ້ນຂາດຈາກກາຣເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌. ພິກຂຸທັງຫລາຍ ນີ້ຮຽກວ່າ: ກັມມັນຕະສັມປະທາ.
ພິກຂຸທັງຫລາຍ! ກໍອາຊີວະສັມປະທາເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຄົນມີອາຊີພຊອບ ສຳເຣັຈກາຣລ້ຽງຊີພດ້ວຍສັມມາອາຊີວະ. ພິກຂຸທັງຫລາຍ ນີ້ຮຽກວ່າ: ອາຊີວະສັມປະທາ.
ພິກຂຸທັງຫລາຍ! ກໍທິຕຖິສັມປະທາເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຊອບ ມີຄວາມເຫັນບໍ່ວິປະຣິຕວ່າ: ທານທີ່ໃຫ້ແລ້ວມີ(ອັຕຖິ ທິນນັງ), ກາຣບູຊາແລ້ວມີ(ອັຕຖິ ຍິຕຖັງ), ກາຣບວງສວງແລ້ວມີ(ອັຕຖິ ຫຸຕັງ), ຜົລວິບາກຂອງກັມທີ່ກະທຳດີກະທຳຊົ່ວແລ້ວມີ(ອັຕຖິ ສຸກະຕະທຸກກະຕານັງ ກັມມານັງ ຜະລັງ ວິປາໂກ), ໂລກນີ້ມີ(ອັຕຖິ ອະຍັງ ໂລໂກ), ໂລກໜ້າມີ(ອັຕຖິ ປະຣະ ໂລໂກ), ມາຣດາມີ(ອັຕຖິ ມາຕາ), ບິດາມີ(ອັຕຖິ ປິຕາ), ໂອປປາຕິກະສັຕມີ(ອັຕຖິ ສັຕຕາ ໂອປປາຕິກາ), ສະມະນະພຣາມທັງຫລາຍຜູ້ດຳເນີນຊອບ ປະຕິບັຕຊອບ ກະທຳໃຫ້ແຈ້ງເຊິ່ງໂລກນີ້ແລະໂລກໜ້າດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ້ອື່ນໃຫ້ຮູ້ແຈ້ງຕາມດັ່ງນີ້, ມີ(ອັຕຖິ ໂລໂກ ສະມະນະພຣາມມະນາ ສັມມັຄຄະຕາ ສັມມາປະຕິປັນນາ ເຍ ອິມັນຈະ ໂລກັງ ປະຣັນຈະ ໂລກັງ ສະຍັງ ອະພິນຍາ ສັຈສິກັຕ໌ວາ ປະເວເທນະຕີຕິ). ພິກຂຸທັງຫລາຍ ນີ້ຮຽກວ່າ: ທິຕຖິສັມປະທາ.
ພິກຂຸທັງຫລາຍ! ສັມປະທາ ໓ ຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໕໘/໕໕໙
ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ
ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ
ທຸຄະຕິ ວິນິບາຕ ນະຣົກ
ຄັ້ງນັ້ນແລ ທ່ານພຣະອະນຸຣຸທທະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ຂ້ານ້ອຍໄດ້ເຫັນມາຕຸຄາມເມື່ອແຕກກາຍຕາຍໄປ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ມາຕຸຄາມປະກອບດ້ວຍທັມເທົ່າໃດໜໍ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ?
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ; ທັມ ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ບໍ່ມີສັທທາ (ອັສສັທໂທ ຈະ ໂຫຕິ),
ເປັນຜູ້ບໍ່ມີຫິຣິ (ອະຫິຣິໂກ ຈະ ໂຫຕິ),
ເປັນຜູ້ບໍ່ມີໂອຕຕັປປະ (ອະໂນຕຕັປປີ ຈະ ໂຫຕິ),
ເປັນຜູ້ມັກໂກທ (ໂກທະໂນ ຈະ ໂຫຕິ),
ເປັນຜູ້ມີປັນຍາຊາມ (ທຸປປັນໂຍ ຈະ ໂຫຕິ).
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣນີ້ແລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໒໕໓/໔໖໘
ໂທສໃນມາຕຸຄາມ ໕ ປະກາຣ
ພິກຂຸທັງຫລາຍ! ໂທສໃນງູເຫົ່າ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:
ເປັນສັຕມັກໂກທ,
ມັກຜູກໂກທ,
ມີພິດຮ້າຍ,
ມີສອງລີ້ນ,
ມັກປະທຸສສະຮ້າຍມິຕ
ພິກຂຸທັງຫລາຍ! ໂທສໃນງູເຫົ່ງ ໕ ປະກາຣນີ້ແລ.
ພິກຂຸທັງຫລາຍ ໂທສໃນມາຕຸຄາມ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ມັກໂກທ,
ມັກຜູກໂກທ,
ມີພິດຮ້າຍ,
ມີສອງລີ້ນ,
ມັກປະທຸສສະຮ້າຍມິຕ
ພິກຂຸທັງຫລາຍ! ຄວາມທີ່ມາຕຸຄາມເປັນຜູ້ມີພິດຮ້າຍຄື ໂດຍສ່ວນຫລາຍ ມາຕຸຄາມມີຣາຄະກ້າ (ມາຕຸຄາໂມ ຕິພພະຣາໂຄ).
ພິກຂຸທັງຫລາຍ! ຄວາມທີ່ມາຕຸຄາມເປັນຜູ້ມີສອງລີ້ນຄື ໂດຍສ່ວນຫລາຍ ມາຕຸຄາມມີວາຈາສຽດສີ (ມາຕຸຄາໂມ ປິສຸນະວາໂຈ).
ພິກຂຸທັງຫລາຍ! ຄວາມທີ່ມາຕຸຄາມມັກປະທຸສສະຮ້າຍມິຕຄື ໂດຍສ່ວນຫລາຍ ມາຕຸຄາມມັກປະພຶຕນອກໃຈ (ມາຕຸຄາໂມ ອະຕິຈາຣິນີ).
ພິກຂຸທັງຫລາຍ! ໂທສໃນມາຕຸຄາມ ໕ ປະກາຣນີ້ແລ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໓໖/໒໓໐
ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ
ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ
ທຸຄະຕິ ວິນິບາຕ ນະຣົກ (2)








