ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກກາຣເວົ້າສຽດສີ, ເວັ້ນຂາດຈາກກາຣເວົ້າຄຳຫຍາບ, ເວັ້ນຂາດຈາກກາຣເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌. ພິກຂຸທັງຫລາຍ ນີ້ຮຽກວ່າ: ສີລສັມປະທາ.
ພິກຂຸທັງຫລາຍ! ກໍຈິຕຕະສັມປະທາເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ບໍ່ມັກໂລພ, ບໍ່ມີຈິຕພະຍາບາທ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຈິຕຕະສັມປະທາ.
ພິກຂຸທັງຫລາຍ! ກໍທິຕຖິສັມປະທາເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຊອບ ມີຄວາມເຫັນບໍ່ວິປະຣິຕວ່າ: ທານທີ່ໃຫ້ແລ້ວມີ(ອັຕຖິ ທິນນັງ), ກາຣບູຊາແລ້ວມີ(ອັຕຖິ ຍິຕຖັງ), ກາຣບວງສວງແລ້ວມີ(ອັຕຖິ ຫຸຕັງ), ຜົລວິບາກຂອງກັມທີ່ກະທຳດີກະທຳຊົ່ວແລ້ວມີ(ອັຕຖິ ສຸກະຕະທຸກກະຕານັງ ກັມມານັງ ຜະລັງ ວິປາໂກ), ໂລກນີ້ມີ(ອັຕຖິ ອະຍັງ ໂລໂກ), ໂລກໜ້າມີ(ອັຕຖິ ປະຣະ ໂລໂກ), ມາຣດາມີ(ອັຕຖິ ມາຕາ), ບິດາມີ(ອັຕຖິ ປິຕາ), ໂອປປາຕິກະສັຕມີ(ອັຕຖິ ສັຕຕາ ໂອປປາຕິກາ), ສະມະນະພຣາມທັງຫລາຍຜູ້ດຳເນີນຊອບ ປະຕິບັຕຊອບ ກະທຳໃຫ້ແຈ້ງເຊິ່ງໂລກນີ້ແລະໂລກໜ້າດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ້ອື່ນໃຫ້ຮູ້ແຈ້ງຕາມດັ່ງນີ້, ມີ(ອັຕຖິ ໂລໂກ ສະມະນະພຣາມມະນາ ສັມມັຄຄະຕາ ສັມມາປະຕິປັນນາ ເຍ ອິມັນຈະ ໂລກັງ ປະຣັນຈະ ໂລກັງ ສະຍັງ ອະພິນຍາ ສັຈສິກັຕ໌ວາ ປະເວເທນະຕີຕິ). ພິກຂຸທັງຫລາຍ ນີ້ຮຽກວ່າ: ທິຕຖິສັມປະທາ.
ພິກຂຸທັງຫລາຍ! ເພາະສີລສັມປະທາເປັນເຫຕ ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ ຫລືວ່າເພາະຈິຕຕະສັມປະທາເປັນເຫຕ ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ ຫລືວ່າເພາະທິຕຖິສັມປະທາເປັນເຫຕ ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ພິກຂຸທັງຫລາຍ! ສັມປະທາ ໓ ຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໕໕/໕໕໗
ວິບັຕ ໓ ຢ່າງ (2)
ພິກຂຸທັງຫລາຍ! ວິບັຕ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ? ຄື:
ກັມມັນຕະວິບັຕ,
ອາຊີວະວິບັຕ,
ທິຕຖິວິບັຕ,
ພິກຂຸທັງຫລາຍ! ກໍກັມມັນຕະວິບັຕເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ, ລັກຊັພຍ໌, ປະພຶຕຜິດໃນກາມທັງຫລາຍ, ເວົ້າຕົວະ, ເວົ້າສຽດສີ, ເວົ້າຄຳຫຍາບ, ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌. ພິກຂຸທັງຫລາຍ ນີ້ຮຽກວ່າ: ກັມມັນຕະວິບັຕ.
ພິກຂຸທັງຫລາຍ! ກໍອາຊີວະວິບັຕເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຄົນມີອາຊີພຜິດ ສຳເຣັຈກາຣລ້ຽງຊີພດ້ວຍມິຈສາອາຊີວະ. ພິກຂຸທັງຫລາຍ ນີ້ຮຽກວ່າ: ອາຊີວະວິບັຕ.
ພິກຂຸທັງຫລາຍ! ກໍທິຕຖິວິບັຕເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ ມີຄວາມເຫັນວິປະຣິຕວ່າ: ທານທີ່ໃຫ້ແລ້ວບໍ່ມີ(ນັຕຖິ ທິນນັງ), ກາຣບູຊາແລ້ວບໍ່ມີ(ນັຕຖິ ຍິຕຖັງ), ກາຣບວງສວງແລ້ວບໍ່ມີ(ນັຕຖິ ຫຸຕັງ), ຜົລວິບາກຂອງກັມທີ່ກະທຳດີກະທຳຊົ່ວແລ້ວບໍ່ມີ(ນັຕຖິ ສຸກະຕະທຸກກະຕານັງ ກັມມານັງ ຜະລັງ ວິປາໂກ), ໂລກນີ້ບໍ່ມີ(ນັຕຖິ ອະຍັງ ໂລໂກ), ໂລກໜ້າບໍ່ມີ(ນັຕຖິ ປະຣະ ໂລໂກ), ມາຣດາບໍ່ມີ(ນັຕຖິ ມາຕາ), ບິດາບໍ່ມີ(ນັຕຖິ ປິຕາ), ໂອປປາຕິກະສັຕບໍ່ມີ(ນັຕຖິ ສັຕຕາ ໂອປປາຕິກາ), ສະມະນະພຣາມທັງຫລາຍຜູ້ດຳເນີນຊອບ ປະຕິບັຕຊອບ ກະທຳໃຫ້ແຈ້ງເຊິ່ງໂລກນີ້ແລະໂລກໜ້າດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ້ອື່ນໃຫ້ຮູ້ແຈ້ງຕາມດັ່ງນີ້, ບໍ່ມີ(ນັຕຖິ ໂລໂກ ສະມະນະພຣາມມະນາ ສັມມັຄຄະຕາ ສັມມາປະຕິປັນນາ ເຍ ອິມັນຈະ ໂລກັງ ປະຣັນຈະ ໂລກັງ ສະຍັງ ອະພິນຍາ ສັຈສິກັຕ໌ວາ ປະເວເທນະຕີຕິ). ພິກຂຸທັງຫລາຍ ນີ້ຮຽກວ່າ: ທິຕຖິວິບັຕ.
ພິກຂຸທັງຫລາຍ! ວິບັຕ ໓ ຢ່າງນີ້ແລ.
ພິກຂຸທັງຫລາຍ! ສັມປະທາ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ? ຄື:
ກັມມັນຕະສັມປະທາ,
ອາຊີວະສັມປະທາ,
ທິຕຖິສັມປະທາ,
ພິກຂຸທັງຫລາຍ! ກໍກັມມັນຕະສັມປະທາເປັນຢ່າງໃດ?








