ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

15. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເມື່ອຄຳເຂົ້າຍັງມາບໍ່ເຖິງ ເຮົາຈະບໍ່ອ້າປາກ.

16. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາສັນຢູ່ ຈະບໍ່ສອດມືທັ້ງມືເຂົ້າໃນປາກ.

17. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ປາກຍັງມີຄຳເຂົ້າ ເຮົາຈະບໍ່ເວົ້າ.

18. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເດາະຄຳເຂົ້າ.

19. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົົາຈະບໍ່ສັນກັດຄຳເຂົ້າ.

20. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເຮັດກະປຸງແກ້ມໃຫ້ຕຸ້ຍ.

21. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນສະບັດມື.

22. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເຮັດເມັດເຂົ້າໃຫ້ຕົກ.

23. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນແລບລີ້ນ.

24. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເຮັດສຽງຈັບໆ.

25. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເຮັດສຽງດັງຊູດໆ.

26. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເລຍມື.

27. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເລຍບາດ.

28. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສັນເລຍຮິມສົບ.

29. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ຮັບໂອນ້ຳດ້ວຍມືທີ່ເປື້ອນອາມິດ.

30. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ຖອກນ້ຳລ້າງບາດມີເມັດເຂົ້າໃນລະແວກບ້ານ.

ທັມມະເທສະນາປະຕິສັງຍຸຕ ໝວດວ່າດ້ວຍການສະແດງທັມ 16 ສິກຂາບົດ

1. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທັມແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີຄັນຫົ່ມໃນມື.

2. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີໄມ້ທ່ອນໃນມື.

3. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີສັສຕາໃນມື.

4. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີອາວຸທໃນມື.

5. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໃສ່ເກີບໄມ້.

6. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໃສ່ເກີບ.

7. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໄປໃນຍານ.

8. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ຜູ້ຢູ່ເທິ່ງບ່ອນນອນ.

9. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ນັ່ງຫັດເຂົ່າ.

10. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ພັນຫົວ.

11. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ຄຸມຫົວ.

12. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົານັ່ງຢູ່ພື້ນດິນ ຈະບໍ່ສະແດງທຳແກ່ບຸກຄົນບໍ່ຜູ້ເຈັບໄຂ້ຜູ້ນັ່ງເທິງອາສະນະ.

13. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົານັ່ງເທິງອາສະນະຕ່ຳ ຈະບໍ່ສະແດງທຳແກ່ບຸກຄົນບໍ່ຜູ້ເຈັບໄຂ້ຜູ້ນັ່ງເທິງອາສະນະສູງ.

14. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຢືນຢູ່ຈະບໍ່ສະແດງທຳແກ່ບຸກຄົນບໍ່ຜູ້ເຈັບໄຂ້ຜູ້ນັ່ງຢູ່.

15. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຍ່າງໄປທາງຫຼັງຈະບໍ່ສະແດງທຳແກ່ບຸກຄົນບໍ່ຜູ້ເຈັບໄຂ້ ຜູ້ຍ່າງໄປທາງໜ້າ.

16. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຍ່າງໄປນອກທາງຈະບໍ່ສະແດງທຳແກ່ບຸກຄົນບໍ່ຜູ້ເຈັບໄຂ້ຜູ້ໄປຢູ່ໃນທາງ.

ປະກິນນະກະ ໝວດເລັກນ້ອຍ 3 ສິກຂາບົດ

ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາບໍ່ອາພາດ ຈະບໍ່ຢືນຖ່າຍອາຈົມ ຫຼືຖ່າຍປັດສາວະ.

ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາບໍ່ອາພາດ ຈະບໍ່ຢືນຖ່າຍອາຈົມ ຖ່າຍປັດສາວະ ຫຼື ທົ່ມນ້ຳລາຍ ເທິງຂອງສົດຂຽວ.

ພິກຂຸທັງຫຼາຍ ເຮົາອະນຸຍາດໃຫ້ພິກຂຸຜູ້ອາພາດ ຖ່າຍອາຈົມກະດີ ຖ່າຍປັດສາວະກະດີ ທົ່ມນ້ຳລາຍ ລົງໃນນ້ຳໄດ້.

ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາບໍ່ອາພາດ ຈະບໍ່ຖ່າຍອາຈົມ ປັດສາວະ ຫຼືທົ່ມນ້ຳລາຍ ໃນນ້ຳ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ