ສາທະຍາຍ
ໜ້າ/ 54
ເຈົ້າລະຄຳສໍສຽດ ເວັ້ນຂາດຈາກຄຳສໍສຽດ ຟັງຈາກຂ້າງນີ້ແລ້ວບໍ່ໄປບອກຂ້າງນັ້ນ ເພື່ອໃຫ້ຄົນໝູ່ນີ້ແຕກແຍກກັນ ຫຼື ຟັງຈາກຂ້າງນັ້ນແລ້ວບໍ່ມາບອກຂ້າງນີ້ ເພື່ອໃຫ້ຄົນໝູ່ນັ້ນແຕກແຍກກັນ ສະໝານຄົນທີ່ແຕກແຍກກັນແລ້ວແດ່ ສົ່ງເສີມຄົນທີ່ພ້ອມພຽງກັນແລ້ວແດ່ ພໍໃຈໃນຄົນຜູ້ພ້ອມພຽງກັນ ເພີດເພີນ ໃນຄົນຜູ້ພ້ອມພຽງກັນ ກ່າວແຕ່ຄຳທີ່ເຮັດໃຫ້ຄົນພ້ອມພຽງກັນ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.
ເຈົ້າລະຄຳຫຍາບ ເວັ້ນຂາດຈາກຄຳຫຍາບ ກ່າວແຕ່ຄຳທີ່ບໍ່ມີໂທສ ມ່ວນຫູ ຊວນໃຫ້ຮັກ ຈັບໃຈ ເປັນຂອງຊາວເມືອງ ຄົນສ່ວນຫຼາຍຮັກໃຄ່ ພໍໃຈ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.
ເຈົ້າລະຄຳໂລເລ ເວັ້ນຂາດຈາກຄຳໂລເລ ເວົ້າຖືກກາລ ເວົ້າແຕ່ຄຳທີ່ເປັນຈິງ ເວົ້າອິງອັດຖະ ເວົ້າອິງທັມ ເວົ້າອິງວິນັຍ ເວົ້າແຕ່ຄຳມີຫຼັກຖານ ມີທີ່ອ້າງອິງ ມີທີ່ກຳນົດ ປະກອບດ້ວຍປະໂຫຍດໂດຍກາລອັນຄວນ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.
ເຈົ້າເວັ້ນຂາດຈາການພາກພຶຊຄາມ ແລະ ພູຕຄາມ.
ເຈົ້າສັນຄັ້ງດຽວ ເວັ້ນການສັນໃນຍາມຣາຕີ ງົດການສັນໃນເວລາວິກາລ.
ເຈົ້າເວັ້ນຈາກການຟ້ນໍອນລຳ ຂັບຮ້ອງ ປະໂຄມດົນຕຣີ ແລະ ການເບິ່ງການລະຫຼິ້ນ ອັນເປັນຂ້າເສິກແກ່ກຸສົລ.
ເຈົ້າເວັ້ນຂາດຈາກການຈັດຊົງປະດັບປະດາ ຕົບແຕ່ງຮ່າງກາຍດ້ວຍດອກໄມ້ ຂອງຫອມ ແລະ ເຄື່ອງພັດທາຜິວ ອັນເປັນຖານທີ່ຕັ້ງແຫ່ງການແຕ່ງຕົວ.
ເຈົ້າເວັ້ນຂາດຈາກການນັ່ງນອນເທີ່ງທີ່ນອນອັນສູງໃຫຍ່.
ເຈົ້າເວັ້ນຂາດຈາກການຮັບຄຳແລະເງິນ.
ເຈົ້າເວັ້ນຂາດຈາກການຮັບທັນຍະຫາຣດີບ.
ເຈົ້າເວັ້ນຂາດຈາກການຮັບຊິ້ນດີບ.
ເຈົ້າເວັ້ນຂາດຈາກການຮັບສະຕຣີ ແລະ ກຸມາຣີ.
ເຈົ້າເວັ້ນຂາດຈາກການຮັບທາສີ ແລະ ທາສ.
ເຈົ້າເວັ້ນຂາດຈາກການຮັບແບ້ ແກະ
ເຈົ້າເວັ້ນຂາດຈາກການຮັບໄກ່ ໝູ
ເຈົ້າເວັ້ນຂາດຈາກການຮັບຊ້າງ ງົວ ມ້າ ລາ.
ເຈົ້າເວັ້ນຂາດຈາກການຮັບໄຮ່ນາ ແລະ ທີ່ດີນ.
ເຈົ້າເວັ້ນຂາດຈາກການປະກອບທູຕກັມ ແລະ ການຮັບໃຊ້.
ເຈົ້າເວັ້ນຂາດຈາກການຊື້ ການຂາຍ.
ເຈົ້າເວັ້ນຂາດຈາກການໂກງດ້ວຍຕາຊິ່ງ ການໂກງດ້ວຍຂອງປອມ ການໂກງດ້ວຍເຄື່ອງຕວງວັດ.
ເຈົ້າເວັ້ນຂາດຈາກການຮັບສິນບົນ ການລໍ່ລວງ ການວ່ານລ້ອມໃຊ້ເລລຽມເພື່ອໃຫ້ໄດ້ມາ.
ເຈົ້າເວັ້ນຂາດຈາກການຕັດ ການຂ້າ ການກັກຂັງ ການຍາດຕີ ການປົ້ນ ແລະ ການຂູ່ເອົາ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.
ຈົບຈຸລະສີລ
ມັຊຊີມະສີລ
ພິກຂຸເວັ້ນຂາດຈາກການພາກພຶຊຄາມແລະພູຕຄາມ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງປະກອບການພາກພຶຊຄາມແລະພູຕຄາມເຫັນປານນີ້ ຄື: ພຶດເກີດແຕ່ເຫງົ້າ, ພຶດເກີດຈາກລຳຕົ້ນ, ພຶດເກີດຈາກໝາກ, ພຶດເກີດຈາກຍອດ, ພຶດເກີດຈາກເມັດເປັນທີ່ຄົບຫ້າ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.
ພິກຂຸເວັ້ນຂາດຈາກການບໍຣິໂພກຂອງທີ່ສະສົມໄວ້, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງປະກອບການບໍຣິໂພກຂອງທີ່ສະສົມໄວ້ເຫັນປານນີ້ ຄື: ສະສົມເຂົ້າ, ສະສົມນໍ້າ, ສະສົມຜ້າ, ສະສົມຍານ, ສະສົມບ່ອນນອນ, ສະສົມເຄື່ອງພັດທາຜິວ, ສະສົມຂອງຫອມ, ສະສົມອາມິສ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.
ພິກຂຸເວັ້ນຂາດຈາກການເບິ່ງການລະຫຼິ້ນອັນເປັນຂ້າເສິກແກ່ກຸສົລ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງຂວນຂວາຍເບິ່ງການລະຫຼິ້ນອັນເປັນຂ້າເສິກແກ່ກຸສົລເຫັນປານນີ້ ຄື: ການຟ້ອນ, ການຂັບຮ້ອງ, ການປະໂຄມມະຫໍລະສົບມີການລຳເປັນຕົ້ນ, ການເລົ່ານິຍາຍ, ການຫຼິ້ນຕົບມື, ການຫຼິ້ນປຸກຜີ, ການຫຼິ້ນຕີກອງ, ສາກພາບບ້ານເມືອງທີ່ສວຍງາມ, ການຫຼີ້ນຂອງຄົນຈັກທານ, ການຫຼິ້ນໄມ້ສູງ, ການຫຼິ້ນໜ້າສົບ, ຊົນຊ້າງ ຊົນມ້າ ຊົນຄວຍ ຊົນງົວ ຊົນແບ້ ຊົນແກະ ຊົນໄກ່, ຣົບນົກກະທາ, ລຳກະບີກະບອງ, ຊົກມວຍ ມວຍປໍ້າ ການຮົບ ການຕວດພົນ, ການຈັດຂະບວນທັບ ກອງທັບ, ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.








