ສາທະຍາຍ
ໜ້າ/ 54
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງເປັນພຣະອະຣະຫັນຕ໌ ຜູ້ດັບສິ້ນອາສະວະແລ້ວ, ຜູ້ຢູ່ຈົບພຣົມມະຈັນແລ້ວ, ມີກິດທີ່ຄວນເຮັດໄດ້ເຮັດສຳເລັດແລ້ວ, ມີພາຣະປົງລົງໄດ້ແລ້ວ ມີປະໂຫຍດຂອງຕົນເອງນັນລຸແລ້ວໂດຍລຳດັບ, ມີສັງໂຍຊນ໌ໃນພົບສິ້ນແລ້ວ ຫຼຸດພົ້ນແລ້ວ ເພາະຮູ້ທົ່ວເຖິງ, ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງດັບສິ້ນສັງໂຍຊນ໌ເບື້ອງຕໍ່າຫ້າ, ເປັນໂອປະປາຕິກະແລ້ວ ຈະປະຣິນິພພານໃນທີ່ນັ້ນ, ບໍ່ວຽນກັບມາຈາກໂລກນັ້ນ ເປັນທຳມະດາ, ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງດັບສິ້ນສັງໂຍຊນ໌ສາມ, ແລະມີຄວາມເບົາບາງໄປຂອງຣາຄະ ໂທສະ ໂມຫະ, ເປັນສະກະທາຄາມີ ມາສູ່ເທວະໂລກອີກຄັ້ງດຽວເທົ່ານັ້ນ, ແລ້ວຈະເຮັດທີ່ສຸດແຫ່ງທຸກຂ໌ໄດ້, ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງດັບສິ້ນສັງໂຍຊນ໌ສາມ, ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທຳມະດາ, ເປັນຜູ້ທ່ຽງແທ້ ຜູ້ແນ່ທີ່ຈະຕຣັສຮູ້ເບື້ອງໜ້າ, ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງປະກອບຄວາມພຽນເປັນເຄື່ອງຕ້ອງເຮັດເລື້ອຍໆ, ໃນການອົບຮົມສະຕິປັຕຖານ 4, ສະມັບປະທານ 4, ອິດທິບາດ 4, ອິນຊີ 5, ພະລະ 5, ໂພຊຊົງ 7, ອະຣິຍະມັກຄະມີອົງ 8, ເມຕຕາ ກະຣຸນາ ມຸທິຕາ ອຸເປກຂາ, ອະສຸພະ ອະນິຈຈະສັນຍາ ແລະ ອານາປານະສະຕິ, ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິນີ້ແລ, ເຊິ່ງເມື່ອບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ຍ່ອມເຮັດໃຫ້ສະຕິປັຕຖານທັງ 4 ໃຫ້ບໍຣິບູນ, ສະຕິປັຕຖານທັງ 4 ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ຍ່ອມເຮັດໂພຊຊົງທັງ 7 ໃຫ້ບໍຣິບູນ, ໂພຊຊົງທັງ 7 ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ຍ່ອມເຮັດວິຊຊາແລະວິມຸຕຕິໃຫ້ບໍຣິບູນໄດ້.
ສະຕິປັຕຖານບໍຣິບູນ ເພາະອານາປານະສະຕິບໍຣິບູນ
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ, ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດສະຕິປັຕຖານທັງ 4 ໃຫ້ບໍຣິບູນໄດ້ ?
[ໝວດກາຢານຸປັດສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ
ເມື່ອຫາຍໃຈເຂົ້າຍາວ, ກໍຮູ້ແຈ້ງວ່າຫາຍໃຈເຂົ້າຍາວ, ເມື່ອຫາຍໃຈອອກຍາວ, ກໍຮູ້ແຈ້ງວ່າຫາຍໃຈອອກຍາວ,
ເມື່ອຫາຍໃຈເຂົ້າສັ້ນ, ກໍຮູ້ແຈ້ງວ່າຫາຍໃຈເຂົ້າສັ້ນ, ເມື່ອຫາຍໃຈອອກສັ້ນ, ກໍຮູ້ແຈ້ງວ່າຫາຍໃຈອອກສັ້ນ,
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວ ລົມຫາຍໃຈເຂົ້າແລະລົມຫາຍໃຈອອກ, ວ່າເປັນກາຍອັນນຶ່ງ ໃນກາຍທັງຫຼາຍ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້.
[ໝວດເວທະນານຸປັດສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງປິຕິ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງປິຕິ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”








