ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ອິມັສສະມິງ ອະສະຕິ ອິທັງ ນະໂຫຕິ. ເມື່ອເຫດນີ້ບໍ່ມີ ຜົລນີ້ຈຶ່ງບໍ່ມີ

ອີມັສສະ ນິໂຣທາ ອິທັງ ນິຣຸຊຊະຕິ. ເພາະເຫດນີ້ດັບ ຜົລນີ້ຈຶ່ງດັບ

ຍະທິທັງ. ໄດ້ແກ່ສິ່ງເຫຼົ່ານີ້ ຄື

ອະວິຊຊາປັຈຈະຢາ ສັງຂາຣາ ເພາະອະວິຊຊາເປັນປັຈຈັຍຈຶ່ງມີສັງຂາຣ

ສັງຂາຣະປັຈຈະຢາ ວິນຍານັງ ເພາະສັງຂາຣເປັນປັຈຈັຍຈຶ່ງມີວິນຍານ

ວິນຍານະປັຈຈະຢາ ນາມະຣູປັງ ເພາະວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ

ນາມະຣູປະປັຈຈະຢາ ສະລາຢະຕະນັງ ເພາະນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ

ສະລາຢະຕະນະປັຈຈະຢາ ຜັສໂສ. ເພາະສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ

ຜັສສະປັຈຈະຢາ ເວທະນາ. ເພາະຜັສສະເປັນປັຈຈັຍ ຈຶ່ງມີເວທະນາ

ເວທະນາປັຈຈະຢາ ຕັນຫາ. ເພາະເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ

ຕັນຫາປັຈຈະຢາ ອຸປາທານັງ. ເພາະຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ

ອຸປາທານະປັຈຈະຢາ ພະໂວ. ເພາະອຸປາທານເປັນປັຈຈັຍ ຈຶ່ງມີພົບ

ພະວະປັຈຈະຢາ ຊາຕິ. ເພາະພົບເປັນປັຈຈັຍ ຈຶ່ງມີຊາດ

ຊາຕິປັຈຈະຢາ ຊະຣາມະຣະນັງ ໂສກະປະຣິເທວະທຸກຂະໂທມະນັສສຸປາຢາສາ ສັມພະວັນຕິ

ເພາະຊາດເປັນປັຈຈັຍ ຄວາມແກ່ ຄວາມຕາຍ, ຄວາມໂສກເສົ້າ ຄວາມຮ້ອງໃຫ້ລໍ່າພັນ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ, ຄວາມຂັບແຄ້ນໃຈທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ.

ເອວະເມຕັສສະ ເກວະລັສສະ ທຸກຂັກຂັນທັສສະ ສະມຸທະໂຢ ໂຫຕິ

ຢ່າງນີ້ແລ ຄວາມເກິດຂຶ້ນພ້ອມແຫ່ງກອງທຸກຂ໌ທັງມວນ

ອະວິຊຊາຢະ ຕະເວວະ ອະເສສະວິຣາຄະນິໂຣທາ ສັງຂາຣະນິໂຣໂທ

ແຕ່ເພາະອະວິຊຊານັ້ນແລ ດັບດ້ວຍວິຣາຄະບໍ່ມີສ່ວນເຫຼືອ, ຈຶ່ງດັບສັງຂາຣໄດ້

ສັງຂາຣະນິໂຣທາ ວິນຍານນະນິໂຣໂທ. ເພາະສັງຂາຣດັບວິນຍານຈຶ່ງດັບໄດ້

ວິນຍານະນິໂຣທາ ນາມະຣູປະນິໂຣໂທ. ເພາະວິນຍານດັບຈຶ່ງດັບນາມຮູບໄດ້

ນາມະຣູປະນິໂຣທາ ສະລາຢະຕະນະນິໂຣໂທ. ເພາະນາມຮູບດັບຈຶ່ງດັບສະລາຍະຕະນະໄດ້

ສະລາຢະຕະນະນິໂຣທາ ຜັສສະນິໂຣໂທ. ເພາະສະລາຍະຕະນະດັບຈຶ່ງດັບຜັສສະໄດ້

ຜັສສະນິໂຣທາ ເວທະນານິໂຣໂທ. ເພາະຜັສສະດັບຈຶ່ງດັບເວທະນາໄດ້

ເວທະນານິໂຣທາ ຕັນຫານິໂຣໂທ. ເພາະເວທະນາດັບຈຶ່ງດັບຕັນຫາໄດ້

ຕັນຫານິໂຣທາ ອຸປາທານະນິໂຣໂທ. ເພາະຕັນຫາດັບຈຶ່ງດັບອຸປາທານໄດ້

ອຸປາທານະນິໂຣທາ ພະວະນິໂຣໂທ. ເພາະອຸປາທານດັບຈຶ່ງດັບພົບໄດ້

ພະວະນິໂຣທາ ຊາຕິນິໂຣໂທ. ເພາະພົບດັບຈຶ່ງດັບຊາດໄດ້

ຊາຕິນິໂຣທາ ຊະຣາມະຣະນັງ ໂສກະປະຣິເທວະທຸກຂະໂທມະນັສສຸປາຢາສາ ນິຣຸຊຊັນຕິ

ເພາະຊາດດັບຈຶ່ງດັບຄວາມແກ່ ຄວາມຕາຍ, ຄວາມໂສກເສົ້າ ຄວາມຮ້ອງໃຫ້ລໍ່າພັນ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ ຄວາມຂັບແຄ້ນໃຈທັງຫຼາຍໄດ້.

ເອວະເມຕັສສະ ເກວະລັສສະ ທຸກຂັກຂັນທັສສະ ນິໂຣໂທ ໂຫຕີຕິ.

ຢ່າງນີ້ແລ ຄວາມດັບລົງແຫ່ງກອງທຸກຂ໌ທັງມວນ

ດູຣາອານົນທ໌ ! ດ້ວຍເຫດນີ້ເທົ່ານີ້ແລ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນປະຕິຈຈະສະມຸບປະບາທ.

ຂ້າແຕ່ພຣະອົງຜູ້ຈະເລີນ ຄວນຈະເອີ້ນວ່າ, ພິກຂຸສະຫຼາດໃນຖານະແລອະຖານະ ດ້ວຍເຫດພຽງເທົ່າໃດໜໍຂະນ້ອຍ.

ດູຣາອານົນທ໌ ! ພິກຂຸໃນທັມວິນັຍນີ້

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ