ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

1. ທາຕຄືຈັກຂຸ 2. ທາຕຄືຮູບ 3.ທາຕຄືຈັກຂຸວິນຍານ,

4. ທາຕຄືໂສຕະ 5. ທາຕຄືສຽງ. 6. ທາຕຄືໂສຕະວິນຍານ,

7. ທາຕຄືຄານະ. 8. ທາຕຄືກິ່ນ 9. ທາຕຄືຄານະວິນຍານ,

10. ທາຕຄືຊິວຫາ 11. ທາຕຄືຣົສ 12. ທາຕຄືຊິວຫາວິນຍານ,

13. ທາຕຄືກາຍ 14. ທາຕຄືໂພຕຖັພພະ 15. ທາຕຄືກາຍະວິນຍານ,

16. ທາຕຄືມະໂນ 17. ທາຕຄືທັມມາຣົມ. 18. ທາຕຄືມະໂນວິນຍານ

ດູຣາອານົນທ໌ ! ເຫຼົ່ານີ້ແລ ທາຕ 18 ຢ່າງ, ດ້ວຍເຫດທີ່ພິກຂຸຮູ້ຢູ່ ເຫັນຢູ່ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນເລື່ອງທາຕ ຯລຯ

ດູຣາອານົນທ໌ ! ທາຕນີ້ມີ 6 ຢ່າງແລ ໄດ້ແກ່:

1. ປະທະວີທາຕຸ (ທາຕດິນ). 2. ອາໂປທາຕຸ (ທາຕຸນໍ້າ). 3. ເຕໂຊທາຕຸ (ທາຕໄຟ)

4. ວາໂຍທາຕຸ (ທາຕລົມ). 5. ອາກາສະທາຕຸ (ທາຕຄືອາກາດ) 6. ວິນຍານນະທາຕຸ (ທາຕຄືວິນຍານ).

ດູຣາອານົນທ໌ ! ເຫຼົ່ານີ້ແລ ທາຕ 6 ຢ່າງ, ດ້ວຍເຫດທີ່ພິກຂຸຮູ້ຢູ່ ເຫັນຢູ່ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນເລື່ອງທາຕ ຯລຯ

ດູຣາອານົນທ໌ ! ທາຕນີ້ມີ 6 ຢ່າງແລ ໄດ້ແກ່:

1. ທາຕ ຄື ສຸກ. 2. ທາຕ ຄື ທຸກຂ໌. 3. ທາຕ ຄື ໂສມະນັສ

4. ທາຕ ຄື ໂທມະນັສ. 5. ທາຕ ຄື ອຸເປກຂາ. 6. ທາຕ ຄື ອະວິຊຊາ

ດູຣາອານົນທ໌ ! ເຫຼົ່ານີ້ແລ ທາຕ 6 ຢ່າງ, ດ້ວຍເຫດທີ່ພິກຂຸຮູ້ຢູ່ ເຫັນຢູ່ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນເລື່ອງທາຕ ຯລຯ

ດູຣາອານົນທ໌ ! ທາຕນີ້ມີ 6 ຢ່າງແລ ໄດ້ແກ່:

1. ທາຕ ຄື ກາມ. 2. ທາຕ ຄື ເນກຂັມມະ. 3. ທາຕ ຄື ພະຍາບາທ

4. ທາຕ ຄື ຄວາມບໍ່ພະຍາບາທ. 5. ທາຕ ຄື ຄວາມບຽດບຽນ. 6. ທາຕ ຄື ຄວາມບໍ່ບຽດບຽນ

ດູຣາອານົນທ໌ ! ເຫຼົ່ານີ້ແລ ທາຕ 6 ຢ່າງ, ດ້ວຍເຫດທີ່ພິກຂຸຮູ້ຢູ່ ເຫັນຢູ່ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນເລື່ອງທາຕ ຯລຯ

ດູຣາອານົນທ໌ ! ທາຕນີ້ມີ 3 ຢ່າງແລ ໄດ້ແກ່:

1. ທາຕ ຄື ກາມ. 2. ທາຕ ຄື ຮູບ. 3. ທາຕ ຄື ອະຮູບ

ດູຣາອານົນທ໌ ! ເຫຼົ່ານີ້ແລ ທາຕ 3 ຢ່າງ, ດ້ວຍເຫດທີ່ພິກຂຸຮູ້ຢູ່ ເຫັນຢູ່ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນເລື່ອງທາຕ ຯລຯ

ດູຣາອານົນທ໌ ! ທາຕນີ້ມີ 2 ຢ່າງແລ ໄດ້ແກ່:

1. ສັງຂະຕະທາຕຸ. 2. ອະສັງຂະຕະທາຕຸ

ດູຣາອານົນທ໌ ! ເຫຼົ່ານີ້ແລ ທາຕ 2 ຢ່າງ, ດ້ວຍເຫດທີ່ພິກຂຸຮູ້ຢູ່ ເຫັນຢູ່ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນເລື່ອງທາຕ ຯລຯ

ຂ້າແຕ່ພຣະອົງຜູ້ຈະເລີນ ຄວນຈະເອີ້ນວ່າ, ພິກຂຸສະຫຼາດໃນອາຍະຕະນະ ດ້ວຍເຫດພຽງເທົ່າໃດໜໍຂະນ້ອຍ.

ດູຣາອານົນທ໌ ! ອາຍະຕະນະທັງພາຍໃນແລະພາຍນອກນີ້, ມີຢ່າງລະ 6 ແລ ຄື

ຈັກຂຸ ແລະ ຮູບ. ໂສຕະ ແລະ ສຽງ. ຄານະ ແລະ ກິ່ນ. ກາຍ ແລະ ໂພຕຖັພພະ. ມະໂນ ແລະ ທັມມາຣົມ

ດູຣາອານົນທ໌ ! ເຫຼົ່ານີ້ແລ, ອາຍະຕະນະທັງພາຍໃນແລະພາຍນອກ, ມີຢ່າງລະ 6, ແມ່ນດ້ວຍເຫດທີ່ພິກຂຸຮູ້ຢູ່ ເຫັນຢູ່ ຈຶ່ງຄວນເອີ້ນໄດ້ວ່າ, ພິກຂຸຜູ້ສະຫຼາດໃນເລື່ອງອາຍະຕະນະ.

ຂ້າແຕ່ພຣະອົງຜູ້ຈະເລີນ ຄວນຈະເອີ້ນວ່າ, ພິກຂຸສະຫຼາດໃນປະຕິຈຈະສະມຸບປະບາທ ດ້ວຍເຫດພຽງເທົ່າໃດໜໍຂະນ້ອຍ.

ອິທະພິກຂຸເວ ອະຣິຍະສາວະໂກ ປະຕິຈຈະສະມຸບປາທັນເຍວະ ສາທຸກັງ ໂຍນິໂສມະນະສິກາໂຣຕິ

ພິກຂຸທັງຫຼາຍ ! ອະຣິຍະສາວົກໃນທັມວິນັຍນີ້, ຍ່ອມເຮັດໄວ້ໃນໃຈໂດຍລະອຽດເປັນຢ່າງດີ, ເຊິ່ງປະຕິຈຈະສະມຸບປະບາທນີ້ນັ້ນແລ ດັ່ງນີ້ວ່າ,

ອິມັສສະມິງ ສະຕິ ອິທັງ ໂຫຕິ. ເມື່ອເຫດນີ້ມີ ຜົລນີ້ຈຶ່ງມີ

ອີມັສສຸບປາທາ ອິທັງ ອຸປັດສະຕິ ເພາະເຫດນີ້ເກີດຂຶ້ນ ຜົລນີ້ຈຶ່ງເກີດຂຶ້ນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ