ສັມມັປປະທານ ໔

ໜ້າ/ 49

253 Topics for Recollection

ບົທທັມທີ່ຄວນຊາບກ່ອນ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພູເຂົາຄິຊຊະກູຕ ໃກ້ພຣະນະຄອຣຣາຊະຄຶຫ໌, ໃນສມັຍນັ້ນ ທ່ານພຣະໂສນະຢູ່ທີ່ປ່າສີຕະວັນ ໃກ້ພຣະນະຄອຣຣາຊະຄຶຫ໌ ຄັ້ງນັ້ນ ທ່ານພຣະໂສນະຫລີກເຣັ້ນຢູ່ໃນທີ່ລັບ ເກີດຄວາມປະຣິວິຕົກຢ່າງນີ້ວ່າ ສາວົກຂອງພຣະຜູ້ມີພຣະພາຄເຫລົ່າໃດເປັນຜູ້ປຣາຣົພຄວາມພຽນຢູ່ ເຮົາກໍເປັນຜູ້ໜຶ່ງໃນຈຳນວນສາວົກເຫລົ່ານັ້ນ ກໍແຕ່ວ່າຈິຕຂອງເຮົາຍັງບໍ່ຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນ ໂພຄະຊັພຍ໌ກໍຍັງມີຢູ່ໃນສະກຸລຂອງເຮົາ ເຮົາສາມາດໃຊ້ສອຍໂພຄະຊັພຍ໌ແລະກະທຳບຸນຍ໌ໄດ້ ເພາະສະນັ້ນ ເຮົາຄວນບອກຄືນສິກຂາ ສິກມາເປັນຄະຣືຫັສຖ໌ໃຊ້ສອຍໂພຄະຊັພຍ໌ເຫລົ່ານັ້ນແລະກໍກະທຳບຸນຍ໌ດ້ວຍ.

ຄັ້ງນັ້ນ ພຣະຜູ້ມີພຣະພາຄຊົງຮູ້ເຖິງຄວາມປະຣິວິຕົກແຫ່ງໃຈຂອງທ່ານພຣະໂສນະດ້ວຍພຣະທັຍແລ້ວ ຊົງຫາຍຈາກພູເຂົາຄິຊຊະກູຕໄປປາກົຕຢູ່ຕໍ່ໜ້າທ່ານພຣະໂສນະທີ່ປ່າສີຕະວັນ ປຽບເໝືອນບຸຣຸສຜູ້ມີກຳລັງທີ່ຢຽດແຂນທີ່ຄູ້ ຫລືຄູ້ແຂນທີ່ຢຽດສັນນັ້ນ ຊົງປະທັບນັ່ງເທິງອາສະນະທີ່ປູໄວ້ແລ້ວ ທ່ານພຣະໂສນະກໍຖວາຍອະພິວາທພຣະຜູ້ມີພຣະພາຄ ແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສຖາມທ່ານພຣະໂສນະວ່າ:

ໂສນະ! ເຈົ້າຫລີກເຣັ້ນຢູ່ໃນທີ່ລັບ ໄດ້ເກີດຄວາມປະຣິວິຕົກແຫ່ງໃຈແມ່ນຫລືບໍ່ວ່າ ສາວົກຂອງພຣະຜູ້ມີພຣະພາຄເຫລົ່າໃດເປັນຜູ້ປຣາຣົພຄວາມພຽນຢູ່ ເຮົາກໍເປັນຜູ້ໜຶ່ງໃນຈຳນວນສາວົກເຫລົ່ານັ້ນ ກໍແຕ່ວ່າຈິຕຂອງເຮົາຍັງບໍ່ຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນ ໂພຄະຊັພຍ໌ກໍຍັງມີຢູ່ໃນສະກຸລຂອງເຮົາ ເຮົາສາມາດໃຊ້ສອຍໂພຄະຊັພຍ໌ແລະກະທຳບຸນຍ໌ໄດ້ ເພາະສະນັ້ນ ເຮົາຄວນບອກຄືນສິກຂາ ສິກມາເປັນຄະຣືຫັສຖ໌ໃຊ້ສອຍໂພຄະຊັພຍ໌ເຫລົ່ານັ້ນແລະກໍກະທຳບຸນຍ໌ດ້ວຍ?

ທ່ານພຣະໂສນະກຣາບທູລວ່າ:

ຈິງຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ໂສນະ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ເມື່ອເຈົ້າຍັງຢູ່ຄອງເຮືອນ ເຈົ້າເປັນຜູ້ສລາດໃນກາຣດີດພິນບໍ່ແມ່ນຫລື?

ເປັນຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ໂສນະ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ກໍສມັຍໃດ ສາຍພິນຂອງເຈົ້າເຄັ່ງເກີນໄປ ສມັຍນັ້ນ ພິນຂອງເຈົ້າຈະມີສຽງມ່ວນ ຫລືຄວນແກ່ກາຣໃຊ້ຫລືບໍ່?

ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ໂສນະ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ສມັຍໃດ ສາຍພິນຂອງເຈົ້າຢ່ອນເກີນໄປ ສມັຍນັ້ນ ພິນຂອງເຈົ້າຈະມີສຽງມ່ວນ ຫລືຄວນແກ່ກາຣໃຊ້ຫລືບໍ່?

ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ໂສນະ! ກໍສມັຍໃດ ສາຍພິນຂອງເຈົ້າບໍ່ເຄັ່ງເກີນໄປ ບໍ່ຢ່ອນເກີນໄປ ຕັ້ງຢູ່ໃນຂະໜາດກາງ ສມັຍນັ້ນ ພິນຂອງເຈົ້າຍ່ອມມີສຽງດັງມ່ວນ ຫລືຄວນແກ່ກາຣໃຊ້ຫລືບໍ່?

ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ໂສນະ! ສັນນັ້ນເໝືອນກັນ ຄວາມພຽນທີ່ປຣາຣົພເກີນໄປ ຍ່ອມເປັນໄປເພື່ອຄວາມຟຸ້ງຊ່ານ ຄວາມພຽນທີ່ຢ່ອນເກີນໄປ ຍ່ອມເປັນໄປເພື່ອຄວາມກຽດຄ້ານ.

ໂສນະ! ເພາະສະນັ້ນແລ ເຈົ້າຈົ່ງຕັ້ງຄວາມພຽນໃຫ້ສະໝ່ຳສະ ເໝີ ຕັ້ງອິນຊີໃຫ້ສະໝ່ຳສະເໝີ ແລະຈົ່ງຖືນິມິຕໃນຄວາມສະໝ່ຳສະເໝີນັ້ນ.

ທ່ານພຣະໂສນະທູລຮັບພຣະຜູ້ມີພຣະພາຄແລ້ວ.

ຄັ້ງນັ້ນ ພຣະຜູ້ມີພຣະພາຄຊົງກ່າວສອນທ່ານພຣະໂສນະດ້ວຍພຣະໂອວາທນີ້ແລ້ວ ຊົງຫາຍຈາກປ່າສີຕະວັນ ໄປປາກົຕທີ່ພູເຂົາຄິຊຊະກູຕ ປຽບເໝືອນບຸຣຸສຜູ້ມີກຳລັງຢຽດແຂນທີ່ຄູ້ ຫລືຄູ້ແຂນທີ່ຢຽດ ສັນນັ້ນ.

ສມັຍຕໍ່ມາ ທ່ານພຣະໂສນະໄດ້ຕັ້ງຄວາມພຽນໃຫ້ສະໝ່ຳສະ ເໝີ ໄດ້ຕັ້ງອິນຊີໃຫ້ສະໝ່ຳສະເໝີ ແລ້ວໄດ້ຖືນິມິຕໃນຄວາມສະໝ່ຳສະເໝີນັ້ນ.

ຕໍ່ມາທ່ານພຣະໂສນະຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີຄວາມຕັ້ງໃຈແນ່ວແນ່ຢູ່ ກໍໄດ້ກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ອັນຍອດຢ້ຽມ ທີ່ກຸລະບຸຕທັງຫລາຍອອກບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣ ໃນປັຈຈຸບັນເຂົ້າເຖິງຢູ່ຕໍ່ກາລບໍ່ນານເລີຍ ໄດ້ຊາບວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ.

ທ່ານພຣະໂສນະກໍໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນບັນດາພຣະອະຣະຫັນຕ໌ທັງຫລາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ