ສັມມັປປະທານ ໔
ໜ້າ/ 49
ບົທນຳ
ພິກຂຸທັງຫລາຍ! ເຮົາຍັງຮູ້ສຶກໄດ້ຢູ່ເຊິ່ງທັມ ໒ ຢ່າງຄື:
ຄວາມບໍ່ຮູ້ຈັກອິ່ມຈັກພໍໃນກຸສົລທັມທັງຫລາຍ,
ຄວາມເປັນຜູ້ບໍ່ຖອຍກັບໃນກາຣຕັ້ງຄວາມພຽນ,
ເຮົາຍ່ອມຕັ້ງໄວ້ເຊິ່ງຄວາມພຽນອັນບໍ່ຖອຍກັບວ່າ ໜັງ ເອັນ ກະດູກຈັກເຫລືອຢູ່ ເນື້ອແລະເລືອດໃນສະຣີຣະຈັກເຫືອດແຫ້ງໄປກໍຕາມທີ ປະໂຍຊນ໌ໃດອັນບຸຄຄົລຄວນບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸສ ຫາກຍັງບໍ່ບັນລຸເຖິງປະໂຍຊນ໌ນັ້ນແລ້ວ ຈັກຢຸດຄວາມພຽນເສຍແມ່ນບໍ່ມີ ດັ່ງນີ້.
ພິກຂຸທັງຫລາຍ! ກາຣຕຣັສຮູ້ເປັນສິ່ງທີ່ເຮົາເຖິງທັບແລ້ວດ້ວຍຄວາມບໍ່ປະມາທ ອະນຸຕຕະຣະໂຍຄັກເຂມະທັມ ກໍເປັນສິ່ງທີ່ເຮົາເຖິງທັບແລ້ວດ້ວຍຄວາມບໍ່ປະມາທ.
ພິກຂຸທັງຫລາຍ! ຖ້າພວກເຈົ້າທັງຫລາຍຕັ້ງໄວ້ເຊິ່ງຄວາມພຽນອັນບໍ່ຖອຍກັບວ່າ ໜັງ ເອັນ ກະດູກຈັກເຫລືອຢູ່ ເນື້ອແລະເລືອດໃນສະຣີຣະຈັກເຫືອດແຫ້ງໄປກໍຕາມທີ ປະໂຍຊນ໌ໃດອັນບຸຄຄົລຄວນບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸສ ຫາກຍັງບໍ່ບັນລຸເຖິງປະໂຍຊນ໌ນັ້ນແລ້ວ ຈັກຢຸດຄວາມພຽນເສຍແມ່ນບໍ່ມີ ດັ່ງນີ້.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍກໍຈັກກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ ອັນບໍ່ມີທັມອື່ນຍິ່ງກວ່າ ອັນເປັນປະໂຍຊນ໌ທີ່ຕ້ອງກາຣຂອງກຸລະບຸຕຜູ້ອອກບວຊຈາກເຮືອນ ເປັນຜູ້ບໍ່ມີເຮືອນໂດຍຊອບ ໄດ້ຕໍ່ກາລບໍ່ນານ ໃນທິຕຖະທັມເຂົ້າເຖິງຢູ່ຢ່າງແນ່ນອນ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກນິບາຕ ໒໐/໔໘/໒໕໑
ສາຣະບານ
04 ບົທນຳ
13 ບົທທັມທີ່ຄວນຊາບກ່ອນ
19 ສັມມັປປະທານ ໔
24 ອາສັຍສີລ ຕັ້ງຢູ່ໃນສີລແລ້ວ
ຈຶ່ງຈະເຣີນສັມມັປປະທານ ໔
28 ປະທານ ໔ ປະກາຣ (1st)
32 ປະທານ ໔ ປະກາຣ (2nd)
39 ຜູ້ມີຄວາມພຽນເຄື່ອງເຜົາກິເລສ
42 ອົງຄ໌ແຫ່ງຄວາມພຽນ ໕ ປະກາຣ
45 ທັມ ໕ ຢ່າງທີ່ມີອຸປະກາຣະຫລາຍ
48 “ບຸຄຄົລປຣາຣົພຄວາມພຽນອັນຢໍ້ຢ່ອນ
ປຣາຣົພຄວາມພຽນດ້ວຍກຳລັງນ້ອຍ
ຍ່ອມບໍ່ບັນລຸນິພພານ ອັນເປັນເຫຕປົດເປື້ອງກິເລສເຄື່ອງຮ້ອຍຮັດທັງປວງໄດ້”
54 ປຣາຣົພຄວາມພຽນກ່ອນທີ່ພັຍໃນອະນາຄົຕຈະມາເຖິງ (1st)
59 ປຣາຣົພຄວາມພຽນກ່ອນທີ່ພັຍໃນອະນາຄົຕຈະມາເຖິງ (2nd)
66 ສມັຍທີ່ບໍ່ຄວນແກ່ກາຣບຳເພັນພຽນ ໕ ປະກາຣ
71 ຕະປູຕຶງໃຈ ໕ ປະກາຣ
75 ເຄື່ອງຜູກພັນໃຈ ໕ ປະກາຣ
80 ກຸສິຕະວັຕຖຸ ໘ ປະກາຣ
85 ອາຣັພພະວັຕຖຸ ໘ ປະກາຣ
91 ເສຂະປະຕິປະທາ
111 ຄວາມພຽນເປັນໜຶ່ງໃນກຳລັງຂອງເສຂະບຸຄຄົລ
116 ອະຣິຍະສາວົກຜູ້ປະກອບດ້ວຍກຳລັງ ໔ ປະກາຣ ຍ່ອມກ້າວລ່ວງພັຍ ໕ ປະກາຣ
124 ອະທິສຖານສະມາທິນິມິຕໂດຍເຄົາຣົພ ສົມຄວນຈະບັນລຸກຸສົລທັມທີ່ຍັງບໍ່ໄດ້ບັນລຸ ຫລືເພື່ອກະທຳກຸສົລທັມທີ່ໄດ້ບັນລຸແລ້ວໃຫ້ຈະເຣີນຫລາຍຂຶ້ນ
128 ພິກຂຸຊື່ວ່າເປັນຜູ້ມີທຸຣະດີເປັນຢ່າງໃດ?
133 ທີ່ຕັ້ງແຫ່ງອະນຸສສະຕິ
143 Suttas in English
144 Dhamma That Should Be Known First
154 Four Right Efforts
159 A Mendicant Develops and Cultivates the Four Right Efforts Depending on and Grounded on Ethics
162 Four Efforts
166 Four Strivings
171 Being Keen in Three Ways
174 Five Factors That Assist Striving
177 Five Things Are Helpful, etc.
180 The Newly Ordained Bhikkhu
185 Future Perils (1st)
190 Future Perils (2nd)
196 There Are These Five Unfavorable Occasions for Striving
201 Five Kinds of Emotional Barrenness
204 Five Emotional Shackles
207 Eight Grounds for Laziness
213 Eight Grounds for the Arousal of Energy
220 The Practicing Trainee
234 The Power of Energy Is One of the Five Trainee’s Powers
238 A Noble Disciple Who Has These Four Powers Has Got Past Five Fears
244 Possessing Three Factors, a Bhikkhu Is Capable of Achieving a Wholesome State Not Yet Attained and of Increasing a Wholesome State Already Attained
248 Responsibility of Bhikkhu Is Energy








