ພົບພູມ
ໜ້າ/ 140
ວັຈສະ ! ສະໄໝໃດ ແປວໄຟ ຖືກລົມພັດຫຼຸດປິວໄປໄກ ເຮົາຍ່ອມບັນຍັດແປວໄຟນັ້ນວ່າ ມີລົມນັ້ນແຫຼະເປັນເຊື້ອ ເພາະວ່າ ສະໄໝນັ້ນ ລົມຍ່ອມເປັນເຊື້ອໄຟຂອງແປວໄຟນັ້ນ.
ວັຈສະ ! ສະໄໝໃດ ສັຕປະຖິ້ມກາຍນີ້ ແລະຍັງບໍ່ບັງເກີດດ້ວຍກາຍອື່ນ ເຮົາກ່າວສັຕນີ້ວ່າ ມີຕັນຫານັ້ນແຫຼະເປັນເຊື້ອ ເພາະວ່າ ສະໄໝນັ້ນ ຕັນຫາຍ່ອມເປັນເຊື້ອຂອງສັຕນັ້ນ.
ພິກຂຸທັງຫຼາຍ ! ປຽບເໝືອນທ່ອນໄມ້ ອັນບຸກຄົນດຶກຂຶ້ນໄປເທິງອາກາດ ບາງເທື່ອຕົກເອົາທາງກົກລົງ ບາງເທື່ອຕົກເອົາກາງລົງ ບາງເທື່ອຕົກເອົາທາງປາຍລົງ ຂໍ້ນີ້ເຊັ່ນໃດ.
ພິກຂຸທັງຫຼາຍ ! ສັຕທັງຫຼາຍ ຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ກໍເຊັ່ນນັ້ນເໝືອນກັນ ບາງເທື່ອແລ່ນໄປຈາກໂລກນີ້ສູ່ໂລກອື່ນ ບາງເທື່ອແລ່ນຈາກໂລກອື່ນມາສູ່ໂລກນີ້.
- ບາລີ ຂັນທ. ສັງ. ໑໗/໒໓໒/໓໖໗. - ບາລີ ສລາ. ສັງ. ໑໘/໔໘໕/໘໐໐.
- ບາລີ ນິທານ. ສັງ. ໑໖/໒໑໙/໔໓໘-໔໓໙.
ພິກຂຸທັງຫຼາຍ ! ພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ມີຢູ່ ຄື
ກາມະພົບ ຮູບພົບ ອະຮູບພົບ.
ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ພົບ.
ຄວາມມີຂຶ້ນພ້ອມແຫ່ງພົບ ຍ່ອມມີ
ເພາະຄວາມກໍ່ຂຶ້ນພ້ອມແຫ່ງອຸປາທານ
ຄວາມດັບບໍ່ເຫຼືອແຫ່ງພົບ ຍ່ອມມີ
ເພາະຄວາມດັບບໍ່ເຫຼືອແຫ່ງອຸປາທານ
ມັກຄະອັນປະກອບດ້ວຍອົງແປດ ອັນປະເສີດນັ້ນເອງ
ເປັນປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງພົບ ໄດ້ແກ່ສິ່ງເຫຼົ່ານີ້ຄື
ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ
ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ
ການລ້ຽງຊີບຖືກຕ້ອງ ຄວາມພາກພຽນຖືກຕ້ອງ
ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ເພາະບໍ່ຮູ້ເຖິງ ບໍ່ແທງຕະຫຼອດຊຶ່ງອະຣິຍະສັຈສີ່ຢ່າງ
ເຮົາແລະພວກເຈົ້າທັງຫຼາຍ
ຈຶ່ງໄດ້ທ່ອງທ່ຽວໄປແລ້ວໃນສັງສາຣະວັຕ
ຕະຫຼອດກາລຍືດຍາວດົນນານເຖິງປານນີ້.
ພິກຂຸທັງຫຼາຍ ! ອະຣິຍະສັຈສີ່ຢ່າງ ເຫຼົ່າໃດໜໍ ?
ພິກຂຸທັງຫຼາຍ ! ເພາະບໍ່ຮູ້ເຖິງ ບໍ່ແທງຕະຫຼອດ
ຊຶ່ງອະຣິຍະສັຈຄື ທຸກຂ໌
ຊຶ່ງອະຣິຍະສັຈຄື ເຫດໃຫ້ເກີດທຸກຂ໌
ຊຶ່ງອະຣິຍະສັຈຄື ຄວາມດັບບໍ່ເຫຼືອຂອງທຸກຂ໌
ຊຶ່ງອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌.
- ບາລີ ນິທານ. ສັງ. ໑໖/໕໑/໙໑.
- ບາລີ ມຫາວາຣ. ສັງ. ໑໙/໕໔໑/໑໖໙໘.








