ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

*** ໃນບ່ອນນີ້ ໄດຍົກເອົາມາ ໒ ນັຍຍະ ຈາກ ໔ ນັຍຍະ ຂອງມູນເຫດ ສີ່ປະການ ທີ່ເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ ບໍ່ລືມເລືອນຫາຍຈົນເສື່ອມສູນໄປ.

- ບາລີ ຈຕຸກກ. ອັງ. ໒໑/໑໙໗/໑໖໐.

໑. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ຜູ້ມີອາຍຸ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະພຣະພັກພຣະຜູ້ມີພຣະພາກວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

໒. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສະຊື່ນັ້ນມີສົງຄ໌ຢູ່ພ້ອມດ້ວຍພຣະເຖຣະ ພ້ອມດ້ວຍປາໂມກຂ໌ ຂ້າພະເຈົ້າໄດ້ສະດັບຮັບຟັງມາສະເພາະໜ້າສົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

໓. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສະຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ຈໍານວນຫຼາຍ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະເຫຼົ່ານັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

໔. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສະຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ອົງຄ໌ໜຶ່ງ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະອົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...

ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຄັດຄ້ານຄໍາກ່າວຂອງຜູ້ນັ້ນ ຈົ່ງຮຽນບົດແລະພະຍັນຊະນະເຫຼົ່ານັ້ນໃຫ້ດີ ຈົ່ງກໍານົດເນື້ອຄວາມນັ້ນໃຫ້ດີ ແລ້ວນໍາໄປສອບສວນໃນສູຕ ນໍາໄປທຽບຄຽງເບິ່ງໃນວິນັຍ.

ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍບໍ່ໄດ້ ທຽບຄຽງເຂົ້າໃນວິນັຍກໍບໍ່ໄດ້ ຈົ່ງແນ່ໃຈວ່າ “ນີ້ບໍ່ແມ່ນຄໍາສອນຂອງພຣະຜູ້ມີພຣະພາກເຈົ້າພຣະອົງຄ໌ນັ້ນແນ່ນອນ. ພິກຂຸຕົນນັ້ນຈື່ຈໍາມາຜິດ” ພວກເຈົ້າທັງຫຼາຍ ຈົ່ງປະຖິ້ມຄໍາເຫຼົ່ານັ້ນເສຍ.

ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍໄດ້ ທຽບຄຽງເຂົ້າໃນວິນັຍກໍໄດ້ ຈົ່ງແນ່ໃຈວ່າ “ນີ້ເປັນຄໍາສອນຂອງພຣະຜູ້ມີພຣະພາກເຈົ້າພຣະອົງຄ໌ນັ້ນແທ້ແນ່ນອນ. ແລະພິກຂຸອົງຄ໌ນັ້ນຈື່ຈໍາມາຢ່າງດີແລ້ວ” ພວກເຈົ້າຈົ່ງຈໍາມະຫາປະເທສະ....ນີ້ໄວ້...

- ບາລີ ມຫາ. ທີ. ໑໐/໑໔໔/໑໑໓ - ໖.

ອານົນທ໌ ! ຄວາມຄິດອາດມີແກ່ພວກເຈົ້າຢ່າງນີ້ວ່າ ທັມວິນັຍຂອງພວກເຮົາ ມີພຣະສາສດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພຣະສາສດາ ດັ່ງນີ້ ອານົນທ໌ ! ຂໍ້ນີ້ພວກເຈົ້າຢ່າຄິດເຊັ່ນນັ້ນ ອານົນທ໌ ! ທັມກໍດີ ວິນັຍກໍດີ ທີ່ເຮົາສະແດງແລ້ວ ບັນຍັດແລ້ວ ແກ່ພວກເຈົ້າທັງຫຼາຍ ທັມມະວິນັຍນັ້ນ ຈະເປັນສາສດາຂອງພວກເຈົ້າທັງຫຼາຍ ໂດຍກາລລ່ວງລັບໄປແຫ່ງເຮົາ.

ອານົນທ໌ ! ໃນກາລະບັດນີ້ກໍດີ ໃນກາລລ່ວງລັບໄປແຫ່ງເຮົາກໍດີ ໃຜກໍຕາມຈະຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່ ອານົນທ໌ ! ພິກຂຸພວກໃດ ເປັນຜູ້ໃຝ່ໃນສິກຂາ ພິກຂຸພວກນັ້ນ ຈະເປັນຜູ້ຢູ່ໃນຖານະອັນເລີດທີ່ສຸດແລ.

ອານົນທ໌ ! ຄວາມຂາດສູນແຫ່ງກັລລະຍານະວັຕນີ້ ມີໃນຍຸກແຫ່ງບຸຣຸດໃດ ບຸຣຸດນັ້ນຊື່ວ່າ ເປັນບຸຣຸດຄົນສຸດທ້າຍແຫ່ງບຸຣຸດທັງຫຼາຍ.... ເຮົາຂໍກ່າວຢໍ້າກັບພວກເຈົ້າວ່າ.... ພວກເຈົ້າທັງຫຼາຍຢ່າເປັນບຸຣຸດຄົນສຸດທ້າຍຂອງເຮົາເລີຍ.

- ບາລີ ມຫາ. ທີ. ໑໐/໑໗໘/໑໔໑.

- ບາລີ ມ. ມ. ໑໓/໔໒໗/໔໖໓.

- ບາລີ ມຫາວາຣ. ສັງ. ໑໙/໒໑໗/໗໔໐.

ຣາທະ ! ຄວາມພໍໃຈອັນໃດ ຣາຄະອັນໃດ ນັນທິອັນໃດ ຕັນຫາອັນໃດ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ ເພາະການຕິດແລ້ວ ຂ້ອງແລ້ວ ໃນສິ່ງນັ້ນໆ ເພາະສະນັ້ນຈຶ່ງເອີ້ນວ່າ “ສັຕ” ດັ່ງນີ້.

ວັຈສະ ! ເຮົາຍ່ອມບັນຍັດຄວາມບັງເກີດຂຶ້ນ ສໍາລັບສັຕທີ່ຍັງມີອຸປາທານຢູ່ ບໍ່ແມ່ນສໍາລັບສັຕຜູ້ທີ່ບໍ່ມີອຸປາທານ.

ວັຈສະ ! ປຽບເໝືອນ ໄຟທີ່ມີເຊື້ອ ຍ່ອມລຸກຮຸ່ງຂຶ້ນໄດ້ ທີ່ບໍ່ມີເຊື້ອກໍລຸກຮຸ່ງຂຶ້ນບໍ່ໄດ້ ອຸປະມານີ້ເຊັ່ນໃດ ອຸປະມັຍກໍເຊັ່ນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ