ພົບພູມ
ໜ້າ/ 140
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພວກຂ້ານ້ອຍຍ່ອມຮູ້ທັມຕາມທີ່ພຣະຜູ້ມີພຣະພາກທົງສະແດງແລ້ວ ໂລຫິຕະ ທີ່ຫຼັ່ງໄຫຼອອກຂອງພວກຂ້ານ້ອຍຜູ້ທ່ອງທ່ຽວໄປມາ ຊຶ່ງຖືກຕັດຫົວ ໂດຍກາລະດົນນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ພິກຂຸທັງຫຼາຍ ! ສາທຸ ສາທຸ ພວກເຈົ້າຮູ້ທັມທີ່ເຮົາສະແດງແລ້ວເຊັ່ນນີ້ ຖືກແລ້ວ ໂລຫິຕະ ທີ່ຫຼັ່ງໄຫຼອອກຂອງພວກເຈົ້າ ຜູ້ທ່ອງທ່ຽວໄປມາຊຶ່ງຖືກຕັດຫົວ ໂດຍກາລະດົນນານ ນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ ເມື່ອເຈົ້າທັງຫຼາຍ ເກີດເປັນງົວ ຊຶ່ງຖືກຕັດຫົວຕະຫຼອດກາລະດົນນານ ໂລຫິຕະ ທີ່ຫຼັ່ງໄຫຼອອກນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ເປີດທັມທີ່ຖືກປົກປິດ : ພົບພູມ
...ເມື່ອເຈົ້າທັງຫຼາຍເກີດເປັນຄວາຍ ...ເກີດເປັນແກະ ...ເກີດເປັນແບ້ ...ເກີດເປັນສັຕ ...ເກີດເປັນໝູ ...ເກີດເປັນໄກ່ ຊຶ່ງຖືກຕັດຫົວຕະຫຼອດກາລະດົນນານ ໂລຫິຕະ ທີ່ຫຼັ່ງໄຫຼອອກນັ້ນແຫຼະ ຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
...ເມື່ອເຈົ້າທັງຫຼາຍຖືກຈັບຕັດຫົວໂດຍຂໍ້ຫາວ່າ ເປັນໂຈຣຂ້າຊາວບ້ານ ...ຖືກຈັບຕັດຫົວໂດຍຂໍ້ຫາວ່າ ເປັນໂຈຣຄິດຈີ້ປຸ້ນ ...ຖືກຈັບຕັດຫົວໂດຍຂໍ້ຫາວ່າ ເປັນໂຈຣປະພຶດຜິດໃນພັນຣະຍາຂອງຜູ້ອື່ນ ຕະຫຼອດກາລະດົນນານ ໂລຫິຕະ ທີ່ຫຼັ່ງໄຫຼອອກນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ຂໍ້ນັ້ນເພາະເຫດໃດໜໍ ?
ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍ ບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງ ຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່າ ນັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນ ປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມບໍ່ແນ່ນອນຂອງການໄດ້ອັຕຕະພາບ ໑໑໖
- ບາລີ ນິທານ. ສັງ. ໑໖/໒໑໙/໔໓໘-໔໓໙.
ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.
ພິກຂຸທັງຫຼາຍ ! ປຽບເໝືອທ່ອນໄມ້ ອັນບຸກຄົນດຶກຂຶ້ນໄປສູ່ອາກາດ ບາງເທື່ອຕົກເອົາເຫງົ້າລົງ ບາງເທື່ອຕົກເອົາຕອນກາງລົງ ບາງເທື່ອຕົກເອົາປາຍລົງ ຂໍ້ນີ້ເຊັ່ນໃດ
ພິກຂຸທັງຫຼາຍ ! ສັຕທັງຫຼາຍຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ກໍປຽບຄືດັ່ງດຽວກັນ ບາງເທື່ອແລ່ນໄປຈາກໂລກນີ້ສູ່ໂລກອື່ນ ບາງເທື່ອແລ່ນຈາກໂລກອື່ນສູ່ໂລກນີ້.
ເປີດທັມທີ່ຖືກປົກປິດ : ພົບພູມ
ຂໍ້ນັ້ນເພາະເຫດໃດ ?
ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນດັ່ງນັ້ນ.
ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ສິ່ງທັງຫຼາຍບໍ່ທ່ຽງ (ນັຍທີ ໑) ໑໑໗
- ບາລີ ນິທານ. ສັງ. ໑໖/໒໒໕-໒໒໘/໔໕໖-໔໖໑.








