ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌

ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌

ອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ

ທຸກຂ໌ ເປັນເຊັ່ນນີ້

ເຫດເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້

ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້

ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.

ຄວາມຍາວນານ

ແຫ່ງສັງສາຣະວັຕ

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມດົນແຫ່ງກັບ (ນັຍທີ ໑) ໑໐໔

- ບາລີ ນິທານ. ສັງ. ໑໖/໒໑໕/໔໒໙-໔໓໐.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ກັບໜຶ່ງ ດົນປານໃດໜໍແລ ?

ພິກຂຸ ! ກັບໜຶ່ງດົນແລ ບໍ່ແມ່ນງ່າຍທີ່ຈະນັບກັບນັ້ນວ່າ ເທົ່ານີ້ປີ ເທົ່ານີ້ ໑໐໐ ປີ ເທົ່ານີ້ ໑,໐໐໐ ປີ ຫຼືວ່າເທົ່ານີ້ ໑໐໐,໐໐໐ ປີ.

ກໍພຣະອົງອາດຈະອຸປະມາໄດ້ບໍ່ ຂ້ານ້ອຍ !

ອາດອຸປະມາໄດ້ຢູ່ ພິກຂຸ !

ພິກຂຸ ! ເໝືອນດັ່ງວ່າ ພູເຂົາຫີນໜ່ວຍໃຫຍ່ຍາວໂຍຊນ໌໑ ໜຶ່ງ ກວ້າງໂຍຊນ໌ໜຶ່ງ ສູງໂຍຊນ໌ໜຶ່ງ ບໍ່ມີປ່ອງ ບໍ່ມີຜົ້ງ ເປັນແທ່ງຕັນ ບຸຣຸດຍ່ອມເອົາຜ້າແຄວ້ນກາສີມາແລ້ວ ປັດພູເຂົານັ້ນ ໑໐໐ ປີຕໍ່ຄັ້ງ ພູເຂົາຫີນໃຫຍ່ນັ້ນ ຍ່ອມເຖິງການໝົດໄປ ສ້ຽງໄປ ເພາະຄວາມພະຍາຍາມນີ້ ຍັງໄວກວ່າແລ ສ່ວນກັບໜຶ່ງ ຍັງບໍ່ເຖິງການໝົດໄປ ສ້ຽງໄປ ກັບດົນເຊັ່ນນີ້ແລ ບັນດາກັບທີ່ເຫິງດົນປານນີ້ ພວກເຈົ້າທ່ອງທ່ຽວໄປແລ້ວ ບໍ່ແມ່ນໜຶ່ງກັບ ບໍ່ແມ່ນຮ້ອຍກັບ ບໍ່ແມ່ນພັນກັບ ບໍ່ແມ່ນແສນກັບ.

ຂໍ້ນັ້ນເພາະເຫດໃດໜໍ ?

໑. ໂຢຊະນະ (ໂຍຊນ໌) = ໑໖ ກິໂລແມັດ.

ເປີດທັມທີ່ຖືກປົກປິດ : ພົບພູມ

ເພາະເຫດວ່າ ສົງສາຣນີ້ ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນເຊັ່ນນັ້ນ.

ພິກຂຸ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ທີ່ຈະເບື່ອໜ່າຍ ໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະຫຼຸດພົ້ນ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມດົນແຫ່ງກັບ (ນັຍທີ ໒) ໑໐໕

- ບາລີ ນິທານ. ສັງ. ໑໖/໒໑໖/໔໓໑-໔໓໒.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ກັບໜຶ່ງ ດົນປານໃດໜໍແລ ?

ພິກຂຸ ! ກັບໜຶ່ງດົນແລ ບໍ່ແມ່ນງ່າຍທີ່ຈະນັບກັບນັ້ນວ່າ ເທົ່ານີ້ປີ ເທົ່ານີ້ ໑໐໐ ປີ ເທົ່ານີ້ ໑,໐໐໐ ປີ ຫຼືວ່າເທົ່ານີ້ ໑໐໐,໐໐໐ ປີ.

ກໍພຣະອົງອາດຈະອຸປະມາໄດ້ບໍ່ ຂ້ານ້ອຍ !

ອາດອຸປະມາໄດ້ຢູ່ ພິກຂຸ !

ພິກຂຸທັງຫຼາຍ ! ເໝືອນດັ່ງວ່າ ນະຄອນທີ່ເຮັດດ້ວຍເຫຼັກຍາວໂຍຊນ໌ ໑ ກວ້າງໂຍຊນ໌ ໑ ສູງໂຍຊນ໌ ໑ ເຕັມດ້ວຍແກ່ນໄນຜັກກາດ ມີໄນຜັກກາດລວມກັນເປັນກຸ່ມກ້ອນ ບຸຣຸດຍ່ອມຢິບເອົາໄນຜັກກາດແກ່ນໜຶ່ງໆ ອອກຈາກນະຄອນນັ້ນໂດຍຜ່ານໄປຮ້ອຍປີຕໍ່ແກ່ນ ໄນຜັກກາດກອງໃຫຍ່ນັ້ນ ຍ່ອມເຖິງຄວາມສ້ຽງໄປ ໝົດໄປ ເພາະຄວາມພະຍາຍາມນີ້ ຍັງໄວກວ່າແລ ສ່ວນກັບໜຶ່ງ ຍັງບໍ່ເຖິງຄວາມສ້ຽງໄປ ໝົດໄປ ກັບດົນເຊັ່ນນີ້ແລ ບັນດາກັບທີ່ເຫິງດົນປານນີ້ ພວກເຈົ້າທ່ອງທ່ຽວໄປແລ້ວ ບໍ່ແມ່ນກັບໜຶ່ງ ບໍ່ແມ່ນຮ້ອຍກັບ ບໍ່ແມ່ນພັນກັບ ບໍ່ແມ່ນແສນກັບ.

ເປີດທັມທີ່ຖືກປົກປິດ : ພົບພູມ

ຂໍ້ນັ້ນເພາະເຫດໃດໜໍ ?

ເພາະເຫດວ່າ ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕ ຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ ສັຕເຫຼົ່ານັ້ນໄດ້ສະເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມວິນາດ ໄດ້ເພີ່ມພູນປະຖະພີ ທີ່ເປັນປ່າຊ້າຕະຫຼອດກາລະດົນນານ ເໝືອນເຊັ່ນນັ້ນ.

ພິກຂຸ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ທີ່ຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກຳໜັດ ພໍແລ້ວເພື່ອຈະຫຼຸດພົ້ນ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ