ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(໓) ຕະຖາຄົຕ ມອງບໍ່ເຫັນວີ່ແວວຊ່ອງທາງທີ່ຈະມີວ່າ ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼືໃຜໆ ໃນໂລກ ຈະໂຈດທ້ວງເຮົາໄດ້ດ້ວຍທັງເຫດຜົລວ່າ “ທັມເຫຼົ່າໃດ ທີ່ທ່ານກ່າວວ່າ ເປັນທັມທີ່ກໍ່ອັນຕະລາຍແກ່ຜູ້ເສບ, ທັມເຫຼົ່ານັ້ນ ເຖິງເມື່ອບຸກຄົນເສບຢູ່ ກໍບໍ່ອາດກໍ່ອັນຕະລາຍໄດ້” ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕ ເມື່ອມອງຫາບໍ່ເຫັນວີ່ແວວອັນນັ້ນ ຈຶ່ງເປັນຜູ້ເຖິງຄວາມກະເສມ ເຖິງຄວາມບໍ່ເກງກົວ ເຖິງຄວາມເປັນຜູ້ກ້າຫານຢູ່ໄດ້.

໑. ບາລີ ຈຕຸກກ. ອັງ. ໒໑/໑໐/໘. ແລະມະຫາສີຫະນາທະສູຕ ມູ. ມ. ໑໒/໑໔໔/໑໖໗.

໑໔໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓

(໔) ຕະຖາຄົຕ ມອງບໍ່ເຫັນວີ່ແວວຊ່ອງທາງທີ່ຈະມີວ່າ ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼືໃຜໆ ໃນໂລກ ຈະໂຈດທ້ວງເຮົາໄດ້ດ້ວຍທັງເຫດຜົລວ່າ “ທ່ານສະແດງທັມເພື່ອປະໂຍຊນ໌ແນວໃດ ປະໂຍຊນ໌ນັ້ນບໍ່ເປັນທາງໝົດທຸກຂ໌ໂດຍຊອບແກ່ບຸກຄົນ ຜູ້ປະປະພຶດຕາມທັມນັ້ນ” ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕ ເມື່ອມອງຫາບໍ່ເຫັນວີ່ແວວອັນນັ້ນ ຈຶ່ງເປັນຜູ້ເຖິງຄວາມກະເສມ ເຖິງຄວາມບໍ່ເກງກົວ ເຖິງຄວາມເປັນຜູ້ກ້າຫານຢູ່ໄດ້.

ພິກຂຸ ທ. ! ເຫຼົ່ານີ້ແລ ເປັນເວສາຣັຊຊະຍານສີ່ຢ່າງຂອງຕະຖາຄົຕ ອັນຕະຖາຄົຕປະກອບພ້ອມແລ້ວ ປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດປະກາດພຣົມມະຈັກ ໃຫ້ເປັນໄປໃນທ່າມກາງບໍຣິສັດທັງຫຼາຍ.

ທົງປະກາດພຣົມມະຈັກທ່າມກາງບໍຣິສັດ ໑

(: ເລື່ອງເບັນຈະຂັນທ໌ແລະປະຕິຈຈະສະມຸບບາດ)

ພິກຂຸ ທ. ! ຕະຖາຄົຕຜູ້ປະກອບດ້ວຍພະລະຍານ ໑໐ ຢ່າງ ແລະປະກອບດ້ວຍ ເວສາຣັຊຊະຍານ ໔ ຢ່າງ ຈຶ່ງປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດ ປະກາດພຣົມມະຈັກ ໃນທ່າມກາງບໍຣິສັດທັງຫຼາຍ ວ່າ :-

“ຮູບ ຄືແນວນີ້ໆ, ເຫດໃຫ້ເກີດຮູບ ຄືແນວນີ້ໆ, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງຮູບ ຄືແນວນີ້ໆ ;” ແລະວ່າ “ເວທະນາ ຄືແນວນີ້ໆ, ເຫດໃຫ້ເກີດເວທະນາ ຄືແນວນີ້ໆ, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງເວທະນາ ຄືແນວນີ້ໆ ;” ແລະວ່າ “ສັນຍາ ຄືແນວນີ້ໆ, ເຫດໃຫ້ເກີດສັນຍາ ຄືແນວນີ້ໆ, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງສັນຍາ ຄືແນວນີ້ໆ ;” ແລະວ່າ “ສັງຂາຣ ທັງຫຼາຍ ຄືແນວນີ້ໆ, ເຫດໃຫ້ເກີດສັງຂາຣທັງຫຼາຍ ຄືແນວນີ້ໆ, ຄວາມ ຕັ້ງຢູ່ບໍ່ໄດ້ແຫ່ງສັງຂາຣທັງຫຼາຍ ຄືແນວນີ້ໆ ;” ແລະວ່າ “ວິນຍານ ຄືແນວນີ້ໆ, ເຫດໃຫ້ເກີດວິນຍານ ຄືແນວນີ້ໆ, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງວິນຍານ ຄືແນວນີ້ໆ ;”

໑. ບາລີສູຕທີ ໑ ທະສະວັກຄະ ນິທານສັງຢຸຕ ນິທານ. ສັງ. ໑໖/໓໓/໖໔. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

ທົງປະກາດພຣົມມະຈັກ ຄືເລື່ອງເບັນຈະຂັນທ໌ແລະປະຕິຈຈະສະມຸບບາດ, ດ້ວຍເຄື່ອງມື ຄືທະສະພະລະ

ຍານສິບແລະເວສາຣັຊຊະຍານສີ່ ນັ້ນເອງ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໔໓

ແລະວ່າ “ເພາະສິ່ງນີ້ມີ ສິ່ງນີ້ຈຶ່ງມີ ; ເພາະສິ່ງນີ້ເກີດຂຶ້ນ ສິ່ງນີ້ຈຶ່ງເກີດຂຶ້ນ. ເພາະສິ່ງນີ້ບໍ່ມີ ສິ່ງນີ້ຈຶ່ງບໍ່ມີ ; ເພາະສິ່ງນີ້ດັບ ສິ່ງນີ້ຈຶ່ງດັບ : ຂໍ້ນີ້ໄດ້ແກ່ຄວາມທີ່ :-

ເພາະມີອະວິຊຊາເປັນປັດຈັຍ ຈຶ່ງມີສັງຂາຣທັງຫຼາຍ ;

ເພາະມີສັງຂາຣເປັນປັດຈັຍ ຈຶ່ງມີວິນຍານ ;

ເພາະມີວິນຍານເປັນປັດຈັຍ ຈຶ່ງມີນາມຮູບ ;

ເພາະມີນາມຮູບເປັນປັດຈັຍ ຈຶ່ງມີສະລາຢະຕະນະ ;

ເພາະມີສະລາຢະຕະນະເປັນປັດຈັຍ ຈຶ່ງມີຜັສສະ ;

ເພາະມີຜັສສະເປັນປັດຈັຍ ຈຶ່ງມີເວທະນາ ;

ເພາະມີເວທະນາເປັນປັດຈັຍ ຈຶ່ງມີຕັນຫາ ;

ເພາະມີຕັນຫາເປັນປັດຈັຍ ຈຶ່ງມີອຸປາທານ ;

ເພາະມີອຸປາທານເປັນປັດຈັຍ ຈຶ່ງມີພົບ ;

ເພາະມີພົບເປັນປັດຈັຍ ຈຶ່ງມີຊາດ ;

ເພາະມີຊາດເປັນປັດຈັຍ ຊະຣາມໍຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນ ນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ ;

ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ ;

ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ ;

ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຢະຕະນະ ;

ເພາະມີຄວາມດັບແຫ່ງສະລາຢະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ