ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ໄດ້ຮູ້ພ້ອມສະເພາະແລ້ວ ຊຶ່ງສັມມາສັມໂພທິຍານ ອັນບໍ່ມີຍານອັນໃດຍິ່ງໄປກວ່າ. ພຣາມ ! ເຮົານັ້ນ ເປັນຜູ້ຈະເຣີນທີ່ສຸດ ປະເສີດທີ່ສຸດຂອງໂລກ. ຄວາມພຽນເຮົາໄດ້ປາຣົບແລ້ວ ບໍ່ຫຍໍ້ຢ່ອນ, ສະຕິເຮົາໄດ້ກໍານົດໝັ້ນແລ້ວບໍ່ລືມຫຼົງ, ກາຍກໍລະງັບແລ້ວບໍ່ກະສັບກະສ່າຍ, ຈິຕຕັ້ງໝັ້ນແລ້ວເປັນໜຶ່ງ, ເຮົາໄດ້ບັນລຸປະຖົມມະຊານ ...ໆລໆ...໑ ທຸຕິຢະຊານ ...ໆລໆ... ຕະຕິຢະຊານ ...ໆລໆ...ຈະຕຸຕຖະຊານແລ້ວ ກໍນ້ອມຈິຕໄປສະເພາະຕໍ່ ປຸບເພນິວາສານຸສສະຕິຍານ...ໆລໆ... ເປັນການທໍາລາຍເປືອກໜ່ວຍໄຂ່ຂອງລູກໄກ່ ອອກຈາກໜ່ວຍໄຂ່ ຄັ້ງທໍາອິດ, ກໍນ້ອມຈິຕໄປສະເພາະຕໍ່ ຈຸຕູປະປາຕະຍານ ...ໆລໆ... ເປັນການທໍາລາຍເປືອກໜ່ວຍໄຂ່ຂອງລູກໄກ່ ອອກຈາກໜ່ວຍໄຂ່ ຄັ້ງທີສອງ, ກໍນ້ອມຈິຕໄປສະເພາະຕໍ່ ອາສະວັກຂະຢະຍານ ...ໆລໆ... ເປັນການທໍາລາຍເປືອກໜ່ວຍໄຂ່ຂອງລູກໄກ່ ອອກຈາກໜ່ວຍໄຂ່ ຄັ້ງທີສາມ, ດັ່ງນີ້.

ທົງເປັນຜູ້ຂົ່ມອິນຊີໄດ້ ໒

ມາຄັນດິຍະ ! ຈັກຂຸເປັນສິ່ງຊຶ່ງມີຮູບເປັນທີ່ຍິນດີ ກໍາໜັດແລ້ວໃນຮູບ ອັນຮູບເຮັດໃຫ້ບັນເທີງພ້ອມແລ້ວ, ຈັກຂຸນັ້ນ ອັນຕະຖາຄົຕທໍຣະມານ ຄວບຄຸມ ຮັກສາ ສັງ ລວມໄວ້ໄດ້ແລ້ວ ແລະຕະຖາຄົຕຍ່ອມສະແດງທັມ ເພື່ອການສັງລວມຈັກຂຸນັ້ນດ້ວຍ.

ມາຄັນດິຍະ ! ໂສຕະເປັນສິ່ງຊຶ່ງມີສຽງເປັນທີ່ຍິນດີ ...ໆລໆ...໓, ຄານະເປັນສິ່ງຊຶ່ງມີກິ່ນເປັນທີ່ຍິນດີ...ໆລໆ..., ຊິວຫາເປັນສິ່ງຊຶ່ງມີຣົສເປັນທີ່ຍິນດີ...ໆລໆ...,

໑. ຄໍາທີ່ປະ ....ໆລໆ....ດັ່ງນີ້ ເບິ່ງໃຈຄວາມເຕັມໄດ້ຈາກໃນພາກ ໒ ຕອນວ່າດ້ວຍການຕຣັສຮູ້ ຄືຊານ ໔

ແລະວິຊຊາ ໓ ເໝືອນກັນບໍ່ມີຕ່າງ. ໃນບ່ອນນີ້ຈຶ່ງຍົກເອົາມາໄວ້ແຕ່ຊື່ ໃຫ້ສະດວກແກ່ຜູ້ສຶກສາ, ບໍ່ຕ້ອງ

ອ່ານຄໍາຊໍ້າໆກັນອີກຄັ້ງຍາວໆ ໃຫ້ຮູ້ສຶກລໍາຄານ.

໒. ບາລີ ມາຄັນດິຢະສູຕ ມ. ມ. ໑໓/໒໗໒/໒໗໙. ຕຣັດແກ່ມາຄັນດິຍະປະຣິບພາຊົກ ທີ່ໂຮງບູຊາໄຟແຫ່ງໜຶ່ງ.

໓. ທີ່ປະ ....ໆລໆ....ເຊັ່ນນີ້ ຕື່ມໃສ່ໃຫ້ເຕັມ ເໝືອນດັ່ງໃນຂໍ້ຂອງຈັກຂຸເອົາເອງໄດ້.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໓໕

ກາຍເປັນສິ່ງຊຶ່ງມີໂຜຕຖັບພະເປັນທີ່ຍິນດີ...ໆລໆ..., ໃຈເປັນສິ່ງຊຶ່ງມີທັມມາຣົມເປັນທີ່ຍິນດີ ກໍາໜັດແລ້ວໃນທັມມາຣົມ ອັນທັມມາຣົມເຮັດໃຫ້ບັນເທີງພ້ອມແລ້ວ, ໃຈນັ້ນ ອັນຕະຖາຄົຕທໍຣະມານ ຄວບຄຸມ ຮັກສາ ສັງລວມ ໄວ້ໄດ້ແລ້ວ ແລະຕະຖາຄົຕຍ່ອມສະແດງທັມ ເພື່ອສັງລວມໃຈນັ້ນດ້ວຍ.

ທົງມີຕະຖາຄະຕະພະລະຍານສິບຢ່າງ

ພິກຂຸ ທ. ! ຕະຖາຄົຕເປັນຜູ້ປະກອບດ້ວຍພະລະຍານ ໑໐ ຢ່າງ ແລະ ປະກອບດ້ວຍເວສາຣັຊຊະຍານ ໔ ຢ່າງ ຈຶ່ງ ປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດ ປະກາດພຣົມມະຈັກ ໃນທ່າມກາງບໍຣິສັດທັງຫຼາຍ.໑

ສາຣີບຸຕ ! ເຫຼົ່ານີ້ເປັນຕະຖາຄະຕະພະລະ ໑໐ ຢ່າງ ຂອງຕະຖາຄົຕ ທີ່ຕະຖາຄົຕປະກອບພ້ອມແລ້ວ ປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດປະກາດພຣົມມະຈັກ ໃນທ່າມກາງບໍຣິສັດທັງຫຼາຍໄດ້, ສິບຢ່າງຄື :-໒

(໑) ຕະຖາຄົຕ ຍ່ອມຮູ້ຕາມເປັນຈິງ ຊຶ່ງສິ່ງເປັນຖານະ (ຄືມີໄດ້ເປັນໄດ້) ໂດຍຄວາມເປັນສິ່ງມີຖານະ, ຊຶ່ງສິ່ງບໍ່ເປັນຖານະ (ຄືມີບໍ່ໄດ້ເປັນບໍ່ໄດ້) ໂດຍຄວາມເປັນສິ່ງບໍ່ແມ່ນຖານະ : ນີ້ເປັນຕະຖາຄະຕະພະລະຂອງຕະຖາຄົຕ.

(໒) ຕະຖາຄົຕ ຍ່ອມຮູ້ຕາມເປັນຈິງ ຊຶ່ງວິບາກ (ຄືຜົລ) ຂອງການເຮັດກັມທີ່ເປັນອະດີຕ ອະນາຄົຕ ປັດຈຸບັນ ໄດ້ທັງໂດຍຖານະແລະໂດຍເຫດ : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.

(໓) ຕະຖາຄົຕ ຍ່ອມຮູ້ຕາມເປັນຈິງ ຊຶ່ງປະຕິປະທາເຄື່ອງເຮັດຜູ້ປະຕິບັດໃຫ້ໄປສູ່ພູມທັງປວງໄດ້ : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.

໑. ບາລີ ນິທານ. ສັງ. ໑໖/໓໓/໖໕. ຕະຖາຄະຕະພະລະສິບ ເອີ້ນກັນວ່າທະສະພະລະຍານ.

໒. ບາລີ ມະຫາສີຫະນາທະສູຕ ມູ. ມ. ໑໒/໑໔໐/໑໖໖. ຕຣັດແກ່ພຣະສາຣີບຸຕ ທີ່ປ່າດົງນອກນະຄອນເວສາລີ.

໑໓໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓

(໔) ຕະຖາຄົຕ ຍ່ອມຮູ້ຕາມເປັນຈິງ ຊຶ່ງໂລກນີ້ອັນປະກອບດ້ວຍທາດບໍ່ແມ່ນເຍື່ອງດຽວ ດ້ວຍທາດຕ່າງໆກັນ໑ : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.

(໕) ຕະຖາຄົຕ ຍ່ອມຮູ້ຕາມເປັນຈິງ ຊຶ່ງອະທິມຸຕິ (ຄືສັນທະແລະອັດທະຍາໄສ) ອັນຕ່າງໆກັນຂອງສັຕທັງຫຼາຍ : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ