ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ເກີດແສງສະຫວ່າງເນື່ອງດ້ວຍການຕຣັສຮູ້ ໑

ພິກຂຸ ທ. ! ເມື່ອໃດ ຕະຖາຄົຕໄດ້ຕຣັສຮູ້ ອະນຸດຕະຣະສັມມາສັມໂພທິຍານ, ໃນຂະນະນັ້ນ ແສງສະຫວ່າງອັນໂອລານຈົນຫາປະມານບໍ່ໄດ້ ຍິ່ງໃຫຍ່ກວ່າອານຸພາບ ຂອງເທວະດາທັງຫຼາຍ ຈະບັນດານໄດ້, ໄດ້ປາກົດຂຶ້ນໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ. ເຖິງແມ່ນໃນ ໂລກັນຕຣິກະນະຣົກ ອັນເປົ່າໂລ່ງບໍ່ມີອັນໃດປິດກັ້ນ ແຕ່ມີຄວາມມືດມິດ ຫາການເກີດແຫ່ງຈັກຂຸວິນຍານບໍ່ໄດ້ ອັນແສງສະຫວ່າງແຫ່ງດວງຈັນແລະດວງອາທິຕ ອັນມີອານຸພາບແນວນີ້ ສ່ອງໄປບໍ່ເຖິງນັ້ນ ແມ່ນວ່າໃນບ່ອນນັ້ນ ແສງສະຫວ່າງອັນໂອລານຫາປະມານບໍ່ໄດ້ ຍິ່ງໃຫຍ່ກວ່າອານຸພາບຂອງເທວະດາທັງຫຼາຍຈະບັນດານໄດ້ ກໍໄດ້ປາກົດຂຶ້ນເໝືອນກັນ. ສັຕທີ່ເກີດຢູ່ໃນ ບ່ອນນັ້ນ ຮູ້ຈັກກັນໄດ້ດ້ວຍແສງສະຫວ່າງນັ້ນ ພາກັນຮ້ອງວ່າ “ທ່ານຜູ້ຈະເຣີນທັງຫຼາຍເອີຍ ! ຜູ້ອື່ນອັນເກີດຢູ່ໃນບ່ອນນີ້ ນອກຈາກເຮົາກໍມີຢູ່ເໝືອນກັນ” ດັ່ງນີ້.

ພິກຂຸ ທ. ! ນີ້ແລເປັນ ທີ່ອັດສະຈັນຄັ້ງທີສາມ ທີ່ຍັງບໍ່ເຄີຍມີ ໄດ້ບັງເກີດມີຂຶ້ນ ເພາະການບັງເກີດແຫ່ງ ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ.

໑. ບາລີ ສັຕຕະມະສູຕ ພະຢະວັກຄະ ຈຕຸກກ. ອັງ. ໒໑/໑໗໗/໑໒໗.

໑໒໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ແຜ່ນດິນໄຫວ ເນື່ອງດ້ວຍການຕຣັສຮູ້ ໑

ດູຣາອານົນທ໌ ! ເຫດປັດຈັຍ ທີ່ເຮັດໃຫ້ປາກົດການໄຫວແຫ່ງແຜ່ນດິນ ອັນໃຫຍ່ຫຼວງ ມີຢູ່ແປດປະການ. ...

ດູຣາອານົນທ໌ ! ເມື່ອໃດ ຕະຖາຄົຕໄດ້ຕຣັສຮູ້ພ້ອມສະເພາະ ຊຶ່ງອະນຸດຕະຣະ ສັມມາສັມໂພທິຍານ ; ເມື່ອນັ້ນ ແຜ່ນດິນຍ່ອມຫວັ່ນໄຫວ ຍ່ອມສັ່ນສະເທືອນ ຍ່ອມສັ່ນສະທ້ານ. ອານົນທ໌ ! ນີ້ເປັນເຫດປັັດຈັຍເຍື່ອງທີຫ້າ ແຫ່ງການປາກົດການໄຫວຂອງແຜ່ນດິນອັນໃຫຍ່ຫຼວງ.

ການຮູ້ສຶກພຣະອົງວ່າໄດ້ຕຣັສຮູ້ແລ້ວ ໒

ພິກຂຸ ທ. ! ກໍເມື່ອເຮົາເປັນຜູ້ມີຄວາມເກີດ ຄວາມແກ່ ຄວາມເຈັບໄຂ້ ຄວາມຕາຍ ເປັນທໍາມະດາ ມີຄວາມໂສກເປັນທໍາມະດາ ມີຄວາມເສົ້າໝອງເປັນທໍາມະດາດ້ວຍ ຕົນເອງ, ກໍຮູ້ຈັກໂທດແຫ່ງສິ່ງທີ່ມີຄວາມເກີດ ແກ່ ເຈັບ ຕາຍ ໂສກ ເສົ້າໝອງ ເປັນທໍາມະດາ. ຄັນຮູ້ແລ້ວ ຈຶ່ງໄດ້ສະແຫວງຫານິບພານ ອັນບໍ່ເກີດ ບໍ່ແກ່ ບໍ່ເຈັບໄຂ້ ບໍ່ຕາຍ ບໍ່ໂສກ ບໍ່ເສົ້າໝອງເປັນທໍາມະດາ ອັນບໍ່ມີສິ່ງອື່ນຍິ່ງໄປກວ່າ ອັນກະເສມຈາກໂຢຄະທັມ. ເຮົາກໍໄດ້ບັນລຸພຣະນິບພານນັ້ນ. ອັນໜຶ່ງ ປັນຍາເຄື່ອງຮູ້ເຄື່ອງເຫັນ ໄດ້ເກີດຂຶ້ນແກ່ເຮົາ ວ່າ “ຄວາມຫຼຸດພົ້ນຂອງເຮົາ ບໍ່ກັບກໍາເລີບ ການເກີດຄັ້ງນີ້ ເປັນຄັ້ງສຸດທ້າຍ ພົບເປັນທີ່ເກີດໃໝ່ ບໍ່ໄດ້ມີອີກ” ດັ່ງນີ້.

໑. ບາລີ ອັຕຖກ. ອັງ. ໒໓/໓໒໒,໓໒໓/໑໖໗. ຕຣັດແກ່ພຣາອານົນທ໌ ທີ່ປາວາລເຈດີ ເມືອງເວສາລີ.

໒. ປາສະຣາສິສູຕ ໂອປັມມະວັກຄະ ມູ. ມ. ໑໒/໓໒໓/໓໒໐.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໒໕

ວິຫາຣທັມທີ່ທົງຢູ່ ເມື່ອຕຣັສຮູ້ແລ້ວໃໝ່ໆ ໑

ພິກຂຸ ທ. ! ເຮົາໄດ້ຢູ່ແລ້ວໂດຍປະເທສະ໒ ແຫ່ງວິຫາຣທັມ ແນວດຽວກັນກັບວິຫາຣທັມທີ່ເຮົາເຄີຍຢູ່ແລ້ວ ເມື່ອຕຣັສຮູ້ແລ້ວໃໝ່ໆ. ເມື່ອຢູ່ໂດຍວິຫາຣທັມເຊັ່ນນີ້ແລ້ວ, ເຮົາຍ່ອມຮູ້ແຈ່ມແຈ້ງດັ່ງນີ້ ວ່າ :-

“ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາທິຕຖິ ແດ່; - ສັມມາທິຕຖິ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາສັງກັບປະ ແດ່; - ສັມມາສັງກັບປະ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາວາຈາ ແດ່; - ສັມມາວາຈາ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາກັມມັນຕະ ແດ່; - ສັມມາກັມມັນຕະ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາອາຊີວະ ແດ່; - ສັມມາອາຊີວະ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາວາຢາມະ ແດ່; - ສັມມາວາຢາມະ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາສະຕິ ແດ່; - ສັມມາສະຕິ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ມິດສາສະມາທິ ແດ່; - ສັມມາສະມາທິ ແດ່;

ເວທະນາຍ່ອມມີ ເພາະປັດຈັຍຄື ສັນທະ ແດ່ ;

ເວທະນາຍ່ອມມີ ເພາະປັດຈັຍຄື ວິຕົກ ແດ່ ;

ເວທະນາຍ່ອມມີ ເພາະປັດຈັຍຄື ສັນຍາ ແດ່ ;

໑. ບາລີ ສູຕທີ ໑ ວິຫາຣະວັກຄະ ມຫາວາຣ. ສັງ. ໑໙/໑໖/໔໘. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ ຫຼັງຈາກທີ່

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ