ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໑໐໐ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະຊຶ່ງສຸຂ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະຊຶ່ງສຸຂ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະ ຊຶ່ງຈິຕຕະສັງຂາຣ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ເຮັດຈິຕຕະສັງຂາຣໃຫ້ສະງົບລະງັບຢູ່ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ເຮັດຈິຕຕະສັງຂາຣໃຫ້ສະງົບລະງັບຢູ່ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະຊຶ່ງຈິຕ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະຊຶ່ງຈິຕ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ເຮັດຈິຕໃຫ້ປາໂມຊບັນເທີງຢູ່ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ເຮັດຈິຕໃຫ້ປາໂມຊບັນເທີງຢູ່ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ດໍາຣົງຈິຕໃຫ້ຕັ້ງໝັ້ນຢູ່ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ດໍາຣົງຈິຕໃຫ້ຕັ້ງໝັ້ນຢູ່ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ເຮັດຈິຕໃຫ້ປົດປ່ອຍຢູ່ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ເຮັດຈິຕໃຫ້ປົດປ່ອຍຢູ່ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ມອງເຫັນຄວາມບໍ່ທ່ຽງ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ມອງເຫັນຄວາມບໍ່ທ່ຽງ ຫາຍໃຈອອກຢູ່”.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໐໑

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ມອງເຫັນທັມເປັນຄວາມຈາງຄາຍ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ມອງເຫັນທັມເປັນຄວາມຈາງຄາຍ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ມອງເຫັນທັມເປັນຄວາມດັບສະນິດ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ມອງເຫັນທັມເປັນຄວາມດັບສະນິດ ຫາຍໃຈອອກຢູ່”.

ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ມອງເຫັນທັມເປັນຄວາມສະລັດກັບຄືນ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ມອງເຫັນທັມເປັນຄວາມສະລັດກັບຄືນ ຫາຍໃຈອອກຢູ່”. ດັ່ງນີ້.

ພິກຂຸ ທ. ! ເມື່ອບຸກຄົນຈະເຣີນຝຶກໃຫ້ຫຼາຍ ຊຶ່ງ ອານາປານະສະຕິສະມາທິ ຢູ່ດັ່ງນີ້ແລ ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍ ຫຼືຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ຍ່ອມມີຂຶ້ນບໍ່ໄດ້ ...ໆລໆ

ພິກຂຸ ທ. ! ເຖິງແມ່ນເຮົາເອງກໍຄືກັນ ໃນກາລກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ ຕຣັສຮູ້ ຍັງເປັນໂພທິສັຕຢູ່ ຍ່ອມຢູ່ດ້ວຍວິຫາຣທັມ ອານາປານະສະຕິສະມາທິນີ້ ເປັນສ່ວນຫຼາຍ. ເມື່ອເຮົາຢູ່ດ້ວຍວິຫາຣທັມນີ້ເປັນສ່ວນຫຼາຍ ກາຍກໍບໍ່ລໍາບາກ ຕາກໍບໍ່ລໍາບາກ ແລະຈິຕຂອງເຮົາກໍຫຼຸດພົ້ນຈາກອາສະວະ ເພາະບໍ່ມີອຸປາທານ.

ພິກຂຸ ທ. ! ເພາະສະນັ້ນ ໃນເລື່ອງນີ້ ຖ້າພິກຂຸຫວັງວ່າ ກາຍຂອງເຮົາກໍຢ່າລໍາບາກ ຕາຂອງເຮົາກໍຢ່າລໍາບາກ ແລະ ຈິຕຂອງເຮົາກໍຈົ່ງຫຼຸດພົ້ນຈາກອາສະວະເພາະບໍ່ມີອຸປາທານເຖີ້ນ ດັ່ງນີ້ແລ້ວ ; ພິກຂຸນັ້ນຈົ່ງຝຶກຝົນໃນໃຈ ໃນອານາປານະສະຕິສະມາທິນີ້ ໃຫ້ເປັນຢ່າງດີ.

໑໐໒ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ພິກຂຸ ທ. ! ໃນເລື່ອງນີ້ ຖ້າພິກຂຸຫວັງວ່າ ຄວາມຄະນຶງຄິດອັນກ່ຽວຂ້ອງໄປທາງເຢົ້າເຮືອນຂອງເຮົາ ຈົ່ງຫາຍໄປຢ່າງໝົດສິ້ນ ດັ່ງນີ້ແລ້ວ ; ພິກຂຸນັ້ນຈົ່ງຝຶກຝົນໃນໃຈ ໃນອານາປານະສະຕິສະມາທິນີ້ ໃຫ້ເປັນຢ່າງດີ.

ພິກຂຸ ທ. ! ໃນເລື່ອງນີ້ ຖ້າພິກຂຸຫວັງວ່າ ເຮົາຈົ່ງເປັນຜູ້ຢູ່ດ້ວຍຄວາມຮູ້ສຶກວ່າປະຕິກູນ ຕໍ່ສິ່ງທີ່ບໍ່ປະຕິກູນ ດັ່ງນີ້ແລ້ວ ; ພິກຂຸນັ້ນຈົ່ງຝຶກຝົນໃນໃຈ ໃນອານາປານະສະຕິສະມາທິນີ້ ໃຫ້ເປັນຢ່າງດີ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ