ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ຖ້າເຮົາຈະຈໍາແສງສະຫວ່າງເປັນຕົ້ນກໍໄດ້ພ້ອມ ຕະຫຼອດເຖິງການຮູ້ໄດ້ວ່າ ເທວະດາເຫຼົ່ານີ້ໆ ເຄື່ອນຈາກໂລກນີ້ໄປອຸບັດໃນໂລກນັ້ນໆ ດ້ວຍວິບາກແຫ່ງກັມເຊັ່ນນີ້ໆແລ້ວ ຂໍ້ນັ້ນຈະເປັນຍານທັດສະນະທີ່ບໍຣິສຸດຍິ່ງຂຶ້ນ ຂອງເຮົາ. ພິກຂຸ ທ. ! ໂດຍສະໄໝອື່ນອີກ ເຮົາເປັນຜູ້ບໍ່ປະມາດ ມີຄວາມພຽນ ມີຕົນສົ່ງໄປຢູ່ ກໍ...ຮູ້ໄດ້ວ່າ ເທວະດາ ເຫຼົ່ານີ້ໆ ເຄື່ອນຈາກໂລກນີ້ ໄປອຸບັດໃນໂລກນັ້ນ ໄດ້ດ້ວຍວິບາກແຫ່ງກັມເຊັ່ນນີ້ໆ, ແຕ່ບໍ່ຮູ້ໄດ້ວ່າ ເທວະດາເຫຼົ່ານີ້ໆ ມີອາຫາຣແບບນີ້ໆ ມີປົກກະຕິສະເຫວີຍສຸຂແລະທຸກຂ໌ແບບນີ້ໆ ...ເທວະດາເຫຼົ່ານີ້ໆ ມີອາຍຸຍືນເທົ່ານີ້ໆ ຕັ້ງຢູ່ໄດ້ດົນເທົ່ານີ້ໆ ...ເຮົາເອງເຄີຍຢູ່ຮ່ວມກັບເທວະດາ ທ. ເຫຼົ່ານີ້ ຫຼືບໍ່ເຄີຍຢູ່ຮ່ວມໜໍ. ພິກຂຸ ທ. ! ໂດຍສະໄໝອື່ນອີກ ເຮົາເປັນຜູ້ບໍ່ປະມາດ ມີຄວາມພຽນ ມີຕົນສົ່ງໄປຢູ່ ກໍ...ຮູ້ໄດ້ຕະຫຼອດເຖິງຂໍ້ວ່າ ເຮົາເຄີຍຢູ່ຮ່ວມກັບເທວະດາ ທ. ເຫຼົ່ານັ້ນໆ ຫຼືບໍ່ ແລ້ວ.
ພິກຂຸ ທ. ! ຕະຫຼອດເວລາພຽງໃດ ທີ່ຍານທັດສະນະທີ່ເປັນໄປທັບຊຶ່ງເທວະດາ ອັນມີປະຣິວັດແປດຢ່າງຂອງເຮົາ ຍັງບໍ່ບໍຣິສຸດໃສແຈ້ງດ້ວຍດີແລ້ວ, ຕະຫຼອດເວລາພຽງນັ້ນ ເຮົາຍັງບໍ່ປະຕິນຍາວ່າ ຕຣັສຮູ້ພ້ອມສະເພາະ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາ ພ້ອມທັງມະນຸສ.
ພິກຂຸ ທ. ! ເມື່ອໃດແລ ຍານະທັດສະນະທີ່ເປັນໄປທັບຊຶ່ງເທວະດາ ອັນມີປະຣິວັດແປດຢ່າງຂອງເຮົາ ບໍຣິສຸດ ໃສແຈ້ງດ້ວຍດີແລ້ວ, ເມື່ອນັ້ນ ເຮົາກໍປະຕິນຍາ ວ່າ ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ
ອອກຜະນວດ - ຈົນໄດ້ຕຣັສຮູ້ ໙໕
ໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາ ພ້ອມທັງມະນຸສ.
ກໍແຫຼະ ປັນຍາເຄື່ອງຮູ້ເຄື່ອງເຫັນ ເກີດຂຶ້ນແກ່ເຮົາວ່າ ຄວາມຫຼຸດພົ້ນຂອງເຮົາບໍ່ກັບກໍາເລີບ ຊາດນີ້ເປັນຊາດສຸດທ້າຍ ບັດນີ້ພົບເປັນທີ່ເກີດໃໝ່ບໍ່ມີອີກຕໍ່ໄປ ດັ່ງນີ້.
ທົງທໍາລາຍຄວາມຂີ້ຂາດ ກ່ອນຕຣັສຮູ້ ໑
ພຣາມ ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ມີຄວາມຮູ້ສຶກວ່າ ເສນາສະນະອັນມິດງຽບ ຄືປ່າ ແລະປ່າປ່ຽວ ເປັນເສນາສະນະ ຍາກທີ່ຈະເສບໄດ້ ຄວາມງຽບສະງົບ ຍາກທີ່ຈະເຮັດໄດ້ ຍາກທີ່ຈະຍິນດີ ໃນການຢູ່ຜູ້ດຽວ ປ່າທັງຫຼາຍເປັນດຸດດັ່ງວ່າ ດູດດຶງໄປເສຍແລ້ວຊຶ່ງໃຈແຫ່ງພິກຂຸ ຜູ້ຍັງບໍ່ໄດ້ສະມາທິ.
ພຣາມ ! ສະມະນະຫຼືພຣາມເຫຼົ່າໃດ ມີ ກັມທາງກາຍ ບໍ່ບໍຣິສຸດ ເສບເສນາສະນະງຽບມິດ ຄືປ່າແລະປ່າປ່ຽວຢູ່, ເພາະໂທດຄືກັມທາງກາຍ ອັນບໍ່ບໍຣິສຸດ ຂອງຕົນແລ ສະມະນະພຣາມຜູ້ຈະເຣີນເຫຼົ່ານັ້ນ ຍ່ອມຮຽກຮ້ອງມາຊຶ່ງຄວາມຂີ້ຂາດ ແລະ ຄວາມຢ້ານກົວຢ່າງອະກຸສົລ. ສ່ວນເຮົາເອງ ຫາກໄດ້ເປັນຜູ້ມີກັມທາງກາຍອັນບໍ່ບໍຣິສຸດແລ້ວ ເສບເສນາສະນະມິດງຽບ ຄືປ່າແລະປ່າປ່ຽວກໍບໍ່ : ເຮົາເປັນຜູ້ມີກັມທາງກາຍອັນບໍຣິສຸດ ໃນບັນດາພຣະອະຣິຍະເຈົ້າທັງຫຼາຍ ຜູ້ມີກັມທາງກາຍອັນບໍຣິສຸດ ແລະ ເສບເສນາສະນະງຽບມິດ ຄືປ່າແລະປ່າປ່ຽວ ເຮົາເປັນອະຣິຍະເຈົ້າອົງໜຶ່ງ ໃນພຣະອະຣິຍະເຈົ້າເຫຼົ່ານັ້ນ. ພຣາມ ! ເຮົາຫຼິງເຫັນຄວາມເປັນຜູ້ມີກັມທາງກາຍອັນບໍຣິສຸດໃນຕົນຢູ່ ຈຶ່ງເຖິງຄວາມມີຂົນອັນນອນຫຼູບແລ້ວ (ບໍ່ຂົນລຸກ) ຢູ່ໃນປ່າໄດ້.
໑. ພະຢະເພຣະວະສູຕ ມູລະປະຣິຢາຢະວັກຄະ ມູ. ມ. ໑໒/໒໙/໓໐. ທົງເລົ່າແກ່ຊານຸດໂສນີພຣາມ ທີ່ເຊຕະວັນ.
໙໖ ພຸດທະປະວັດຈາກພຣະໂອຖະ - ພາກ ໒








