ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ໃນກາລເດິກດໍາບັນ ຍັງມີພຣະຣາຊາທົງພຣະນາມວ່າປະເຈຕະນະ. ຄັ້ງນັ້ນ ພຣະເຈົ້າປະເຈຕະນະ ຕຣັດຮຽກຊ່າງເຮັດລົດມາຮັບສັ່ງວ່າ “ນີ້ເດີສະຫາຍ ຣະຖະກາຣະ ! ນັບຕັ້ງແຕ່ນີ້ຜ່ານໄປອີກ ໖ ເດືອນ ສົງຄາມຈະມີແກ່ເຮົາ. ເຈົ້າອາດເຮັດຕີນລໍ້ລົດໃໝ່ຄູ່ໜຶ່ງໃຫ້ເຮົາໄດ້ຫຼືບໍ່ ?”

ຊ່າງເຮັດລົດທູນຮັບຕໍ່ພຣະເຈົ້າປະເຈຕະນະວ່າ “ຂໍເດຊະ ຂ້ານ້ອຍອາດເຮັດໄດ້ ຂ້ານ້ອຍ !”. ຄັ້ງນັ້ນແລ ຊ່າງເຮັດລົດ ເຮັດຕີນລໍ້ໄດ້ກໍ້າດຽວໝົດເປືອງເວລາໄປເກືອບ ໖ ເດືອນ ເຫຼືອຢູ່ ໖ ວັນ.

ພຣະເຈົ້າປະເຈຕະນະ ຕຣັດຮຽກຊ່າງເຮັດລົດມາຮັບສັ່ງຖາມວ່າ “ແນ່ສະຫາຍ ຣະຖະກາຣະ ! ນັບຕັ້ງແຕ່ນີ້ໄປອີກ ໖ ວັນ ສົງຄາມຈະເກີດແລ້ວລະ. ຕີນລໍ້ຄູ່ໃໝ່ ສໍາເລັດແລ້ວບໍ່ ?”

ຊ່າງເຮັດລົດທູນວ່າ “ຂໍເດຊະ ໂດຍເວລາເກືອບ ໖ ເດືອນເຫຼືອຢູ່ ໖ ວັນນີ້ ຕີນລໍ້ສໍາເລັດໄດ້ກໍ້າດຽວ ຂ້ານ້ອຍ !”

ພຣະຣາຊາຮັບສັ່ງວ່າ “ແນ່ສະຫາຍຣະຖະກາຣະ ! ກໍເຈົ້າອາດຈະເຮັດຕີນລໍ້ກໍ້າທີ ໒ ໃຫ້ສໍາເລັດໂດຍໃຊ້ເວລາພຽງ ໖ ວັນນີ້ ໄດ້ຫຼືບໍ່ ?”

ຊ່າງເຮັດລົດທູນວ່າ ຂໍເດຊະ ຂ້ານ້ອຍອາດເຮັດໄດ້ ຂ້ານ້ອຍ !. ຕອນນັ້ນເອງ ຊ່າງເຮັດລົດໄດ້ເຮັດຕີນລໍ້ກໍ້າທີ ໒ ສໍາເລັດໄດ້ໂດຍໃຊ້ເວລາພຽງ ໖ ວັນ ເຂົາຈຶ່ງນໍາເອົາຕີນລໍ້ຄູ່ໃໝ່ໄປເຝົ້າພຣະເຈົ້າປະເຈຕະນະ ຄັນໄປເຖິງແລ້ວຂາບທູນວ່າ “ຂໍເດຊະ ນີ້ຂ້ານ້ອຍ ຕີນລໍ້ຄູ່ໃໝ່ຂອງພຣະອົງຄ໌ສໍາເລັດແລ້ວ”.

໑. ບາລີ ຕິກ. ອັງ. ໒໐/໑໔໐/໔໕໔. ຕຣັດແກ່ພິກຂຸ ທ. ທີ່ປ່າອິສິປະຕະນະມິຄະທາຍະວັນ,

ໃກ້ເມືອງພາຣານະສີ.

ການບໍາເພັນປາຣະມີໃນອະດີຕຕະຊາດ ໖໐໑

ພຣະຣາຊາຮັບສັ່ງວ່າ “ສະຫາຍຣະຖະກາຣະ ! ຕີນລໍ້ຝ່າຍທີ່ເຮັດແລ້ວເກືອບ ໖ ເດືອນເຫຼືອ ໖ ວັນ ກັບຕີນຝ່າຍກໍ້າທີ່ເຮັດແລ້ວໃນ ໖ ວັນນີ້ ຕ່າງກັນແນວໃດ, ເຮົາບໍ່ເຫັນຄວາມແຕກຕ່າງກັນ ຂອງມັນທີ່ບ່ອນໃດ ?”

ຊ່າງເຮັດລົດທູນວ່າ “ຄວາມແຕກຕ່າງຂອງຕີນລໍ້ທັງສອງ ມີຢູ່ ຂ້ານ້ອຍ, ຂໍເຊີນ ພຣະອົງຄ໌ທອດພຣະເນດ ຄວາມແຕກຕ່າງກັນຂອງຕີນລໍ້ເຖີ້ນ” ວ່າແລ້ວຊ່າງ ເຮັດລົດກໍໝູນຕີນລໍ້ກໍ້າທີ່ເຮັດແລ້ວ ໖ ວັນໃຫ້ກິ້ງໄປ. ມັນກິ້ງໄປພໍສຸດກໍາລັງໝູນແລ້ວຫງາຍລົ້ມລົງດິນ. ແລ້ວລາວກໍໝູນລໍ້ກໍ້າທີ່ເຮັດເກືອບ ໖ ເດືອນເຫຼືອ ໖ ວັນໃຫ້ກິ້ງໄປ, ມັນໄດ້ກິ້ງໄປສຸດກໍາລັງໝູນແລ້ວ ກໍຕັ້ງທ່ຽງຢູ່ເອງໄດ້ ເໝືອນດັ່ງວ່າຕິດຢູ່ກັບເພົາລົດ.

ພຣະເຈົ້າປະເຈຕະນະຕຣັດຖາມວ່າ “ສະຫາຍຣະຖະກາຣະ ! ເຫດອັນໃດ ປັດຈັຍອັນໃດ ລໍ້ກໍ້າຝ່າຍທີ່ເຮັດແລ້ວ ໖ ວັນນີ້ ຈຶ່ງກິ້ງໄປສຸດກໍາລັງໝູນແລ້ວ ຈຶ່ງຫງາຍລົ້ມລົງດິນ, ເຫດອັນໃດ ປັດຈັຍອັນໃດ ລໍ້ກໍ້າຝ່າຍເຮັດແລ້ວເກືອບ ໖ ເດືອນເຫຼືອ ໖ ວັນນັ້ນ ຈຶ່ງກິ້ງໄປສຸດກໍາລັງໝູນແລ້ວ ຕັ້ງທ່ຽງຢູ່ເອງໄດ້ ເໝືອນດັ່ງວ່າຕິດຢູ່ກັບເພົາລົດ ?”

ຊ່າງເຮັດລົດທູນຊີ້ແຈງວ່າ “ຂໍເດຊະ ລໍ້ກໍ້າຝ່າຍທີ່ເຮັດແລ້ວ ໖ ວັນນີ້ ກົງຂອງມັນກໍປະກອບດ້ວຍເຊັນໄມ້ທີ່ຄົດ ທີ່ມີໂທດ ທີ່ເຈືອປົນເຊັນຜຸ່ຍແລະມອກ. ແມ່ນແຕ່ດຸມແລະດິ້ວຂອງມັນກໍເຊັ່ນດຽວກັນ ປະກອບດ້ວຍເຊັນໄມ້ທີ່ຄົດ ທີ່ມີໂທດ ທີ່ເຈືອປົນເຊັນຜຸ່ຍແລະມອກ. ເພາະການທີ່ ກົງ, ດຸມ ແລະດິ້ວຂອງມັນປະກອບດ້ວຍເຊັນໄມ້ທີ່ຄົດ ທີ່ມີໂທດ ທີ່ເຈືອປົນເຊັນຜຸ່ຍ ແລະມອກ, ມັນກິ້ງໄປສຸດກໍາລັງໝູນແລ້ວຈຶ່ງຫງາຍລົ້ມລົງດິນ. ສ່ວນຕີນກໍ້າຝ່າຍທີ່ເຮັດແລ້ວເກືອບ ໖ ເດືອນເຫຼືອ ໖ ວັນ ກົງຂອງມັນກໍບໍ່ມີເຊັນໄມ້ທີ່ຄົດ ບໍ່ມີໂທດ ເປັນໄມ້ທີ່ໝົດເຊັນຜຸ່ຍແລະມອກ. ດຸມແລະດິ້ວຂອງມັນກໍເຊັ່ນດຽວກັນ ບໍ່ມີເຊັນໄມ້ທີ່ຄົດ ບໍ່ມີໂທດ ເປັນໄມ້ທີ່ໝົດເຊັນຜຸ່ຍແລະມອກ. ເພາະການທີ່ ກົງ, ດຸມ ແລະດິ້ວຂອງມັນ ບໍ່ມີເຊັນໄມ້ທີ່ຄົດ ບໍ່ມີໂທດ ເປັນໄມ້ທີ່ໝົດເຊັນຜຸ່ຍແລະມອກ, ມັນກິ້ງໄປສຸດກໍາລັງໝູນແລ້ວຈຶ່ງຕັ້ງທ່ຽງຢູ່ເອງໄດ້ ເໝືອນດັ່ງວ່າຕິດຢູ່ກັບເພົາລົດ”.

໖໐໒ ພຸດທະປະວັດຈາກພຣະໂອຖະ - ພາກ ໖

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ